Homeຂ່າວພາຍ​ໃນດົງຫຼວງ ເລັ່ງຜະລິດເຟີນີເຈີ ທີ່ເປັນເອກະລັກຮອງຮັບ AEC

ດົງຫຼວງ ເລັ່ງຜະລິດເຟີນີເຈີ ທີ່ເປັນເອກະລັກຮອງຮັບ AEC

Published on

ດົງຫຼວງ ເລັ່ງຜະລິດເຟີນີເຈີ ທີ່ເປັນເອກະລັກຮອງຮັບ AEC

 

ການ​ພັດທະນາ​ຂອງ​ສະມາຄົມ​ເຟີ​ນີ​ເຈີ ມາ​ຮອດ​ປັດຈຸບັນ ເຫັນ​ໄດ້​ວ່າ​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ເປັນ​ກ້າວໆ ແຕ່​ຮູບ​ແບບ ແລະ ຜະລິດ​ຕະ​ພັນ​ດັ່ງກ່າວ​ແມ່ນ​ອີງໃສ່​ຄວາມ​ຕ້ອງການ​ຂອງ​ຕະຫຼາດ ປັດຈຸບັນ ໂຮງງານ​ດົງ​ຫຼວງ​ເຟີ​ນີ​ເຈີ ຄຳ​ປຸ່ນ ໄດ້​ເອົາໃຈໃສ່​ດ້ານ​ຮູບ​ແບບ​ຂອງ​ຜະລິດ​ຕະ​ພັນ ໂດຍ​ແນໃສ່​ໃຫ້​ເປັນ​ເອກະລັກ ເພື່ອ​ຮອງ​ຮັບ​ການ​ຕະຫຼາດ​ທີ່​ເປີດ​ກວ້າງ​ໃນ​ໄລຍະ​ທີ່​ຮວມ​ຕົວ​ເຂົ້າຂອງ AEC ໃນ​ປີ 2015.

ທ່ານ ຄຳ​ປຸ່ນ ເຈົ້າ​ພະ​ສີ​ຮົ່ມ​ຂາວ ຜູ້ອຳນວຍການ​ໂຮງງານ​ດົງ​ຫຼວງ​ເຟີ​ນີ​ເຈີ ຄຳ​ປຸ່ນ ໄດ້​ໃຫ້​ສຳພາດ​ເມ​ອື່​ບໍ່​ດົນ​ຜ່ານ​ມາ​ນີ້​ວ່າ: ໂຮງງານ​ຂອງ​ພວກ​ເຮົາ​ສ່ວນ​ໃຫຍ່​ແມ່ນ​ເກັບ​ຊື້​ໄມ້​ເກົ່າ​ແກ່​ຈາກ​ທຳ​ມະ​ຊາດ ເປັນ​ໄມ້​ທີ່​ຕົກ​ຄ້າງ​ໃນ​ຫຼາຍ​ປີຜ່ານມາ ແລະ ພະຍາຍາມ​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ກັບ​ໄມ້​ທີ່​ເກັບ​ຊື້​ມາ​ນັ້ນ ດ້ວຍ​ການ​ໃຊ້​ຫົວຄິດ​ປະດິດ​ສ້າງ ຕົບແຕ່ງ​ຕາມ​ທຳ​ມະ​ຊາດ​ຂອງ​ໄມ້ ເນື່ອງ​ຈາກ​ໄມ້​ຈຳນວນ​ດັ່ງກ່າວ ບໍ່​ສາມາດ​ນຳໄປ​ເລື່ອຍ ຫຼື ແປ​ຮູບ​ໄດ້ ດັ່ງນັ້ນ ການ​ຜະລິດ​ແມ່ນ​ຕ້ອງ​ເຮັດ​ໄປ​ຕາມ​ທຳ​ມະ​ຊາດ​ຂອງ​ໄມ້ ຊຶ່ງ​ຈະ​ເຮັດ​ໃຫ້​ມູນ​ຄ່າ​ສູງ​ຂຶ້ນ ເຮັດ​ໃຫ້​ຜະລິດ​ຕະ​ພັນ​ໄມ້​ຂອງ​ລາວ​ເຮົາ ມີ​ຊື່​ສຽງ​ໂດ່ງ​ດັງ​ຕໍ່​ເວທີ​ພາກ​ພື້ນ ແລະ ສາກົນ.

