Homeຂ່າວພາຍ​ໃນນະຄອນຫຼວງ ແລະ ອົງການຊິຕລານ ຮ່ວມມືກັນພັດທະນາຕົວເມືອງວຽງຈັນ

ນະຄອນຫຼວງ ແລະ ອົງການຊິຕລານ ຮ່ວມມືກັນພັດທະນາຕົວເມືອງວຽງຈັນ

Published on

ນະຄອນຫຼວງ ແລະ ອົງການຊິຕລານ ຮ່ວມມືກັນພັດທະນາຕົວເມືອງວຽງຈັນ

 

ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ລະຫວ່າງ​ນະຄອນຫຼວງ​ວຽງ​ຈັນ ແລະ ຊິ​ຕລານ ກຳມະບານ ປະສົມ​ຊີ້​ນຳ​ວຽກ​ງານ​ຂົນສົ່ງ​ເຂດ​ແມ່ນ້ຳ​ໂຣນ ແລະ ຂອບ​ເຂດ​ລີ​ອົງ ສາທາລະນະ​ລັດ​ຝຣັ່ງ 2013-2015 ໄດ້​ມີ​ຂຶ້ນ​ທີ່​ຫ້ອງ​ວ່າການ​ນະຄອນຫຼວງ​ວຽງ​ຈັນ ວັນ​ທີ 7 ພຶດສະພາ 2013 ຮ່ວມ​ລົງ​ນາມ​ຄັ້ງ​ນີ້ ມີ​ຂຶ້ນ​ລະຫວ່າງ​ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ແລະ ທ່ານ ແບນ​ນາ ຣີ​ວານ​ຕາ ປະທານ​ອົງການ​ຊີ​ຕລານ ກຳມະບານ​ຕ້ານ​ການ​ຂົນສົ່ງ​ເຂດ​ແມ່ນ້ຳ​ໂຣນ ແລະ ລີ​ອົງ ປະເທດ​ຝຣັ່ງ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ ສຸ​ກັນ ມະຫາລາດ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ ອິດ ກາກ​ໂມ​ນາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝຣັ່ງ​ປະຈຳ​ລາວ ບັນດາ​ການ​ນຳ​ນະຄອນຫຼວງ ແລະ ພາກສ່ວນ​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ.

ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ທີ່​ສອງ​ຝ່າຍ​ເຊັນ​ກັນ​ໃນ​ຄັ້ງ​ນີ້ ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ຢ່າງ​ຍິ່ງ ໃນ​ການ​ພັດທະນາ​ດ້ານ​ການ​ຮ່ວມ​ມື​ໃນ​ຂະແໜງການ​ຂົນສົ່ງ​ມວນ​ຊົນ ເຊິ່ງ​ເປັນ​ເງື່ອນໄຂ​ເໝາະ​ສົມ ແລະ ສອດຄ່ອງ​ກັບ​ການ​ພັດທະນາ​ຕົວ​ເມືອງ​ຂອງ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ສະເພາະ​ແມ່ນ​ບັນດາ​ການ​ສັນຈອນ​ທີ່​ແອ​ອັດ​ໃນ​ຕົວ​ເມືອງ​ຕາມ​ເປົ້າ​ໝາຍ​ແຫ່ງ​ການ​ພັດທະນາ MDG.

ອົງການ​ຊີ​ຕລານ ແມ່ນ​ອົງການ​ສາກົນ​ທີ່​ເປັນ​ທີ່​ຮູ້ຈັກ​ທົ່ວ​ໂລກ ໃນ​ການ​ໃຫ້​ຄຳ​ປຶກສາ​ໃນ​ກອບ​ການ​ແລກປ່ຽນ​ຄວາມ​ຮູ້ ຄວາມ​ສາມາດ​ດ້ານ​ວິຊາ​ການ ຊ່ຽວຊານ​ໃນ​ການ​ວາງ​ແຜນ​ປັບປຸງ ແກ້​ໄຂ ແລະ ພັດທະນາ​ໃນ​ຂົງເຂດ​ວຽກ​ງານ​ການ​ຂົນສົ່ງ​ມວນ​ຊົນ​ໃນ​ເທດສະບານ ເຊິ່ງ​ການ​ເຊັນ​ບົດ​ບັນທຶກ​ຄັ້ງ​ນີ້ ທາງ​ອົງການ​ດັ່ງກ່າວ​ຈະ​ໄດ້​ຖ່າຍ​ທອດ​ບົດຮຽນ ປະສົບ​ການ​ໃນ​ການ​ພັດທະນາ​ລະບົບ​ພື້ນຖານ​ໂຄງ​ລ່າງ ໂດຍ​ສະເພາະ​ກໍ​ແມ່ນ​ຜັງເມືອງ​ຈາກ​ຕົວ​ເມືອງ​ລີ​ອົງ​ຂອງ​ປະເທດ​ຝຣັ່ງ ມາ​ຜັນ​ຂະຫຍາຍ​ຈັດ​ຕັ້ງ​ປະຕິບັດ​ຢູ່​ຕົວ​ເມືອງ​ນະຄອນຫຼວງ​ວຽງ​ຈັນ ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນຫາ​ການ​ສັນຈອນ​ທີ່​ແອ​ອັດ​ໃນ​ຕົວ​ເມືອງ​ວຽງ​ຈັນ​ໃນ​ອະນາຄົດ ນອກ​ນີ້ ຕົວ​ເມືອງ​ກໍ​ຈະ​ຍັງ​ເປັນ​ຕົວ​ເມືອງ​ທີ່​ສວຍ​ງາມ ແລະ ມີ​ການ​ພັດທະນາ​ຕື່ມ​ອີກ.

ສຳລັບ​ການ​ຮ່ວມ​ມື​ແມ່ນ​ຈະ​ມີ​ການ​ເຝິກອົບຮົມ​ກ່ຽວ​ກັບ​ວຽກ​ງານ​ການ​ຂົນສົ່ງ​ໃຫ້​ພະນັກງານ​ວິຊາ​ການ​ຢູ່​ລີ​ອົງ ເພື່ອ​ຈະ​ໄດ້​ແລກປ່ຽນ​ບົດຮຽນ​ປະສົບ​ການ ເພື່ອ​ມາ​ແກ້​ໄຂ​ບັນຫາ​ລະບົບ​ການ​ສັນຈອນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...