Homeຂ່າວຕ່າງປະເທດໂປໂລຍຢືນຢັນ ບໍ່ປາຖະໜາຮ່ວມກຸ່ມເອີໂຣໂຊນ ພ້ອມລະບຸກຸ່ມດັ່ງກ່າວກຳລັງມອດໄໝ້!

ໂປໂລຍຢືນຢັນ ບໍ່ປາຖະໜາຮ່ວມກຸ່ມເອີໂຣໂຊນ ພ້ອມລະບຸກຸ່ມດັ່ງກ່າວກຳລັງມອດໄໝ້!

Published on

558000008753101

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ໃນວັນອາທິດທີ 26 ກໍລະກົດຜ່ານມານີ້ ທ່ານ ມາເຣັກ ເບນກາ ປະທານທະນາຄານກາງໂປໂລຍ ໄດ້ອອກມາຢືນຢັນວ່າ ປະເທດຂອງຕົນບໍ່ປາຖະໜາທີ່ຈະເຂົ້າເປັນສ່ວນໜຶ່ງຂອງກຸ່ມປະເທດໃຊ້ເງິນສະກຸນເອີໂຣ ຫລື ເອີໂຣໂຊນ ທີ່ປັດຈຸບັນມີສະມາຊິກ 19 ປະເທດໃນເອີຣົບ ໂດຍບໍ່ວ່າຈະແມ່ນເວລານີ້ ຫລື ໃນອານາຄົດກໍຕາມ ເນື່ອງຈາກບໍ່ຕ້ອງການປະເຊີນກັບຄວາມສ່ຽງໃດໆ ທີ່ຈະນຳມາເຊິ່ງວິກິດການທາງດ້ານເສດຖະກິດ ແລະ ການເງິນ.

ທ່ານ ເບນກາ ໄດ້ເວົ້າວ່າ ກຸ່ມເອີໂຣໂຊນໃນເວລານີ້ ມີສະພາບບໍ່ແຕກຕ່າງຫຍັງຈາກອົງການຄວາມຮ່ວມມື ທີ່ສ່ຽງຈະຖືກເຜົາຈົນມອດໄໝ້, ສິ່ງທີ່ເກີດຂຶ້ນກັບສະມາຊິກເອີໂຣໂຊນຢ່າງປະເທດເກຣັກນັ້ນ ໄດ້ເຮັດໃຫ້ເຮົາໜ່າຍໜ້າ ແລະ ບໍ່ປາຖະໜາທີ່ຈະເຂົ້າໄປເປັນສ່ວນໜຶ່ງຂອງວິກິດການດັ່ງກ່າວນີ້.

ທ່ານຍັງກ່າວອີກວ່າ ມີຄວາມສ່ຽງສູງຫລາຍທີ່ກຸ່ມເອີໂຣໂຊນ ຈະຕິດຢູ່ໃນວັງຄົນແຫ່ງຄວາມຜິດພາດລົ້ມເຫລວ ຕາບໃດທີ່ບັນດາສະມາຊິກຍັງຄົງມີຈຸດຢືນທີ່ແຕກຕ່າງກັນຢ່າງສິ້ນເຊີງ ໂດຍສະເພາະໃນເລື່ອງຂອງການບັງຄັບໃຊ້ມາດຕະການຮັດເຂັມຂັດ ແລະ ປະຕິຮູບໂຄງສ້າງ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...