Homeຂ່າວພາຍ​ໃນຕຳຫຼວດຈັບຄົນຫວຽດນາມ ເຮັດນ້ຳດື່ມກາຫົວເສືອປອມ

ຕຳຫຼວດຈັບຄົນຫວຽດນາມ ເຮັດນ້ຳດື່ມກາຫົວເສືອປອມ

Published on

ຂປລ. ພາຍຫລັງມີກະແສຂ່າວອອກທາງສື່ອອນລາຍ ກ່ຽວກັບການບຸກຈັບຜູ້ຜະລິດນໍ້າດື່ມກາຫົວເສືອປອມ ໄດ້ພ້ອມຂອງການໃນຕອນເຊົ້າໃນວັນທີ 27 ກໍລະກົດ 2015, ຕໍ່ມາບັນດານັກຂ່າວໄດ້ໂທລະສັບຫາເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຄວາມກະຈ່າງແຈ້ງ ແລະ ລະອຽດຜົນປະກົດວ່າ: ເຈົ້າໜ້າຕໍາຫລວດຢືນຢັນວ່າແມ່ນເລື່ອງແທ້ ແຕ່ບໍ່ສາມາດບອກໄດ້ວ່າສະຖານທີ່ເກີດຢູ່ບ່ອນໃດ? ແລະ ເກີດຂຶ້ນມື້ໃດກັນແທ້? ເພາະເຈົ້າໜ້າທີ່ຕໍາຫລວດບອກເຫດຜົນພຽງວ່າ ການຈັບກຸມຜູ້ຜະລິດນໍ້າດື່ມຫົວເສືອປອມຄັ້ງນີ້ ແມ່ນກຸ່ມນ້ອຍໆ ແຕ່ຍັງຕ້ອງການຫົວໜ້າຂອງໂຮງງານໃຫຍ່ໆ ສະນັ້ນຖ້າເຈົ້າໜ້າທີ່ຕໍາຫລວດເປີດເຜີຍຂໍ້ມູນລ່ວງໜ້າຈະເຮັດໃຫ້ເສຍຮູບຄະດີ ຫລື ເສຍຄວາມລັບ. 

      ແຫລ່ງຂ່າວຈາກເຈົ້າໜ້າທີ່ຍັງບອກວ່າກຸ່ມຜະລິດນໍ້າດື່ມຫົວເສືອປອມແມ່ນຄົນປະເທດສົມທົບກັບຄົນພາຍໃນໂດຍມີວິທີການວາງແຜນເປັນລະບົບຄົບຊຸດ ສະນັ້ນ ເຈົ້າໜ້າທີ່ຕໍາຫລວດຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນເພີ່ມຄວາມລະມັດລະວັງ ແລະ ເປັນຫູເປັນຕາຊ່ວຍພັກຊ່ວຍລັດເພື່ອແຈ້ງເບາະແສຕ່າງໆທີ່ເກີດຂຶ້ນໂດຍສະເພາະປະກົດການຫຍໍ້ທໍ້ໃນສັງຄົມ ປັດຈຸບັນນີ້ບັນຫາການຫລິ້ນກິນຟູມເຟືອຍ, ຄ້າຂາຍຢາເສບຕິດ, ການຄ້າຂາຍສິນຄ້າຜິດກົດໝາຍ, ການປຸ້ນການຈີ້ບວກກັບເສດຖະກິດມີບັນຫາຍິ່ງເປັນຊ່ອງທາງເຮັດໃຫ້ບັນຫາດັ່ງກ່າວເກີດຂຶ້ນໄດ້ງ່າຍ.

ໃນຂະນະທີ່ແຫຼ່ງຂ່າວລັບຂອງລາວໂພສຕ໌ ແຈ້ງວ່າການຈັບກຸມກຸ່ມຄົນປອມນ້ຳດື່ມກາຫົວເສືອ ມີຂຶ້ນທີ່ເຮືອນຫຼັງໜຶ່ງທີ່ບ້ານໂນນຫວາຍ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ແລະກຸ່ມຄົນບໍ່ດີແມ່ນຄົນຫວຽດນາມ ແຕ່ຍັງບໍ່ໄດ້ຮັບລາຍງານຊື່ແລະນາມສະກຸນພວກກ່ຽວເທື່ອ.

ໃນຂະນະທີ່ມື້ນີ້ ວັນທີ 27 ກໍລະກົດ 2015 ທີມການຕະຫຼາດຂອງບໍລິສັດເບຍລາວ ຜູ້ຜະລິດແລະຈັດຈຳໜ່າຍນ້ຳດື່ມກາຫົວເສືອ ແຕ່ພຽງຜູ້ດຽວໃນປະເທດລາວ ໄດ້ອອກແຈ້ງການວ່າ ເຫດການປອມແປງນ້ຳດື່ມກາຫົວເສືອ ແລະການຈັບກຸມຄົນບໍ່ດີນັ້ນແມ່ນມີແທ້ ແຕ່ນ້ຳດື່ມປອມຖືກຈຳໜ່າຍອອກສູ່ຕະຫຼາດ ພຽງໜ້ອຍດຽວ ປັດຈຸບັນນີ້ແມ່ນທາງທີມການຕະຫຼາດຂອງ ບໍລິສັດເບຍລາວ (ນ້ຳດື່ມກາຫົວເສືອ) ໄດ້ເກັບຄືນແລະທຳລາຍຖິ້ມໝົດແລ້ວ ຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນໝັ້ນໃຈຕໍ່ການ ບໍລິໂພກນ້ຳດື່ມກາຫົວເສືອຕໍ່ໄປ.

20229_1617191055226488_5993826731493899150_n 11018600_1617191065226487_7351151673210503610_n 11026166_1617191061893154_2402618836910299085_n 11703374_1472056596444423_2676173078006975770_n 11705286_1472044883112261_3084554693181061633_n 11707599_1617189741893286_8354140442476183130_n 11214090_1617311015214492_8723860683423630117_n 11216249_1617191051893155_5744309291101417323_n 11774256_820693998038434_1915907033_n

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...