Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານແຂວງສະຫວັນນະເຂດ ລົງໂທດຊາວຕ່າງດ້າວຈໍາຄຸກຕະຫລອດຊີວິດ ຂໍ້ຫາຄາດຕະກຳ!

ສານແຂວງສະຫວັນນະເຂດ ລົງໂທດຊາວຕ່າງດ້າວຈໍາຄຸກຕະຫລອດຊີວິດ ຂໍ້ຫາຄາດຕະກຳ!

Published on

n

ແຫ​ລ່ງຂ່າວ​ຈາກ​ແຂວງ​ສະຫວັນ​ນະ​ເຂດລາຍ​ງານ​ວ່າ: ເມື່ອທ້າຍອາ ທິດຜ່ານມານີ້, ສານປະຊາຊົນແຂວງດັ່ງກ່າວ, ໄດ້ຕັດສິນລົງໂທດ ທ້າວ ຫງວຽນ ວັນຖິ່ນ ສັນຊາດ ຫວຽດນາມ ຈໍາຄຸກຕະຫລອດຊີວິດ ແລະ ທ້າວ ຄຳເພັດ ຈໍາຄຸກເປັນເວລາ 15 ປີ ພ້ອມປັບໃໝ 5 ລ້ານກີບ ໃນຂໍ້ຫາສົມຮູ້ຮ່ວມຄິດ ແລະ ຄາດຕະກໍາເພື່ອເອົາຊັບ, ຊຶ່ງຄະດີມີຢູ່ວ່າ: ໃນກາງເດືອນທັນວາ 2012 ​ເຈົ້າໜ້າທີ່ໄດ້ຮັບ ແຈ້ງຈາກ ພົນລະເມືອງດີວ່າ: ພົບລົດສີດຳປ້າຍທະບຽນຫວຽດນາມຈອດຢູ່ປ່າ ແລະ ມີກິ່ນ ເໝັນອອກມາຈາກລົດຄັນດັ່ງນັ້ນ, ຈຶ່ງໄດ້ລົງສັນລະສູດ ​ແລະ ພົບສົບຄົນເສຍຊີວິດໜຶ່ງຄົນຄືນາງ ວໍທິມີຫຽບສັນຊາດ ຫວຽດນາມ, ໂດຍຖືກຂອງແຂງທຸບບໍລິເວັນງ່ອນຄໍ ແລະ ຕົນຕົວຫລາຍຈຸດ, ນອກຈາກນີ້, ເຈົ້າໜ້າທີ່ຍັງກວດພົບເອກະ ສານໜີ້ສິນຕ່າງໆລະຫວ່າງຜູ້ກັບທ້າວຫງວຽນວັນ ຖິ່ນຢູ່ພາຍໃນລົດ, ຈຶ່ງໄດ້ເກັບໄວ້ເປັນຫລັກຖານສໍາຄັນໃນ ການສືບສວນ-ສອບສວນເຫດການຄາດຕະກໍາຄັ້ງນີ້ ແລະ ຕົກມາຮອດວັນ​ທີ 31 ທັນວາ 2012 ເຈົ້າໜ້າທີ່ຈຶ່ງ ໄດ້ຈັບທ້າວ ຫງວຽນວັນຖິ່ນ ແລະ ທ້າວຄຳເພັດຖືກເຈົ້າໜ້າທີ່ຈັບຕົວໄດ້ໃນວັນທີ 21 ເມສາ 2013 ມາດໍາເນີນຄະດີຕາມລະບຽບກົດ ໝາຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ໄດ້ຮ່ວມກັນວາງ ແຜນລັກເອົາເງິນ ຂອງນາງ ວໍທິມີຫຽບ ເພາະລາວມັກຖືເງິນຫລາຍເພື່ອມາຄ້າຂາຍ ແລະ ເອົາເງິນໄວ້ ໃນຖົງເງິນຢູ່ຫລັງເບາະລົດ, ໃນມື້ເກີດເຫດທ້າວ ຫງວຽນ ວັນຖິ່ນ ໄດ້ຕວົະຜູ້ຕາຍວ່າ ທ້າວ ຄຳເພັດ ໄດ້ເບິ່ງສະຖານທີ່ຊື້ຂາຍໄມ້ກ່ອນແລ້ວ, ທັງ​ສອງຈຶ່ງໄດ້ຂຶ້ນລົດນຳໄປ, ຈາກນັ້ນ ທ້າວ ຫງວຽນ ວັນຖິ່ນ ໄດ້ຂັບລົດພາເຂົ້າໄປທາງຫ້ວຍອາໄກໂດຍຕົວະວ່າເປັນທາງ ລັດເຂົ້າເມືອງວິລະບູລີ ພໍ​ຮອດບໍລິເວນ ທາງສາມແຍກ ຜູ້ຕາຍເຫັນທາງຍາກ ແລະ ມີຫ້ວຍຈຶ່ງຈອດລົດໃຫ້ ທ້າວ ຫງວຽນ ວັນຖິ່ນ ປ່ຽນມາ ນັ່ງເບາະຫລັງແລ້ວລ້ຽວລົດກັບຄືນ, ຂະນະນັ້ນ ທ້າວ ຫງວຽນ ວັນຖິ່ນ ກໍຄົ້ນຫາເງິນໃນຖົງຂອງຜູ້ຕາຍ, ແຕ່ຜູ້ຕາຍເຫັນເວົ້າວ່າ: ເຈົ້າຕົວະຂ້ອຍມາເບິ່ງໄມ້ເພື່ອຢາກລັກເງິນຂອງຂ້ອຍຈະລາຍງານເຈົ້າໜ້າທີ່ ແລະ ບອກເຖົ້າແກ່ໄມ້ ບໍ່ໃຫ້ຄ້າຂາຍນຳ, ຈາກນັ້ນ ທ້າວ ຫງວຽນ ວັນຖິ່ນ ຈຶ່ງເອົາກະແຈ​ແປງ​ລົດຂະໜາດໃຫຍ່ທຸບເຂົ້າບໍລິເວນງ່ອນໜຶ່ງ ບາດຈົນໝົດສະຕິແລ້ວດຶງຜູ້ຕາຍມາໄວ້ຢູ່ເບາະກາງ ​ແລະ ​ເມື່ອເຫັນຜູ້ຕາຍຍັງມີສະຕິຢູ່ກໍເອົາກະແຈທຸບຕື່ມອີກ ຫລາຍບາດຈົນເຮັດໃຫ້ເສຍຊີວິດ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...