Homeມູມໄອທີລາວວິທີ​ການ​ລົບ Jailbreak / Cydia

ວິທີ​ການ​ລົບ Jailbreak / Cydia

Published on

ຮຽນ​ຜູກ​ກໍ​ຕ້ອງ​ຮຽນ​ແກ້ Jailbreak ​ໄປ​ແລ້ວ ກໍ​ຄວນ​ຮູ້​ວິທີ​ລົບ Jailbreak ​ອອກ ​ເວລາ​ເຄື່ອງ​ມີ​ບັນຫາ ກ່ອນ​ຈະ​ສົ່ງສູນ ຄວນ​ຈະ​ລົບ Jailbreak ​​ກ່ອນ​ ເຊີ່ງ​ວິທີ​ການ​ລົບ Jailbreak ​ອອກ​ນັ້ນ​ງ່າຍ​ຫຼາຍ​ໆ ມາ​ເບິ່ງ​ຂັ້ນ​ຕອນ​ການເຮັດ​ກັນ​ເລີຍ

Cydia-Download-Error

 

ກ່ອນ​ຈະ​ເຮັດຫຍັງ ກໍ​ຕາມ ຄວນ​ຈະ Backup (ສຳ​ຮອງ​ຂໍ້​ມູນ) ກ່ອນ​ ສາ​ມາດ​ເບິ່ງ​ຂັ້ນ​ຕອນ​ການເຮັດ​ໄດ້ ບ່ອນນີ້

ເຮົາ​ມີ​ວິທີ​ລົບ​ Jailbreak ​ມາ​ຝາກ 2 ວິທີ ຄື ການ​ໃຊ້ iTunes ແລະ​ການ​ໃຊ້ Cydia Impactor

ການ​ລົບ Jailbreak ດ້ວຍ iTunes

ວິທີ​ນີ້​ຄ່ອນ​ຂ້າງ​ງ່າຍ ແລະ​ສະ​ດວກ ໃຫ້​ເຮົາ​ເປີດ iTunes ຂຶ້ນ​ມາ ແລ້ວ​ເລືອກ “ກູ້​ຄືນ iPhone… ” ຖ້າ​ໃຊ້​ເວີລ໌​ຊັ່ນ​ພາສາ​ອັງ​ກິດ​ຈະ​ເປັນ “Restore iPhone… ”

ຈາກ​ນັ້ນ iTunes ຈະ​ກໍ່ການ​ດາວນ໌​ໂຫລດ​ຟີ​ມ​ແວລ໌​ເວີລ໌​ຊັ່ນ​ລ່າ​ສຸດ (ຄອມພິວເຕີ​ຈຳ​ເປັນ​ຕ້ອງ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ກ່ອນລົງມື​ເຮັດ)  ມາ​ຕິດ​ຕັ້ງ​ໃໝ່​ເທິງ iPhone ຂອງ​ເຮົາ ແລ້ວ​ລົບ Jailreak ອອກ​ໃຫ້​ເຮົາ​ອັດ​ຕະໂນມັດ

ຫຼັງ​ຈາກ​ນັ້ນ​ໃຫ້​ເຮົາ Restore Backup ເພື່ອ​ກູ້​ຄືນ​ຂໍ້​ມູນ​ທີ່​ເຮົາ​ໄດ້​ສຳ​ຮອງ (Backup)  ເອົາ​ໄວ້

