Homeປ່ອງຢ້ຽມດວງດາວຊາວເນັດວິຈານ!!! ຖ່າຍຕິດ UFO ຈາກສະຖານີອາວະກາດຂອງນາຊ່າ

ຊາວເນັດວິຈານ!!! ຖ່າຍຕິດ UFO ຈາກສະຖານີອາວະກາດຂອງນາຊ່າ

Published on

news01-1

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ຜູ້​ຄົນ​ໃນ​ສັງຄົມ​ອອນ​ໄລນ໌​ທົ່ວ​ໂລກ​ກຳ​ລັງ​ວິ​ພາກ​ວິ​ຈານຄລິບ​ວິ​ດີ​ໂອ​ການ​ປະຕິບັດ​ໜ້າທີ່​ໃນ​ອາວະ​ກາດ​ຂອງ​ອົງ​ການ​ບໍລິຫານ​ການ​ບິນ​ແລະ​ອາ​ວະ​ກາ​ດ​ສະຫາລັດ​ອາ​ເມ​ລິ​ກາ ຫຼື ອົງການ​ນາ​ຊ່າ ຫຼັງ​ມີ​ຄລິບ​ວິ​ດີ​ໂອ​ໜຶ່ງ​ຖືກ​ຈັບ​ສັງເກດ​ເຫັນ​ວັດ​ຖຸ​ປະ​ຫຼາດ​​ຢູ່​ໃກ້​ກັບ​ສະຖານີ ​ອາ​ວະ​ກາດ​ນານາ​ຊາດ ຈົນ​ລ່ຳ​ລື​ກັນ​ວ່າ​ອາດຈະ​ເປັນ​ວັດ​ຖຸ​ເລິກ​ລັບ​ທີ່​ພິສູດ​ບໍ່​ໄດ້ ຫຼື UFO

ຕາມ​ລາຍ​ງານ​ລະ​ບຸ​ວ່າ ຄລິບ​ວິ​ດີ​ໂອ​ພາບ​ການ​ປະຕິບັດ​ໜ້າທີ່​ສ້ອມ​ບຳ​ລຸງ​ຂອງ​ໜ່ວຍ​ງາ​ນອາວະກາດ​ຍຸ​ໂລບ​ທີ່​ສະຖານີ ​ອາ​ວະ​ກາດ​ນານາ​ຊາດ​ໄອ​ເອດ​ເອດ ນັກ​ບິ​ນອາວະ​ກາດ 2 ຄົນ ປະກອບ​ດ້ວຍ ລີດສ໌ ໄວຊ໌​ແມນ ແລະ ອະ​ເຫຼັກ​ຊານ​ເດີລ໌ ເກີລ໌​ ໄດ້​ອອກ​ມາ​ປະຕິບັດ​ໜ້າ​ນີ້​ສ້ອມ​ແຊມ​ສະຖານີ ​ອາ​ວະ​ກາດ ລະວ່າງ​ທີ່​ທັງ​ສອງ​ກຳ​ລັງ​ປະຕິບັດ​ງານ​ຢູ່​ນັ້ນ ທີ່​ສາກ​ດ້ານ​ຫຼັງ​ຂອງ​ສະຖານີ ​ອາ​ວະ​ກາດ​ເລີ່ມ​ປາກົດ​ເຫັນ​ວັດ​ຖຸ​ປະ​ຫຼາດ ຄ້າຍ​ກັບ​ກຳ​ລັງ​ເຄື່ອນ​ທີ່​ໃກ້​ເຂົ້າ​ມາ​ແລະ​ເຫັນ​ແຈ້ງ​ຂຶ້ນ​ເລື້ອຍ​ໆ ຈົນ​ມີ​ກະ​ແສ​ລື​ກັນ​ວ່າ ວັດ​ຖຸ​ທີ່​ເຫັນ​ນັ້ນ​ເປັນ​ສິ່ງ​ທີ່​ພິສູດ​ບໍ່​ໄດ້​ຈາກ​ມະນຸດ​ຕ່າງ​ດາວ ຫຼື UFO

ຢ່າງໃດ​ກໍ​ຕາມ ຫຼັງ​ຈາກ​ຄລິບ​ວິ​ດີ​ໂອ​ຄວາມ​ຍາວ 5 ນາ​ທີ​ທີ່​ໂພດຕ໌​ໂດຍ​ອົງ​ການ​ນາ​ຊ່າ ຖືກ​ວິ​ພາກວິ​ຈານ​ໄປ​ຕ່າງໆ ນານາ ທາ​ງອົງ​ການ​ນາ​ຊ່າ​ກໍ​ບໍ່​ໄດ້​ອອກ​ມາ​ສະແດງ​ຄວາມ​ຄິດ​ເຫັນ​ກ່ຽວກັບ​ປະ​ເດັນ​ດັ່ງ​ກ່າວ ຄະນະ​ທີ່​ຊາວ​ເນັດ​ທົ່ວ​ໂລກ​ກໍ​ແຫ່​ກັນ​ເຂົ້າໄປ​ຊົມ​ຄລິບ​ວິ​ດີ​ໂອ​ດັ່ງ​ກ່າວ ຈົນ​ມີ​ຍອດ​ຄົນ​ເບິ່ງ​ທະ​ລຸ 100, 000 ເທື່ອ​ຢ່າງ​ວ່ອງໄວ ໂດຍ​ທີ່​ບາງ​ຄົນ​ເຊື່ອ​ວ່າ​ອາ​ດ​ຈະ​ເປັນ​ UFO ​ແທ້ໆ ແຕ່​ບາງ​ຄົນ​ເຊື່ອ​ວ່າ​ເປັນ​ເພາະ​ເລນກ້ອງ​ໃນ​ມຸມ​ຕົກ​ກະທົບ​ຂອງ​ແສງ​ເທົ່າ​ນັ້ນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...