Homeຂ່າວຕ່າງປະເທດຜູ້ນຳຊີຣີຖະແຫລງ ກອງທັບມີກຳລັງພົນບໍ່ພຽງພໍ ໃນການປົກປ້ອງດິນແດນທົ່ວປະເທດ!

ຜູ້ນຳຊີຣີຖະແຫລງ ກອງທັບມີກຳລັງພົນບໍ່ພຽງພໍ ໃນການປົກປ້ອງດິນແດນທົ່ວປະເທດ!

Published on

EyWwB5WU57MYnKOuXuVw2FfYuuLluM42CRMTiFRGCYucSLrVduQcBA

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ກໍລະກົດນີ້ວ່າ ປະທານາທິບໍດີ ບາຊາ ອັນ-ອັດຊາດ ແຫ່ງປະເທດຊີຣີ ໄດ້ຖະແຫລງຕໍ່ສາທາລະນະເປັນຄັ້ງທຳອິດໃນຮອບກ່ວາ 1 ປີ ໃນມື້ວັນອາທິດ (26 ກໍລະກົດ) ໂດຍຍອມຮັບວ່າ ກອງທັບຊີຣີ ມີກຳລັງພົນບໍ່ພຽງພໍທີ່ຈະປ້ອງກັນດິນແດນທັງໝົດຂອງປະເທດຈາກກຸ່ມຕິດອາວຸດ ຈົນຖືກບີບໃຫ້ຍອມປະຖິ້ມບາງພື້ນທີ່ ເພື່ອຮັກສາສ່ວນອື່ນເອົາໄວ້.

ທັງນີ້ ສົງຄາມກາງເມືອງຢູ່ຊີຣີ ລະເບີດຂຶ້ນໃນເດືອນມີນາ 2011​ ເຊິ່ງໄດ້ລ່ວງເວລາເຂົ້າສູ່ປີທີ 5 ແລ້ວ ເຮັດໃຫ້ມີຜູ້ເສຍຊີວິດຫລາຍກ່ວາ 230,000​ ຄົນ ແລະ ປະຊາຊົນຫລາຍລ້ານຄົນ ຕ້ອງກາຍເປັນຄົນພັດຖິ່ນ ໂດຍພື້ນທີ່ຂອງປະເທດຫລາຍສ່ວນ ໄດ້ຖືກກຸ່ມລັດອິດສະລາມ ຫລື ໄອເອັສ ຍຶດຄອງ ບໍ່ໄດ້ຢູ່ພາຍໃຕ້ອຳນາດອະທິປະໄຕຂອງລັດຖະບານຊີຣີອີກຕໍ່ໄປ.

 

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...