ຄຽງ​ຄູ່​ກັບ​ການ​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ກັບ​ໄມ້​ເກົ່າ​ນັ້ນ ໂຮງງານ​ດົງ​ຫຼວງ​ເຟີ​ນີ​ເຈີ ຄຳ​ປຸ່ນ ຍັງ​ໄດ້​ກະກຽມ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ຊຶ່ງ​ໃນ​ຈຸດ​ນີ້ ແມ່ນ​ເນັ້ນ​ໜັກ​ສ້າງ​ມູນ​ຄ່າ​ເພີ່ມ ສ້າງ​ລະບຽບ​ການ​ພາຍ​ໃນ​ໂຮງງານ​ໃຫ້​ເປັນ​ເອກະລັກ ທີ່​ບົ່ງ​ບອກ​ເຖິງ​ດ້ານ​ວັດທະນະທຳ ຫັດຖະກຳ​ຂອງ​ລາວ​ເຮົາ ເນື່ອງ​ຈາກ​ໃນ​ໄລຍະ​ຜ່ານ​ມາ ການ​ຜະລິດ​ເຟີ​ນີ​ເຈີ​ທີ່​ເປັນ​ເອກະລັກ​ຂອງ​ລາວ ຍັງ​ບໍ່​ທັນ​ມີ​ຫຼາຍ​ເທົ່າ​ທີ່​ຄວນ ມີ​ພຽງ​ແຕ່​ການ​ຜະລິດ​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ ດັ່ງນັ້ນ ເພື່ອ​ເປັນ​ການ​ເອົາໃຈໃສ່​ຕໍ່​ກັບ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດຖະບານ ກໍ​ຄື​ການ​ດັດສົມ​ໂຮງງານ ໄດ້​ຫັນປ່ຽນ​ຈາກ​ການ​ຕັດ​ໄມ້​ທຳລາຍ​ປ່າ​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ກັບ​ຜະລິດ​ຕະ​ພັນ ເພື່ອ​ເປັນ​ການ​ປະກອບສ່ວນ​ໃນ​ການ​ສ້າງ​ຄວາມ​ຍືນ​ຍົງ​ໃຫ້​ກັບ​ປ່າໄມ້​ທຳ​ມະ​ຊາດ ເລັ່ງ​ສ້າງ​ຜະລິດ​ຕະ​ພັນ​ໃຫ້​ມີ​ເອກະລັກ​ທີ່​ສາມາດ​ສື່ສານ​ເຖິງ​ປະຫວັດສາດ ເພື່ອ​ສືບ​ທອດ​ເຖິງ​ລຸ້ນ​ຄົນ​ຕໍ່ໆ​ໄປ ເພື່ອ​ແຂ່ງຂັນ​ກັບ​ບັນດາ​ປະເທດ​ໃນ​ພາກ​ພື້ນ.

ທ່ານ ຄຳ​ປຸ່ນ ເຈົ້າ​ພະ​ສີ​ຮົ່ມ​ຂາວ ກ່າວ​ຕື່ມ​ວ່າ: ສຳລັບ​ການ​ຜະລິດ​ສິນຄ້າ​ທີ່​ເປັນ​ເອກະລັກ​ນັ້ນ ອາດ​ເປັນ​ເລື່ອງ​ງ່າຍ ຖ້າ​ບັນດາ​ໂຮງງານ​ເຟີ​ນີ​ເຈີ​ໄດ້​ເອົາໃຈໃສ່​ນຳ​ກັນ ຊຶ່ງ​ປັດຈຸບັນ​ໃນ​ທົ່ວ​ປະເທດ​ມີ​ຫຼາຍ​ກວ່າ 1.000 ແຫ່ງ ຖ້າ​ສາມາດ​ຜະລິດ​ໄດ້ 2-3 ຜະລິດ​ຕະ​ພັນ​ຕໍ່​ໜຶ່ງ​ແຫ່ງ ຈະ​ເຮັດ​ໃຫ້​ຜະລິດ​ຕະ​ພັນ​ເຟີ​ນີ​ເຈີ​ທີ່​ເປັນ​ເອກ​ກະ​ລັກ ມີ​ຕາມ​ຕະຫຼາດ​ເຟີ​ນີ​ເຈີ​ເຖິງ 2.000-3.000 ອັນ ຊຶ່ງ​ຈະ​ສາມາດ​ສະແດງ​ໃຫ້​ບັນດາ​ປະເທດ​ທັງ​ໃນ​ພາກ​ພື້ນ ແລະ ສາກົນ ໄດ້​ຮັບ​ຮູ້​ເຖິງ​ວັດທະນະທຳ​ຮີດຄອງ​ປະເພນີ​ທີ່​ດີງາມ​ຂອງ​ລາວ​ເຮົາ ທີ່​ມີ​ມາ​ແຕ່​ປະຫວັດສາດ ແລະ ແຕ່​ລະ​ຍຸກ​ແຕ່​ລະສະ​ໄໝ​ຈົນ​ເຖິງ​ປັດຈຸບັນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...