Homeມູມໄອທີລາວ ພົບ "ຄູແຝດໂລກ" ນາ​ຊ່າ​ຊີ້​ ຄ້າຍ​ຄືກັບໂລກ​ເຮົາ​ຫລາຍ​

 ພົບ “ຄູແຝດໂລກ” ນາ​ຊ່າ​ຊີ້​ ຄ້າຍ​ຄືກັບໂລກ​ເຮົາ​ຫລາຍ​

Published on

ເມື່ອວັນທີ່ 23 ທີ່ຜ່ານມາ ບີ​ບີ​ຊີ​ລາຍ​ງານ​ວ່າ ນັກ​ວິທະຍາ​ສາດ​ສຳ​ນັກ​ງານ​ບໍລິຫານ​ການ​ບິນ​ແລະ​ອາ​ວະ​ກາດ​ແຫ່ງ​ຊາດ ສະ​ຫາລັດ​ອະ​ເມ​ລິ​ກາ ຖະແຫລງການ​ຄົ້ນ​ພົບ​ດາວ​ດວງ​ໃໝ່​ລັກ​ສະນະ​ຄ້າຍ​ໂລກ​ຫລາຍ​ທີ່ສຸດ ຜ່ານ​ການ​ສຳ​ລວດ​ດ້ວຍ​ກ້ອງ​ໂທລະທັດເຄບ​ເລີ ຈຶ່ງ​ຕັ້ງຊື່​ດາວ​ເຄາະ​ດວງ​ນີ້​ວ່າ ເຄບ​ເລີ 452ບີ (Kepler-452b) ສ່ວນ​ສຳ​ນັກ​ຂ່າວ​ແຫ່ງ​ຕ່າງໆ ພາດ​ຫົວ​ຂ່າວ​ເອີ້ນວ່າ Earth 2.0

ເຄບ​ເລີ 452ບີ ຢູ່​ຫ່າງ​ຈາກ​ໂລ​ກ 1,400 ປີ​ແສງ ຢູ່ໃນ​ກຸ່ມ​ດາວ​ຊິກ​ນັດ ເຄບ​ເລີ 452ບີ​ໂຄຈອນ​ຫ່າງ​ຈາກ​ດາວ​ເລິກ​ຂອງ​ມັນ ຄ້າຍ​ກັບ​ໂລກ​ໂຄຈອນ​ຮອບ​ດວງ​ອາທິດ ເຖິງວ່າ​ດາວ​ຈະ​ໃຫຍ່​ກວ່າ​ໂລກ​ເຖິງ 60% ວັດ​ຕາມ​ເສັ້ນ​ຜ່ານ​ສູນ​ກາງ  ແຕ່​ມີ​ຂະໜາດ​ນ້ອຍ​ແລະ​ເຢັນ​ພໍ​ທີ່​ຈະ​ມີ​ນ້ຳ​ທີ່​ພື້ນ​ຜິວ​ໄດ້ ເຊີ່ງ​ຫາກ​ເປັນ​ເຊັ່ນ​ນັ້ນ​ໝາຍ​ຄວາມ​ວ່າ​ເປັນ​ທີ່​ຢູ່​ຂອງ​ສິ່ງ​ມີ​ຊີວິດ​ໄດ້

ພາບ​ກາບ​ຟິກ​ຂອງ​ນາ​ຊ່າ​ທີ່​ວາດ​ຕາມ​ຖານ​ຂໍ້​ມູນ​ດາວ​ເຄບ​ເລີ 452ບີ

http://www.khaosod.co.th/upload/files/

ຈອນ ກັນ​ສ໌ເຟດ ຫົວ​ໜ້າ​ທີມ​ນາ​ຊ່າ ເອີ້ນວ່າ ດາວ​ດວງ​ນີ້​ມີ​ລັກສະນະ​ໃກ້​ຄຽງ​ໂລກ​ຫລາຍ​ທີ່ສຸດ ສ່ວນ​ຈອ​ນ ເຈນ​ຄິນສ໌ ຫົວ​ໜ້າ​ທີມ​ວິ​ເຄາະ​ຂໍ້​ມູນ​ຂອງ​ສູນ​ວິ​ໄຈ​ແອມ​ເມດ​ຂອງ​ນາ​ຊ່າ ໃນ​ລັດ​ແຄ​ລິ​ຟໍ​ເນຍ​ກ່າວ​ເສີມ​ວ່າ “ເປັນ​ເລື່ອງ​ພິເສດ​ສຸດ​ທີ່​ຈະ​ແຈ້ງ​ຂ່າວ​ທ່ານ​ໃນ​ມື້​ນີ້​ວ່າ ເຮົາ​ໄດ້​ພົບນ້ອງ​ໃໝ່​ທີ່​ຢູ່​ຖັດ​ໄປ​ໃກ້​ໆ ນີ້​ເອງ”

