Homeມູມໄອທີລາວແມ່ນ ຫລື ບໍ່ ສາຍສັນຍານລາຄາແພງໃຫ້ສຽງແລະພາບທີ່ມີຄຸນນະພາບສູງກວ່າ

ແມ່ນ ຫລື ບໍ່ ສາຍສັນຍານລາຄາແພງໃຫ້ສຽງແລະພາບທີ່ມີຄຸນນະພາບສູງກວ່າ

Published on

6350_150622174434OZ

ສາຍ​ສັນຍາ​ນ ທີ່​ເຮົາ​ໃຊ້​ກັນ​ຢູ່ໃນ​ປະຈຸບັນ ເປັນ​ໜຶ່ງ​ໃນ​ຂອງ​ທີ່​ມີ ສາຍ​ຊະນິດ​ດຽວ​ກັນ ຄວາມ​ຍາວ​ເທົ່າ​ກັນ ລາ​ຄາ​ມີ​ໃຫ້​ເລືອກ​ຕັ້ງ​ມີຫລາຍລາຄາ ໂດຍ​ມີ​ຄຳ​ກ່າວ​​ວ່າ ສາຍ​ຍິ່ງ​ແພງ ສັນ​ຍານ​ຍິ່ງ​ແຈ້ງ ພາບ ​ແລະ​ສຽງ​ຈະ​ສົມ​ຈິ່ງ​ໄດ້​ມີ​ຕິ​ຍິ່ງ​ກວ່າ​ເດີມ ວ່າມັນແທ້ຫລື​ບໍ່ ຄຸ້ມ​ກັບ​ມູນ​ຄ່າ​ທີ່​ເຮົາ​ຕ້ອງ​ຈ່າຍ​ເພີ່ມ​ຫລື​ບໍ່ ແຕ່ລະຊະນິດມີສາຍດັ່ງນີ້

HDMI

ສຳລັບ HDMI ແລ້ວ ທຸກ​ເສັ້ນ​ມີ​ລັກສະນະ​ໃນ​ການເຮັດ​ຄືກັນ ຖ້າ​ທ່ານ​ໄດ້​​ພາບ​ແລ້ວ (ເຄື່ອງ​ຫລິ້ນ​ມີ​ເດຍ ສະ​ຕີມ​ເມີ, ກ່ອງ​ດິ​ຈິ​ຕອນ​ແລະ ອື່ນໆ) ຖ້າ​ພາບ​ຂຶ້ນ​ເທິງ​ຈໍ ແປ​ວ່າ​ການເຮັດ​ຂອງ​ມັນ​ສົມບູນ​ແບບ ບໍ່​ວ່າ​ຈະ​ໃຊ້​ສາຍ​ຖຶກ​ຫລື​ແພງ ເຮົາໄດ້ຮັບ​​ບໍ່​​ແຕກ​ຕ່າງ​ກັນ ເພາະ​ມັນ​ມີ​ສັນຍາ​ນແບບ​ດິ​ຈິ​ຕອນ 0 ກັບ 1 ເທົ່າ​ນັ້ນ

ແລະ​ຢ່າ​ຕົກ​ເປັນ​ເຫຍື່ອ​ການ​ຕະ​ຫລາດ ໂລກ​ນີ້​ບໍ່​ມີ HDMi 1.4, HDMI special cable for 3D,  120 ຫລື 240Hz ຫຍັງ​ທັງ​ນັ້ນ ສາຍ HD <I ມີ​ຢູ່​ແຕ່​ພຽງ 4 ແບບ ເທົ່າ​ນັ້ນ ຄື

  • Standard HDMI Cable
  • High Speed HDMI Cable
  • Standard HDMI Cable with Ethernet
  • High Speed HDMI Cable with Ethernet

ໃນ​ການ​ໃຊ້​ງານ​ປົກກະຕິ High Speed HDMI Cable ກໍ​ຄອບ​ຄຸມ​ການເຮັດວຽກ​ທັງ​ໝົດ​ແລ້ວ ບໍ່​ວ່າ​ຈະ​ເປັນ​ການ​ສົ່ງ​ສັນຍາ​ນພາບລະ​ດັບ 1080p ຫລື UltraHD 4K

