Homeຂ່າວພາຍ​ໃນເຖິງປີນີ້ຈະແລ້ງ! ແຕ່ ນ.ວ ຮັບປະກັນສະໜອງພືດຜັກ ໄດ້ພຽງພໍກັບການບໍລິໂພກ!

ເຖິງປີນີ້ຈະແລ້ງ! ແຕ່ ນ.ວ ຮັບປະກັນສະໜອງພືດຜັກ ໄດ້ພຽງພໍກັບການບໍລິໂພກ!

Published on

p4

ຂປລ. ​​ຕາມ​ການ​ໃຫ້​ສຳພາດ​ ຂອງ ທ່ານ ຮສ.ດຣ ລິນ​ຄຳ ດວງ​ສະຫວັນ ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ປີ​ນີ້​ ສະພາບ​ອາກາດ​ຈະ​ແຫ້ງ​ແລ້ງກວ່າ​ທຸກ​ປີ ​ແຕ່​ພືດ​ຜັກ ​ຈະ​ບໍ່​ຂາດຕະຫລາດ​ແນ່ນອນ, ຍ້ອນ​ວ່າ ທາງ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ ນະຄອນຫລວງ​ວຽງ​ຈັນ ​ໄດ້​ຈັດຕັ້ງກຸ່ມ ​ຜະລິດ​ກະສິກຳ ​ໄວ້​ຮອງ​ຮັບ​ເຖິງ 84 ກຸ່ມ ​ເຊິ່ງ​ຈະ​ສາມາດສະໜອງ ​ພຶດຜັກ​ໄດ້​ພຽງພໍ​ ກັບ​ຄວາມ​ຕ້ອງການ ​ບໍລິ​ໂພ​ກ ຂອງ​ຊາວ​ນະຄອນ ຫລວງ​ວຽງ​ຈັນ ​ແຕ່​ກໍ​ຍັງ​ມີ​ພືດ​ຜັກ​ ຈຳນວນ​ໜຶ່ງ ​ທີ່​ຈຳ​ເປັນ​ຕ້ອງ​ນຳ​ເຂົ້າ​ ຍ້ອນ​ກຳລັງ​ການ​ຜະລິດ ​ຂອງ​ກະສິກອນ​ ຍັງ​ບໍ່​ພຽງພໍ​ ເຊັ່ນ: ຫົວຜັກ​ບົວ​ໃຫຍ່, ກະ​ລົດ ​ແລະ ຫົວ​ຜັກທຽມ.
ທ່ານຫົວໜ້າ ​ ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ປັດຈຸບັນ​ການ​ປູກ​ພື​ກຜັກ ​ຂອງ​ກະສິກອນ​ ໃນ​ນະຄອນ ຫລວງ​ວຽງ​ຈັນ​ ປະຕິບັດ​ໄດ້ 1.643 ​ເຮັກຕາ ​ເທົ່າກັບ 43% ຂອງ​ເນື້ອ​ທີ່​ແຜນການ 3.790 ​ເຮັກຕາ, ​ໃນ​ນັ້ນສິ່ງ​ທີ່​ພົ້ນ​ເດັ່ນ​ແມ່ນ​ ການ​ຜະລິດ​ ພຶດຜັກ​ອິນ​ຊີ ຂອງ​ກຸ່ມ​ກະສິກອນ ​ເຊິ່ງມີ​ການຈຳໜ່າຍ ອາທິດ​ລະສາມຄັ້ງ ຢູ່​ເດີ່ນ​ທາດ​ຫລວງ ​ແລະ ສ່ວນ​ເຈົ້າຟ້າ​ງຸ່ມ, ສາມາດ​ຈຳໜ່າຍ​ ໄດ້​ຫລາຍ​ກວ່າ 9 ພັນ​ໂຕນ ​ເຊິ່ງຖື​ວ່າ​ເປັນ​ທ່າ​ແຮງ​ສຳຄັນ ​ດ້ານ​ການ​ຜະລິດ​ກະສິກຳ ປອດ​ສານພິດ ​ເພື່ອ​ສະໜອງ​ໃນ​ຕະຫລາດ AEC. ຄຽງ​ຄູ່​ກັບ​ການ​ປູກ​ພຶດຜັກ ​ສະບຽງ​ອາຫານ​ແລ້ວ ຢູ່​ນະຄອນຫລວງ​ວຽງ​ຈັນ ຍັງ​ມີ​ຂະ​ບວນການ ​ປູກ​ພືດ​ອຸດສາຫະກຳ ​ແລະ ​ໄມ້​ໃຫ້​ໝາກ ​ເພື່ອ​ຕອບ​ສະໜອງ​ ໃຫ້​ແກ່​ການ​ຜະລິດ​ເປັນ​ສິນຄ້າ​ເຊັ່ນ: ປູກ​ສາລີ, ມັນຕົ້ນ, ອ້ອຍ, ກ້ວຍ ​ແລະ ອື່ນໆ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...