ການ​ຄົ້ນ​ພົບ​ເທື່ອ​ນີ້ ເປັນ​ການ​ພົບ​ດາວ​ເຄາະ​ຄ້າຍ​ໂລກ​ເພິ່ມເຕິມ​ຈາກ​ດາວ​ເຄບ​ເລີ 186 ເອັບ (Kepler-186f) ທີ່​ສ້າງ​ຄວາມ​ຮື​ຮາ​ໃນ​ປີ​ທີ່​ແລ້ວ ແຕ່ 186ເອັບ ​ມີ​ຂະໜາດ​ນ້ອຍ​ກວ່າ​ດາວ​ໃໝ່​ນີ້

ນອກ​ຈາກ​ນີ້​ດາວ​ເລິກ​ຂອງ​ມັນ​ຍັງມີ​ຂະໜາດ​ໃກ້​ຄຽງ​ດວງ​ອາທິດ ໃຫຍ່​ກວ່າ​ພຽງ 4% ແລະ​ດາວ​ເຄບ​ເລີ 452ບີ ໃຊ້​ເວລາ​ໂຄຈອນ​ຮອບ​ດາວ​ເລິກ​ດົນ​ກວ່າ​ໂລກ​ໂຄຈອນ​ຮອບ​ດວງ​ອາທິດ​ພຽງ 5% ຫລື​ທຽບ​ແລ້ວ ຄະນະ​ທີ່​ໂລກ​ໃຊ້​ເວລາ 365 ມື້​ໂຄຈອນ​ຮອບ​ດວງ​ອາທິດ ເຄບ​ເລີ 452ບີ ໃຊ້ 385 ມື້​ໂຄຈອນ​ຮອບ​ດາວ​ເລິກ

ຫາກ​ຄິດໄລ່​ຕາມ​ນີ້​ຊື່​ວ່າ ດາວ​ເລິກ​ຂອງ​ເຄບ​ເລີ 452ບີ ໜ້າ​ຈະ​ມີ​ອາ​ຍຸ​ແກ່​ກວ່າ​ດວງ​ອາທິດ 1,500 ລ້ານ​ປີ (ດວງ​ອາທິດ​ມີ​ອາ​ຍຸ 4, 500 ລ້ານ​ປີ) ຄະນະ​ທີ່​ເຄບ​ເລີ 452ບີ ມີ​ອາ​ຍຸ​ໃກ້ໆກັນ ດັ່ງ​ນັ້ນ​ເຄບ​ເລີ 452ບີ ຈະ​ເປັນ​ດາວ​ທີ່​ສະແດງ​ໃຫ້​ໂລກ​ເຫັນ​ອະນາຄົດ​ຂອງ​ຕົວ​ເອງ​ໃນ 1 ພັນ​ປີ​ຈາກ​ນີ້​ໄປ

“ຖ້າ​ເຄບ​ເລີ 452ບີ ເປັນ​ດາວ​ເຄາະ​ຫິນ ສະຖານະການ​ເທິງ​ດາວ​ໜ້າ​ຈະ​ເຂົ້າ​ສູ່​ຊ່ວງ​ຄຸມ​ພາ​ວະ​ເຮືອນ​ກະ​ຈົກ​ບໍ່​ໄດ້​ແລ້ວ ການ​ເພີ່ມ​ຂຶ້ນ​ຂອງ​ພະລັງ​ງານ​ທີ່​ມາ​ຈາກ​ດາວ​ເລິກ​ທີ່​ມີ​ອາ​ຍຸ​ຫລາຍ​ແລ້ວ ອາດ​ເປັນ​ຕົວ​ເຜົາ​ພື້ນ​ຜິວ​ແລະ​ເຮັດໃຫ້​ມະຫາ​ທະເລ​ລະ​ເຫີຍ ໄອ​ນ້ຳ​ອາດຈະ​ຫາຍ​ໄປ​ຈາກ​ດາວ​ແລ້ວ​ກໍ​ໄດ້” ດຮ.ດັກ ຄານ​ເວນລ໌ ຜູ້​ຮ່ວມ​ພາລະ​ກິດ​ເຄບ​ເລີ​ກ່າວ

ພາ​ບວາດ​ຈາກ​ຂໍ້​ສັນ​ນິດ​ຖານ​ວ່າ​ເຄບ​ເລີ 452ບີ ມີ​ລັກສະນະ​ເປັນ​ຫິນ​ແລະ​ມີ​ສະພາບ​ອາ​ກາດ​ທີ່​ເຂົ້າ​ສູ່​ຊ່ວງ​ພາ​ວະ​ເຮືອນ​ກະ​ຈົກ​ຄຸມ​ບໍ່​ໄດ້​ແລ້ວ

http://www.khaosod.co.th/upload/files/

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...