ຈາກ​ການ​ທົດສອບ​ຂອງ  Tested ຜົນ​ລັບຂອງ​ສາຍ​ລາ​ຄາ 50.000 ແລະ​ສາຍ​ລາ​ຄາ 1.500.000 ບໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ແຕ່​ຢ່າງ​ໃດ

6350_150622181105l1

6350_1506221811040D

ເຄ​ດິດ​ພາບ http: //www. tested. com/tech/3329-the-difference-between-cheap-and-expensive-hdmi-cables/

ແຕ່​ກໍ​ມີ​ຂໍ້​ຍົກ​ເວັ້ນ​ຢູ່​ນຳ  ໃນ​ລໄລຍະ​ທຳມະດາ​ທົ່ວ​ໄປ ຫາກ​ຕ້ອງ​ການ​ລາກ​ສາຍ​ໄກໆ ໄລ​ຍະ​ເກີນ 20 ແມັດ ເຮົາ​ອາດຈະ​ຕ້ອງ​ໃຊ້​ສາຍ​ລາ​ຄາ​ແພງ​ໃນ​ການເຮັດວຽກ ໂດຍ​ເລືອກ​ໃຊ້​ສາຍ​ທີ່​ມີ​ເທກ​ໂນ​ໂລ​ຍີ Redmere ເຊີ່ງຈະ​ມີ​ການ​ຝັງ​ຊິບ​ຊ່ວຍ​ບູດ​ສັນຍາ​ນ ເຮັດໃຫ້​ສົ່ງ​ໄດ້​ໄກ​ຂຶ້ນ ແຕ່​ຖ້າ​ເຮົາ​ໃຊ້​ປົກກະຕິ​ ໄລຍະ​ໃນ​ເຮືອນ ເຈົ້າ​ຈະ​ບໍ່​ເຫັນ​ຄາມ​ແຕກ​ຕ່າງ​ນີ້​

USB (ແລະ​ສາຍ Lightning)

6350_150622181528Zr

ມີ​ຄວາມ​ເຊື່ອ​ຜິດໆ ຂອງ​ຄົົນທີ່​ຕິດ​ກັບ​ມາ​ຍາທີ່​ວ່າ ສາຍ USB ລາ​ຄາ​ແພງຈະ​ສົ່ງ​ຂໍ້ມູນ​ໄດ້​ດີກວ່າ ພາບ​ທີ່​ໄດ້​ຈະ​ມີ​ອາລົມ ສຽງ​ທີ່​ໄດ້​ຈະ​ອິ່ມ​ກວ່າ ກໍລະນີ​ນີ້​ມັນ​ກໍ​ບໍ່​ຕ່າງ​ຫຍັງ​ກັບ​ສາຍ HDMI ໂລກ​ຂອງ​ດິ​ຈິ​ຕອນ​ມັນ​ບໍ່​ມີ​ຫຍັງ​ຊັບ​ຊ້ອນ ນອກ​ຈາກ 0 ກັບ 1 ໃນ​ການ​ຮັບ​ສົ່ງ​ຂໍ້​ມູນ​ແລ້ວ ສາຍ USB ບໍ່​ວ່າ​ຈະ​ຖືກ​ຫລື​ແພງ​ກໍ​ບໍ່​ແຕກ​ຕ່າງ​ກັນ ກໍລະນີ​ລວມ​ເຖິງ​ສາຍ Lightning ຂອງ Apple ພ້ອມ ທີ່​ຍົກ​ມາ​ລວມ​ກັນ​ເນື່ອງ​ຈາກ​ການເຮັດວຽກ​ຂອງ​ສາຍ​ທັງ​ສອງ​ຮູບ​ແບບ​ນີ້​ບໍ່​ແຕກ​ຕ່າງ​ກັນ