http://cdn.osxdaily.com/wp-content/uploads/2010/10/

ການ​ລົບ Jailbreak ດ້ວຍ Cydia Impactor

Cydia Impactor ເປັນ​ທຣິກ​ໃໝ່​ທີ່ Saurik ຜູ້​ສ້າງ Cydia ໄດ້​ພັດທະນາ​ຂຶ້ນ​ມາ ໃຊ້​ສຳລັບ​ລົບ Jailbreak ຈາກ Jailbroken device ໃຫ້ iOS ກັບ​ໄປ​ເປັນ​ຄື​ຂອງ​ເດີມ​ຈາກ Apple ການເຮັດວຽກ​ຄ້າຍ​ຄືກັບ​ໂປ​ແກມ​ເທິງ​ພີ​ຊີ​ຢ່າງ iLEX RAT ແລະ Semi-Restore ແຕ່​ວ່າ Cydia Impactor ນັ້ນ​ຈະ​ມີ​ຄວາມ​ແຕກ​ຕ່າງ​ບ່ອນທີ່ ເປັນ​ເຄື່ອງ​ມື​ຕົວ​ທຳອິດ​ທີ່​ສາມາດ​ລົບ Jailbreak ອອກ​ໄດ້ ໂດຍ​ບໍ່​ຕ້ອງ Restore ແຖມ​ຍັງ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ຄອມພິວເຕີ​ຊ່ວຍ​ອີກ​ດ້ວຍ

ຄວາມ​ສາມາດ​ທີ່​ໜ້າ​ສົນ​ໃຈ​ຂອງ Cydia Impactor

  • ລົບ Jailbreak ໄດ້​ໂດຍ​ບໍ່​ຕ້ອງ​ໃຊ້​ຄອມພິວເຕີ
  • ລົບ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຜູ້​ໃຊ້​ອອກ​ໄດ້​ທັງ​ໝົດ​ໂດຍ​ບໍ່​ຕ້ອງ Restore
  • ສາມາດ​ເລືອກ​ໃຊ້ iOS ເວີລ໌​ຊັ່ນ​ເກົ່າ​ໄດ້ ບໍ່​ຈຳ​ເປັນ​ຕ້ອງ​ອັບ​ເປັນ​ເວີລ໌​ຊັ່ນ​ລ່າ​ສຸດ

ຂັ້ນ​ຕອນ​ການເຮັດ

ເປີດ Cydia ຂຶ້ນ​ມາ ຄົ້ນ​ຫາ Cydia Impactor ແລ້ວ​ກໍ່​ຕິດ​ຕັ້ງ​ ເຮົາ​ຈະ​ໄດ້​ແອບ ມາ​ເທິງ Home screen

cydia-impactor-icon

ແອບຈະ​ເຕືອນ​ເຮົາ​ວ່າ ຕ້ອງ​ຕໍ່​ອິນ​ເຕີລ໌​ເນັດ​ຄະນະ​ເຮັດວຽກ ເຮົາ​ຂໍ​ແນະ​ນຳ​ໃຫ້​ຕໍ່​ຜ່ານ Wi-Fi, ກວດ​ສອບ​ແບດ​ເຕີ​ລີ່​ຄວນ​ຈະ​ເຫຼືອ​ຫຼາຍກວ່າ 50% ແລະ​ໃນ​ຄະນະ​ທີ່​ແອບ ​ກຳ​ລັງ​ເຮັດວຽກ​ບໍ່​ຄວນ​ໃຊ້​ງານ​ແອບ​ອື່ນ ປ່ອຍ​ໃຫ້​ມັນ​ເຮັດວຽກ​ພຽງ​ຢ່າງ​ດຽວ

ຫາກ​ພ້ອມ​ແລ້ວ​ກໍ​ກົດ​ໄປ​ທີ່​ປຸ່ມ​ສີ​ແດງ​ດ້ານ​ລຸມ delete all data and jailbreak device ກົດ Delete all ເພື່ອ​ຢືນຢັນ​ການ​ຕັດ​ສິນ​ໃຈ

ຫຼັງ​ຈາກ​ນັ້ນ iDevice ຂອງ​ເຮົາ​ຈະ​ມີ​ການ​ Reboot  ເມື່ອ​ສຳເລັດ​​ແລ້ວ ເຮົາ​ຈະ​ພົບ​ກັບ​ໜ້າ​ຈໍ ສະບາຍ​ດີ ຄືກັບທີ່ ​ເຮົາ​ແກະ​ກ່ອງ iDevice ຂຶ້ນ​ມາ​ເທື່ອທຳອິດ ສາມາດ​ກົດ Restore Backup ຈາກ iTunes ໄດ້​ເລີຍ ເປັນ​ອັນ​ຮຽບຮ້ອຍ

cydia-impactor-2

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...