Homeມູມໄອທີລາວວິທີເປີດໂປແກມທີ່ເຈົ້າໃຊ້ເລື້ອຍໆເທິງ Windows ຢ່າງວ່ອງໄວດ້ວຍ Keyboard Shortcut

ວິທີເປີດໂປແກມທີ່ເຈົ້າໃຊ້ເລື້ອຍໆເທິງ Windows ຢ່າງວ່ອງໄວດ້ວຍ Keyboard Shortcut

Published on

run-windows-program-keyboard-shortcut-02

ຫາກ​ເຈົ້າ​ເປັນ​ຄົົນທີ່​ໃຊ້​ງານ​ຄອມພິວເຕີ​ລະບົບ​ປະຕິບັດການ Windows ເປັນ​ປະຈຳ ເວລາ​ເຂົ້າ​ໂປ​ແກມ​ໃຊ້​ງານ​ຕ່າງໆ​ກໍ​ມັກ​ຈະ​ຄລິກ​ຜ່ານ​ທາງ​ໜ້າ​ຈໍ Desktop ຫລື​ຜ່ານ​ທາງ Start Menu ແຕ່​ມື້​ນີ້​ຈະ​ນຳ​ສະເໜີ​ວິທີ​ເຂົ້າ​ໂປ​ແກມ​ທີ່​ໃຊ້​ເລື້ອຍ​ແບບ​ໄວ​ຂຶ້ນ ດ້ວຍ Keyboard Shortcut  ທີ່​ເຈົ້າ​ສາມາດ​ສ້າງ​ປຸ່ມ​ດ່ວນ​ເພື່ອ​ຮຽກ​ໂປ​ແກມ​ໃຊ້​ງານ​ໄດ້​ທັນ​ທີ ແບບ​ບໍ່​ຕ້ອງ​ຄລິກ ພຽງ​ແຕ່​ຈື່​ຄຳ​ສັ່ງ​ເທິງ​ຄີບອດ​ທີ່​ເຈົ້າ​ສ້າງ​ເທົ່າ​ນັ້ນ

ສົມມຸດ​ວ່າ​ຕ້ອງ​ການ​ເຂົ້າ​ເຖິງ​ໂປ​ແກມ Line ເທິງ PC ຢ່າງ​ວ່ອງໄວເລີຍ​ຈະ​ສ້າງ​ປຸ່ມ​ລັດ​ໄປ​ແອບ Line

run-windows-program-keyboard-shortcut-03

ຄລິກ​ຂວາ​ທີ່​ໄອ​ຄອນ Shortcut ໂປ​ແກມ Line ເທິງ Desktop ແລ້ວ​ເລືອກ​ທີ່ Properties

run-windows-program-keyboard-shortcut-04

ຈາກ​ນັ້ນ​ກໍ​ສັງເກດ​ໜ້າ​ຕ່າງ Properties ວ່າເລືອກ​ທີ່​ແທັບ Shortcut ບໍ່ ຖ້າ​ ແມ່ນ ​ກໍ​ເບິ່ງ​ໃນ​ສ່ວນ Shortcut key ກໍ​ກຳນົດ​ປຸ່ມ​ລັດ​ເພື່ອ​ເປີດ ແອບ Line ໄດ້​ເລີຍ  ທີມ​ງານ​ກໍ​ເລີຍ​ລອງ​ກົດ L ກໍ​ປາກົດ​ເປັນ ctrl + alt + L  ເປັນ​ການສ້າງ​ປຸ່ມ​ລັດ​ເພື່ອ​ເປີດ​ໂປ​ແກມ Line ເທິງ Windows ໄວ້​ໃຫ້ ຖ້າ​ພໍ​ໃຈ​ກໍ​ຄລິກ​ທີ່ ok ຫລື apply ໄດ້​ເລີຍ

ສຳເລັດ​ແລ້ວ​ກໍ​ລອງ​ທົດສອບ Keyboard Shortcut ໂດຍ​ກົດ​ປຸ່ມ ປຸ່ມ​ລັດ​ທີ່​ສ້າງ​ໄວ້​ ຕົວ​ຢ່າງ​ນີ້ ກົດ ctrl + alt + L ເບິ່ງ​ວ່າ​ແອບ Line ຈະ​ເປີດຂື້ນບໍ່ ປາກົດ​ວ່າ​ເປີດ​ເຂົ້າ​ສູ່​ໂປ​ແກມ Line For PC ແທ້ໆ ຖື​ວ່າ​ການຕັ້ງ​ຄ່າ​ສຳເລັດ​ສົມບູນ  ວິທີ​ນີ້​ໃຊ້​ໄດ້​ກັບ Windows ເກືອບ​ທຸກ​ເວີຊັ່ນ ແຕ່​ຕ້ອງ login ດ້ວຍ​ບັນ​ຊີ​ທີ່​ໄດ້​ສິດ​ເປັນ​ເຈົ້າ​ຂອງ​ເຄື່ອງ ຫລື Admin ເທົ່າ​ນັ້ນ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...