ແຕ່​ກໍ​ມີ​ຂໍ້​ຍົກ​ເວັ້ນ ໃນ​ເລື່ອງ​ຂອງ​ການ​ສົ່ງ​ພະລັງ​ງານ​ໄຟ​ຟ້າ ສາຍ USB ແຕ່​ລະ​ເສັ້ນ​ມີ​ຄວາມ​ໄວ​ໃນ​ການສາກ​ອຸປະກອນແຕກ​ຕ່າງ​ກັນ ສາຍ USB ຄຸນນະພາບ​ດີ​ຈະ​ສົ່ງ​ກະ​ແສ​ໄຟ​ຟ້າ​ຜ່ານ​ສາຍ​ໄດ້​ໃນ​ຈຳນວນ Amps ທີ່​ຫລາຍກວ່າ ຫາກ​ຕ້ອງ​ການ​ຄວາມ​ໄວ​ໃນ​ການ​ສາກ​ [ອຸປະກອນ] ອັນ​ນີ້​ເຮົາ​ກໍ​ຕ້ອງ​ເລືອກ​ສາຍ USB ທີ່​ມີ​ຄຸນນະພາບ​ດີ​ແດ່ ແຕ່​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ແພງ​ເວີຈົນ​ເກີນ​ໄປ​ກໍ​ໄດ້ມັນບໍ່ໄດ້​ແຕກ​ຕ່າງ​ກັນ​ຫລາຍ​ຂະໜາດ​ໃດ

ສຸດ​ທ້າຍ​ຂໍ​ຢ້ຳ​ອີກ​ວ່າ ສາຍ USB ບໍ່​ເຮັດໃຫ້​ພາບ​ຫລື​ສຽງ​ມີ​ຄຸນນະພາບ​ທີ່​ດີ​ຂຶ້ນ

ສາຍ​ລຳ​ໂພງ (Speaker Cables)

2015-06-23_140947

ນັກ​ຟັງຫູ​ທອງ​ເຊື່ອໝັ້ນວ່າ​ສາຍ​ລຳ​ໂພງ​ລາ​ຄາ​ແພງ​ສາມາດ​ປ່ຽນ​ຄຸນນະພາບ​ສຽງ​ທີ່​ໄດ້​ຈາກ​ເຄື່ອງ​ຫລິ້ນ​ເພງ​ໄດ້ມິ​ຕິ​ສຽງ​ອິ່ມ​ຫລາຍກວ່າ​ເກົ່າ

ສຳລັບ​ສາຍ​ລຳ​ໂພງ​ແລ້ວ ຄ່າ​ຄວາມ​ຕ້ານ​ທານ​ຂອງ​ສາຍ​ສົ່ງ​ຜົນ​ຕໍ່​ສຽງ ແລະ​ມີ​ການ​ພິ​ສູດແລ້ວ​ດ້ວຍ​ຫລັກ​ການ​ທາງ​ວິທະຍາ​ສາດ ສາຍ​ແຕ່​ລະ​ເສັ້ນ​ທີ່​ແຕກ​ຕ່າງ​ກັນ​ເຮັດໃຫ້​ສັນ​ຍານ​ສຽງ​ຈາກ​ເຄື່ອງ​ຫລິ້ນ​ທີ່​ອອກ​ມາຍັງ​ລຳ​ໂພງແຕກ​ຕ່າງ​ກັນ​ແທ້

ໝາຍ​ຄວາມ​ວ່າ​ເຮົາ ເຮົາ​ຕ້ອງ​ຈ່າຍ​ເງີນ​ແພງ​ຂຶ້ນ​ເພື່ອ​ໃຫ້​ໄດ້​ສຽງ​ທີ່​ໄດ້​ຂຶ້ນ​ແມ່ນ​ຫລື​ບໍ່ ຄຳ​ຕອບ​ຄື  ບໍ່​ທັງ​ໝົດ  ເປັນ​ການ​ຍາກ​ທີ່​ເຮົາ​ຈະ​ຄາດ​ເດົາ​ວ່າ​ສາຍ​ແບບໃດ​ເໝາະ​ກັບ​ເຄື່ອງ​ຫລິ້ນ​ຕົວ​ໃດ ເຖິງ​ຈະໃຫ້​ສຽງ​ທີ່​ເໝາະ​ສົມ​ທີ່ສຸດ ສາຍ​ລາ​ຄາ​ແພງ​ອາດຈະ​ເຮັດໃຫ້​ສຽງ​ທີ່​ໄດ້​ດີ​ຂຶ້ນ​ຫລື​ຮ້າຍກວ່າເກົ່າ ມີ​ໂອ​ກາດ​ເກີດ​ຂຶ້ນ​ໄດ້​ທັງ​ນັ້ນ

