HomeມູມໄອທີລາວPPSSPP ແອບຫລິ້ນ Emulator ເຄື່ອງ PSP ເທິງ iPhone ໂດຍບໍ່ຕ້ອງ Jailbreak

PPSSPP ແອບຫລິ້ນ Emulator ເຄື່ອງ PSP ເທິງ iPhone ໂດຍບໍ່ຕ້ອງ Jailbreak

Published on

PSP ເຄື່ອງ​ຫລິ້ນ​ເກມ​ພົກ​ພາ​ຂອງ Sony ໜຶ່ງ​ໃນ​ເຄື່ອງ​ຫລິ້ນ​ເກມ​ເຄື່ອງ​ໂປດ​ທີ່​ແມ່ນ​ຈະ​ເກົ່າ​ຫລາຍ​ແລ້ວ ແຕ່​ຫລາຍ​ຄົນ​ກໍ​ຍັງ​ນິຍົມ​ຫລິ້ນ​ຢູ່ ມື້​ນີ້​ເກີດ​ຄິດ​ຮອດເກມ​ທີ່​ເຄີຍ​ຫລິ້ນ​ຂຶ້ນ​ມາ ຫລັງ​ຈາກ​ຄົ້ນ​ຂໍ້​ມູນ​ເບິ່ງ​ກໍ​ພົບ​ວ່າ​ iPhone ນີ້​ສາມາດ​ຫລິ້ນ​ເກມ PSP ຜ່ານ Emulator ໄດ້​ດ້ວຍ ໂດຍ​ໃຊ້​ແອບ​ທີ່​ມີ​ຊື່​ວ່າ PPSSPP

spd_20110101102246_b

ໃນ​ການ​ຕິດ​ຕັ້ງ​ແອບນີ້​ມີ​ເງື່ອນ​ໄຂ​ໃນ​ການ​ຕິດ​ຕັ້ງ​ຢູ່ ຄື

ຖ້າຫາກ iOS ຂອງ​ເຮົາ  ຕ່ຳ  ກວ່າ iOS 8.1 ຈະ​ບໍ່​ຕ້ອງ Jailbreak

ຖ້າຫາກ iOS ຂອງ​ເຮົາ  ສູງ  ກວ່າ iOS 8.1 ຈຳ​ເປັນ​ຕ້ອງ Jailbreak

ວິທີ​ລົງ​ສຳລັບ​ຄົົນທີ່ iOS ຕ່ຳ​ກວ່າ iOS 8.1

*ໝາຍ​ເຫດ ເຮົາຍັງ​ບໍ່​ໄດ້​ທົດສອບ​ການ​ຕິດ​ຕັ້ງ​ເທິງ​ເຄື່ອງ​ທີ່​ຕ່ຳ​ກວ່າ iOS 8.1 ດ້ວຍ​ຕົນເອງ ເນື່ອງ​ຈາກ​ບໍ່​ມີ iDevice ທີ່​ໃຊ້​ເວີລ໌​ຊັ່ນ​ຕ່ຳ​ກວ່າ 8.1 ໃນ​ມື ແຕ່​ເຊື່ອ​ວ່າ​ໜ້າ​ຈະ​ເຮັດ​ໄດ້

ກ່ອນ​ອື່ນ​ໃຫ້​ເຮົາ​ປິດ​ການຕັ້ງ​ເວລາ​ອັດ​ໂນມັດ​ກ່ອນ ແລ້ວ​ຕັ້ງ​ເວລາ​ຍ້ອນ​ກັບ​ໄປ​ໃນ​ປີ 2012 ດ້ວຍ​ການ​ໄປ​ທີ່ Setting>>   General >> Date & Time

ຈາກ​ນັ້ນ​ເປີດ​ເວັບ  http://iemulators.com/ ຜ່ານ​ແອບ Safari ແລ້ວ​ໄປ​ທີ່​ແທັບ Apps ຈາກ​ນັ້ນ​ເລື່ອນ​ຫາ  PPSSPP ແລ້ວ​ກົດ Install ໄດ້​ເລີຍ

IMG_3071

ວິທີ​ລົງ​ສຳລັບ​ຄົົນທີ່ iOS ສູງ​ກວ່າ iOS 8.1

ເປີດ Cydia ຂຶ້ນ​ມາ ກົດ​ຄົ້ນ​ຫາ Tweak ທີ່​ມີ​ຊື່​ວ່າ PPSSPP ຫາກ​ຫາ​ບໍ່​ພົບ ໃຫ້​ເຮົາ​ແອດ Source:  cydia: //cydia. ppsspp. org/ ເຂົ້າໄປ​ແລ້ວ​ກົດ​ຄົ້ນ​ຫາ​ອີກ​ເທື່ອ​ແລ້ວກົດ Install ໄດ້​ເລີຍ

2015-07-24_154024

ການ​ເພີ່ມ ROM ເກມ

ເພີ່ມ​ຜ່ານ iTunes

ເຮົາ​ບໍ່​ແນ່​ໃຈ​ວ່າຖ້າ​ຫາກ​ໃຊ້ iOS ເວີລ໌​ຊັ່ນ​ຕ່ຳ​ກວ່າ 8.1 ຈະ​ລົງ​ຜ່ານ iTunes ໄດ້​ເລີຍ​ຫລື​ບໍ່ (ເນື່ອງ​ຈາກ​ບໍ່​ມີ​ເຄື່ອງ​ໃຫ້​ທົດສອບ) ແຕ່ຫາກ iOS ເກີນ 8.1 ລົງ​ບໍ່​ໄດ້​ແນ່ນອນ = =”  ໃຜ​ລອງ​ແລ້ວ​ແຈ້ງ​ແດ່ ວ່າ​ໄດ້​ຫລື​ບໍ່​ໄດ້

Capture

ເພີ່ມ​ຜ່ານ iFunbox

ຖ້າຫາກ​ບໍ່​ສະ​ດວກ​ລົງ​ຜ່ານ iTunes ເຮົາ​ສາມາດ​ໃຊ້​ໂປ​ແກມ​ຈັດການ​ໄຟລ໌​ຢ່າງ iFunbox ຫລື iFunbox ກໍ​ໄດ້​

Capture

ທົດສອບ​ຫລິ້ນ

ເຮົາ​ທົດລອງ​ຫລິ້ນ​ເທິງ iPhone 6 iOS 8.4 (ລົງ​ຜ່ານ Cydia) ຫລິ້ນ​ໄດ້​ສະບາຍ​ໆເລີຍ​

IMG_3080 IMG_3081
IMG_3082

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...