spot_img
Homeຂ່າວພາຍ​ໃນຮ່ວມມືພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ

ຮ່ວມມືພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ

Published on

ຮ່ວມມືພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ

 

ພິທີ​ລົງ​ນາມ​ສັນຍາ​ການ​ຮ່ວມ​ມື​ໂຄງການ​ພັດທະນາ ແລະ ສົ່ງເສີມ​ການທ່ອງທ່ຽວ ແລະ ໂຄງການ​ຜະລິດ-ຕິດ​ຕັ້ງ​ປ້າຍ​ປະຫວັດ ຮູບ​ພາບ ຂໍ້​ມູນ​ສະຖານທີ່​ທ່ອງ​ທ່ຽວ​ໃນ ​ສປປ ລາວ ໄດ້​ມີ​ຂຶ້ນ​ວັນ​ທີ 3 ພຶດສະພາ 2013 ຢູ່​ໂຮງແຮມ​ນະຄອນ​ສັກ ລະຫວ່າງ​ທ່ານ ວີລະ​ສານ ຄຳ​ດາລາ​ນິກອນ ປະທານ​ຄະນະ​ກຳມະການ​ບໍລິຫານ​ມູນ​ນິທິ​ລາວ​ພັດທະນາ​ຜາ​ສຸກ ແລະ ທ່ານ ສະຖາພອນ ວັດທະນາ​ສິ​ຣິ​ນຸ​ກຸນ ປະທານ​ບໍລິສັດ SW Holding Group ໂດຍ​ຊ້ອງ​ໜ້າ​ທ່ານ ຄຳ​ໃສ ສຸລິນທອນ ປະທານ​ໃຫຍ່​ມູນ​ນິທິ​ລາວ​ພັດທະນາ​ຜາ​ສຸກ ທ່ານ ທົມ ມີ​ສິ​ຣິ ຜູ້​ປະສານ​ງານ​ຝ່າຍ​ຕ່າງປະເທດ​ບໍລິສັດ SW Holding Group ແລະ ແຂກ​ຖືກ​ເຊີນ.

ທ່ານ ຄຳ​ໃສ ສຸລິນທອນ ໄດ້​ກ່າວ​ວ່າ: ການ​ລົງ​ນາມ​ຄັ້ງ​ນີ້​ເປັນ​ການ​ເລີ່ມ​ຕົ້ນ​ການ​ຮ່ວມ​ມື​ລະຫວ່າງ​ມູນ​ນິທິ​ລາວ​ພັດທະນາ​ຜາ​ສຸກ ກັບ​ບໍລິສັດ SW Holding Group ປະເທດ​ໄທ​ຈຳກັດ ເພື່ອ​ຮ່ວມ​ກັນ​ພັດທະນາ ແລະ ສົ່ງເສີມ​ການທ່ອງທ່ຽວ ໂດຍ​ໄລຍະ​ເລີ່ມ​ຕົ້ນ​ຈະ​ເນັ້ນ​ໃສ່​ການ​ຕິດ​ຕັ້ງ​ປ້າຍ​ໂຄສະນາ ເຊິ່ງ​ແຂວງ​ຈະ​ເປັນ​ຜູ້​ກຳນົດ​ທີ່​ຕັ້ງ​ຂອງ​ປ້າຍ​ໃຫ້ ພ້ອມ​ທັງ​ໃຫ້​ປະຫວັດ ແລະ ຂໍ້​ມູນ​ຕ່າງໆ​ຂອງ​ແຫຼງ​ທ່ອງ​ທ່ຽວ ຈາກ​ນັ້ນ ກໍ​ຈະ​ໄດ້​ຜ່ານ​ອົງ​ການທ່ອງທ່ຽວ​ແຫ່ງ​ຊາດ ຈຶ່ງ​ຈະ​ສາມາດ​ຕິດ​ຕັ້ງ​ໄດ້​ການ​ສຳ​ປະທານ​ຕິດ​ຕັ້ງ​ປ້າຍ​ໂຄສະນາ​ນີ້​ແມ່ນ​ມູນ​ນິທິ​ລາວ​ພັດທະນາ​ຜາ​ສຸກ​ເປັນ​ຜູ້​ໄດ້​ຮັບ​ສິດ ແລະ ໄດ້​ຮ່ວມ​ກັບ​ບໍລິສັດ​ພາຍ​ໃນ​ມາ​ແລ້ວ 2-3 ປີ ເຫັນ​ວ່າ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ທາງ​ດ້ານ​ທຶນຮອນ ແລະ ການ​ຕະຫຼາດ ເພາະວ່າ​ການ​ທີ່​ເຮົາ​ສ້າງ​ປ້າຍ​ຂຶ້ນ ກໍ​ຄື​ກັບ​ໜ້າ​ໜັງສືພິມ ນອກຈາກ​ຈະ​ໃສ່​ຂໍ້​ມູນ​ຕ່າງໆ​ຂອງ​ແຫຼ່ງ​ທ່ອງ​ທ່ຽວ​ແລ້ວ ພວກ​ເຮົາ​ກໍ​ຈະ​ແບ່ງ​ພື້ນ​ທີ່​ໄວ້​ໃຫ້​ບໍລິສັດ​ມາ​ໂຄສະນາ​ໃນ​ປ້າຍ ແລະ ຈະ​ເກັບ​ຄ່າ​ຈາກ​ການ​ໂຄສະນາ​ນັ້ນ​ມາ​ຈ່າຍ​ຄ່າ​ບໍລິການ ດັ່ງນັ້ນ ການ​ຮ່ວມ​ມື​ກັບ​ບໍລິສັດ SW Holding Group ຈະ​ມີ​ຜົນ​ດີ​ໃນ​ການ​ປະຕິບັດ​ໂຄງການ​ເພາະ​ບໍລິສັດ​ດັ່ງກ່າວ ມີ​ທ່າແຮງ​ດ້ານ​ການ​ເງິນ ການ​ຕິດ​ຕັ້ງ​ປ້າຍ​ນີ້​ຈະ​ມີ​ຜົນ​ປະໂຫຍດ​ຫຼາຍ ເພາະ​ນອກຈາກ​ຈະ​ເປັນ​ການ​ເປີດ​ໂຕ​ບັນດາ​ແຫຼງ​ທ່ອງ​ທ່ຽວ​ໃນ​ທົ່ວ​ປະເທດ​ສູ່​ສັງຄົມ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ແລ້ວ ຍັງ​ເປັນ​ການ​ອຳນວຍ​ຄວາມ​ສະດວກ ຊ່ວຍ​ຊີ້​ບອກ​ເສັ້ນທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ໄປ​ເຖິງ​ແຫຼງ​ທ່ອງ​ທ່ຽວ​ໄດ້​ງ່າຍ​ຂຶ້ນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...