ແລະ​ສາຍ​ສົ່ງ​ຜົນ​ຕໍ່​ສຽງ​ນ້ອຍ​ຫລາຍ ຫາກ​ທຽບ​ກັບ DAC ການ​ປ່ຽນ DAC ຈະໃຫ້​ຄວາມ​ຊັດເຈນ​ຫລາຍກວ່າ ຫລື​ແມ່ນແຕ່​​ຍັບ​ລຳ​ໂພງ ການ​ຈັດ​ຫ້ອງ​ໃຫ້​ທິດ​ທາງ​ຂອງ​ຄື້ນ​ສຽງ​ປ່ຽນ​ໄປ ກໍ​ສົ່ງ​ຜົນ​ຕໍ່​ສຽງ​ທີ່​ເຮົາ​ຈະ​ໄດ້ຍິນ​ໄດ້​ທັງ​ນັ້ນ

ສາຍ​ລຳ​ໂພງ​ນັ້ນ​ມີ​ຄວາມ​ແຕກ​ຕ່າງ​ຈາກ USB ແລະ HDMI ເພາະ​ສາຍ​ລຳ​ໂພງ​ນັ້ນ​ເຮັດວຽກ​ເປັນ Analog ຄຸນນະພາບ​ຂອງ​ສາຍ​ຈະ​ສົ່ງ​ຜົນ​ຕໍ່​ສຽງ​ແລະ​ວິ​ດີ​ໂອ​ໄດ້ (ແຕ່​ກໍ​ເລັກນ້ອຍ)

Optical cables

ສັນ​ຍານ​ທີ່​ສົ່ງ​ຜ່ານ​ສາຍ Optical cable ສ່ວນ​ໃຫຍ່​ຈະ​ເປັນ​ສັນຍາ​ນ​ແບບ​ດິ​ຈິ​ຕອນ ສັນ​ຍານ​ສຽງ​ຈະ​ເປັນ​ຮູບ​ແບບ PCM (Pulse Code Modulation) ຫລື​ບໍ່​ກໍ Dolby Digital Formal

ໃນ​ການ​ຖອດລະ​ຫັດ​ສັນຍາ​ນ​ແບບ Dolby Digital ຖ້າ​ສັນ​ຍານ​ທີ່​ໄດ້ຮັບ​ບໍ່​ສົມບູນ ສຽງ​ຈະ​ຫາຍ​ໄປ​ເລີຍ​ຫລື​ກາຍ​ເປັນ​ສຽງ​ບາດ​ຫູ​ທີ່​ອາດຈະ​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ລຳ​ໂພງ​ຂອງ​ເຈົ້າ​ເລີຍ​

ແຕ່​ຖ້າ​ເປັນ​ການ​ສົ່ງ​ສັນຍາ​ນ​ແບບ PCM ແລ້ວ ນັກ​ຟັງ​ຫູ​ທອງ​ກ່າວ​ວ່າ​ສາມາດ​ຈັບ​ຄວາມ​ແຕກ​ຕ່າງ​ຂອງ​ສຽງ​ທີ່​ໄດ້​ຈາກ​ສາຍ​ທີ່​ຄຸນນະພາບ​ແຕກ​ຕ່າງ​ກັນ ແຕ່​ຈາກ​ການ​ທົດສອບ​ທາງ​ວິທະຍາ​ສາດ​ລະຫວ່າງ​ສາຍ​ແພງ​ແລະ​ສາຍ​ຖືກ​ແລ້ວ ພົບ​ວ່າ​ບໍ່​ແຕກ​ຕ່າງ​ກັນ​ຢູ່​ດີ

