Homeຂ່າວພາຍ​ໃນກະຊວງການເງິນ ຮ້ອງຂໍໃຫ້ສັງຄົມຊ່ວຍຕິດຕາມ ການປະພຶດທີ່ບໍ່ດີຂອງພະນັກງານການເງິນ!

ກະຊວງການເງິນ ຮ້ອງຂໍໃຫ້ສັງຄົມຊ່ວຍຕິດຕາມ ການປະພຶດທີ່ບໍ່ດີຂອງພະນັກງານການເງິນ!

Published on

Tax
(ພາບປະກອບ)

ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ສີລາ ວຽງແກ້ວ ໄດ້ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນ ມານີ້ວ່າ: ເພື່ອເປັນການສະກັດກັ້ນບັນດາປະກົດການຫຍໍ້ທໍ້ຂອງພະນັກງານໃນຂົງເຂດການເງິນ ແມ່ນມີຄວາມຍີນດີຂໍໃຫ້ສັງຄົມຊ່ວຍເປັນຫູເປັນຕາຕິດຕາມການເຄື່ອນໄຫວຂອງພະນັກງານກະຊວງພວກເຮົາ ແລະ ຖ້າພົບກໍລະນີທີ່ບໍ່ດີກໍໃຫ້ຮີບຮ້ອນແຈ້ງໃຫ້ໜ່ວຍງານກ່ຽວຂ້ອງຊາບທັນທີເພື່ອ ໃຫ້ສາມາດກວດ ສອບ ແລະ ແກ້ໄຂໄດ້ທັນເວລາ, ເຊິ່ງການອອກມາເວົ້າຕໍ່ບັນຫາດັ່ງກ່າວມີຂຶ້ນພາຍຫລັງກະແສສັງ ຄົມເຫັນວ່າໄລຍະເສດຖະກິດຂອງຊາດປະສົບຄວາມຫຍຸ້ງຍາກຍ້ອນການເກັບລາຍຮັບບໍ່ໄດ້ຕາມແຜນ, ແຕ່ມີພະນັກງານຈຳນວນບໍ່ໜ້ອຍໃນຂົງເຂດການເງິນຮັ່ງມີລ້ຳລວຍຜິດປົກກະຕິ ແລະ ໃຊ້ຈ່າຍຫລິ້ນ ກິນຟູມເຟືອຍ, ຊຶ່ງກາຍເປັນແບບຢ່າງອັນບໍ່ດີຕໍ່ສັງຄົມກໍຄືການສ້າງພາບພົດທີ່ບໍ່ເໝາະ ສົມໃຫ້ ແກ່ບົດບາດພະນັກງານ, ໂດຍສະເພາະແມ່ນພະນັກງານພາສີ, ອາກອນດັ່ງນີ້ເປັນຕົ້ນ.

ລັດຖະມົນຕີຊ່ວຍວ່າການກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ກະຊວງການເງິນ ໄດ້ເອົາໃຈໃສ່ກວດກາ ແລະຕ້ານບັນດາປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານຂະແໜງການຂອງຕົນຢ່າງຈິງຈັງຕະຫລອດມາດ້ວຍການດຳເນີນການແຈ້ງຊັບສີນຂອງພະນັກງານ, ເປີດບັ້ນດຳ ເນີນຊີວິດການເມືອງ, ກວດກາການປະຕິບັດໜ້າທີ່ຂອງພະນັກງານຢູ່ບັນດາດ່ານພາ ສີເພື່ອໃຫ້ການ ເກັບລາຍຮັບໄດ້ຕາມແຜນ, ຂະນະດຽວກັນກໍມີການກວດກາຕາມປະກົດການ ແລະ ຫາງສຽງຂອງສັງ ຄົມ ແລະ ຜ່ານມາຂະແໜງການເງິນກໍໄດ້ມີການປະຕິບັດວິໄນຢ່າງເຂັ້ມງວດຕໍ່ພະນັກ ງານຜູ້ທີ່ກະທຳ ຜິດໃນຫລາຍກໍລະນີຕາມລະບຽບກົດໝາຍກຳນົດໄວ້.ແນວໃດກໍຕາມ ເພື່ອເຮັດໃຫ້ພາບລັກ ແລະ ການປະຕິບັດໜ້າທີ່ຂອງພະນັກງານໃນຂະແໜງການເງິນມີຄວາມເຂັ້ມແຂງ, ບໍລິສຸດໂປ່ງໃສຈຶ່ງ ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມຈົ່ງຊ່ວຍກັນຕິດຕາມກວດກາ ແລະ ປະກອບສ່ວນຢ່າງຈິງ ໃຈໃນການແຈ້ງຜູ້ມີພຶດຕະກຳທີ່ບໍ່ດີ ຈາກການກະທຳຂອງພະນັກງານຂະແໜງການຕົນທີ່ເຫັນວ່າເປັນ ການກະທຳທີຜິດຕໍ່ລະບຽບກົດໝາຍ ເພື່ອຈະໄດ້ພ້ອມກັນກວດກາ ແລະ ແກ້ໄຂປາກົດການຫຍໍ້ທໍ້ດັ່ງ ກ່າວໄດ້ທ່ວງທັນ.

tax

 

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...