spot_img
Homeຂ່າວຕ່າງປະເທດມຽນມາ ຕັດສິນຈຳຄຸກຕະຫຼອດຊີວິດນັກຄ້າໄມ້ເຖື່ອນຄົນຈີນ

ມຽນມາ ຕັດສິນຈຳຄຸກຕະຫຼອດຊີວິດນັກຄ້າໄມ້ເຖື່ອນຄົນຈີນ

Published on

ມຽນມາ ​ໄດ້​ຕັດສິນ​ຈຳ​ຄຸກ​ຕະຫຼອດ​ຊີວິດ​ໃຫ້​ແກ່​ຊາວ ຈີນ 153 ຄົນ​ທີ່​ລັກລອບ​ຕັດ​ໄມ້​ຜິດ​ກົດໝາຍ​ໃນ​ລັດ​ Kachin ຢູ່​ທາງ​ພາກ​ເໜືອ​ຂອງ​ປະເທດ
ສານ​ທີ່ນະຄອນຫຼວງ​ Myitkyina ຂອງ​ລັດ Kachin ​ໄດ້​ອອກ​ຄຳ​ພິພາກ​ສາ​ໃນ​ວັນ​ພຸດ​ວານ​ນີ້. ປະຊາຊົນ ຈີນ ອີກ​ສອງ​ຄົນ​ແມ່ນ​ຖືກ​ຕັດສິນຈຳຄຸກເປັນ​ເວລາ 10 ປີ, ເຊີ່ງ​ທະນາຍຄວາມ Khin Maung ທີ່​ຕາງໜ້າໃຫ້​ແກ່​ຈຳ​ເລີຍ, ​ກ່າວ​ວ່າ ການ​ຕັດສິນດັ່ງກ່າວ ​ແມ່ນ​ໄດ້​ມີຂຶ້ນ​ໂດຍ​ຜູ້​ພິພາກສາ​ 2 ຄົນ.

ທ່ານ Khin Maung ກ່າວ​ວ່າ “ພວກ​ເຂົາ​ມາ​ນຳ​ກັນ​ 2 ກຸ່ມ, ກຸ່ມ​ທຳ​ອິດ​ມີ​ທັງ​ໝົດ 85 ຄົນ ​ແລະ ອີກ​ກຸ່ມ​ມີ 70 ຄົນ. ຜູ້​ພິພາກສາ​ຂອງ ສານ​ເມືອງ Myitkyina ​ໄດ້​ຕັດສິນ​ຈຳ​ຄຸກ​ຕະຫຼອດ​ຊີວິດ​ໃຫ້​ແກ່ 83 ຄົນ ຂອງ​ກຸ່ມ​ທຳ​ອິດ ​ແລະ ຈຳຄຸກ 10 ປີໃຫ້​ກັບ ອີກ​ສອງ​ຄົນ​ທີ່​ເປັນ​ພຽງ​ຊາວ​ໜຸ່ມ, ຜູ້​ພິພາກສາ​ອີກ​ຄົນ​ໜຶ່ງ​ຂອງ​ສານເມືອງ​ໄດ້​ຕັດສິນຈຳ​ຄຸ​ກ 20 ປີໃຫ້​ຄົນ​ທັງ​ໝົດ​ໃນ​ກຸ່ມ​ທີ 2, ​ແລະມັນ​ກໍ​ເປັນ​ແບບ​ດຽວກັນ​ກັບ​ການ​ຕັດສິນ​ຈຳ​ຄຸກ​ຕະຫຼອດ​ຊີວິດ.”

ຈຳ​ເລີຍ​ທັງໝົດ​ຈະ​ມີ​ໂອກາດ​ໃນ​ການ​ອຸທອນ​ຕໍ່​ການ​ຕັດ​ສິນ, ໜັງ​ສື​ພິມ​ລັດ ປັກກີ່ງ ໄທມ໌ ອ້າງ​ອີງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ສະຖານທູດ​ຈີນ ວ່າ ປັກກີ່ງ ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຄຳ​ພິພາກສາ ​ແລະ ກໍ​່ກຳລັງ​ປຶກສາ​ຫາລື​ບັນຫານີ້ກັບ​ກະຊວງ​ຕ່າງ​ປະ​ເທດ​ຂອງມຽນມາ, ໃນການທີ່ປະຊາຊົນ​ຈີນ ຫຼາຍຄົນ​ໄດ້​ຖືກ​ຈັບ​ກຸມ​ໃນ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ ​ໃນ​ລະຫວ່າງ​ການ​ປາບ​ປາມ​ການ​ຄ້າ​ຂາຍ​ໄມ້ເຖື່ອນ​ໃນ​ລັດ Kachin.

19B3B1C2-BCF7-4874-8169

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...