Summary

ເຄ​ດິດ​ພາບ​ http: //archimago. blogspot. se/2013/05/measurements-toslink-optical-audio. html

ສາຍ​ແລນ (Ethernet)

ບໍ່​ມີ​ຫຍັງ​ແຕກ​ຕ່າງ ຖ້າ​ມັນ​ໃຊ້​ງານ​ໄດ້ ກໍ​ຄື ມັນ​ໃຊ້​ໄດ້

DVI ແລະ DisplayPort

2015-06-23_144258

ການເຮັດວຽກ​ຂອງ​ພອດ DVI ມີ​ລັກສະນະ​ການເຮັດວຽກ​ຄືກັບ​ສາຍ HDMI ທຸກ​ປະ​ການ ຖ້າ​ມັນ​ເປັນ​ດິ​ຈິ​ຕອນ ແລະ​ມັນ​ເຮັດວຽກ​ໄດ້ ແປ​ວ່າ​ມັນ​ເຮັດວຽກ​ໄດ້​ສົມບູນ DisplayPort ກໍ​ເຊັ່ນ​ດຽວ​ກັນ

VGA (RGB-15)

ບໍ່​ຮູ້​ວ່າ​ຍັງມີ​ຄົນ​ໃຊ້​ພອດ​ນີ້​ຢູ່​ຫລື​ບໍ່ ແຕ່​ຖ້າ​ມີ ກ່ອນ​ອື່ນ​ສາຍ VGA ລາ​ຄາ​ແພງ​ຕອນ​ນີ້​ກໍ​ຈະ​ກາຍ​ເປັນ​ລາ​ຄາ​ຖືກ​ໄປ​ແລ້ວ​ເນື່ອງ​ຈາກ​ຕົກ​ລຸ້ນ​ໄປ​ຫລາຍ​ປີ ແຕ່​ຕາມ​ຫລັກ​ການ​ສາຍ VGA ເຮັດວຽກ​ແບ​ບອະນາ​ລັອກ ຖ້າຫາກ​ສາຍ​ຄຸນນະພາບ​ສູງ​ກໍ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ພາບ​ທີ່​ໄດ້​ຈະ​ສະແດງ​ຜົນ​ດີກວ່າ

ສາຍ​ໄຟ (Power Cables)

ຖ້າ​ເຈົ້າ​ເຂົ້າ​ວົງ​ການ​ເຄື່ອງ​ຫລິ້ນ​ສຽງ​ແລ້ວ ມັນ​ເປັນ​ເລື່ອງ​ໜ້າ​ຕື່ນເຕັ້ນ​ຫລາຍ​ທີ່​ເຈົ້າ​ພົບ​ວ່າ ພວກ​ເຂົາ​ເຊື່ອ​ວ່າ​ສາຍ​ໄຟ​ທີ່​ດີ​ລວມ​ເຖິງ​ປັກທີ່ມີການກອງໄຟ ຈະ​ເຮັດໃຫ້​ຄຸນນະພາບ​ສຽງ​ທີ່​ໄດ້ຮັບ​ນັ້ນ​ດີ​ຂຶ້ນ ຖ້າ​ເຈົ້າ​ເຊື່ອ​ວ່າ​ການ​ປ່ຽນ​ປັກ​ໄຟ​ຈະ​ເຮັດໃຫ້​ສຽງ​ດີ​ຂຶ້ນ ເຮົາ​ກໍ​ຂໍ​ສະແດງ​ຄວາມ​ເສຍ​ໃຈ​ນຳ ສາຍ​ໄຟ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ຕໍ່​ການ​ສົ່ງ​ສັນ​ຍານ​ສຽງ​ຫລື​ພາບ​ໃດໆ ທຸກ​ປະ​ການ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...