Homeມູມໄອທີລາວ5 ວິທີ ປະຫຍັດດາຕ້າ 3G ເທິງແອນດຣອຍຢ່າງງ່າຍໆ ລືມໄປເລີຍວ່າ FUP ແມ່ນຫຍັງ

5 ວິທີ ປະຫຍັດດາຕ້າ 3G ເທິງແອນດຣອຍຢ່າງງ່າຍໆ ລືມໄປເລີຍວ່າ FUP ແມ່ນຫຍັງ

Published on

316_150715143520m8

ບັນຫາ​ໜັກ​ໃຈ​ຂອງ​ຄົົນທີ່​ຕ້ອງ​ໃຊ້​ງາ​ນສະມາດ​ໂຟນ​ຕະຫຼອດ​ເວລາ​ອັນ​ດັບ​ທຳອິດ ຈະ​ຕ້ອງ​ມີ​ເລື່ອງ 3G ບໍ່​ພໍ​ໃຊ້​ລວມ​ຢູ່​ນຳເປັນ​ອັນ​ດັບ​ທຳອິດ ມື້​ນີ້​ເຮົາ​ມີເຄັດບໍ່ລັບ​ທີ່​ຈະ​ຊ່ວຍ​ໃຫ້ 3G ເຫຼືອ​ໃຊ້​ງານ​ຫຼາຍ​ຂຶ້ນ ງ່າຍໆ 5 ວິທີ​ມາ​ຝາກ ງານ​ນີ້​ສຳຫຼັບ​ຊາວ​ແອ​ນດຣອຍ​ໂດຍ​ສະເພາະ​  ມາ​ເບິ່ງ​ກັນ​ວ່າ​ຕ້ອງ​ເຮັດ​ແນວໃດແດ່

  1. ບີບ​ອັດ​ຂໍ້​ມູນ​ໃນ​ການ​ຫຼິ້ນ​ເວັບ​ດ້ວຍ Chrome

ຖ້າ​ຫາກ​ປົກກະຕິ​ແລ້ວ​ເປີດ​ເວັບ​ເທິງ​ມື​ຖື​ເປັນ​ປະຈຳ​ແລ້ວ​ ເຮົາ​ແນະ​ນຳ​ໃຫ້​ໃຊ້​ແອບ  Chrome ໃນ​ການ​ຫຼິ້ນເວັບ​ ດ້ວຍ​ການ​ເປີດ​ໃຊ້​ງານ​ຄຸນສົມບັດ Data Saver  ຈະ​ເຮັດໃຫ້​ຂໍ້​ມູນ​ທີ່​ຖືກ​ດາວໂຫຼດ​ເທິງ​ໜ້າ​ເວັບ​ຖືກ​ບີບ​ອັດ ເຮົາ​ຈະ​ເສຍ​ດາ​ຕ້າ​ໃນ​ການ​ເປີດ​ເວັບ​ລຸດລົງ​ໄດ້ 30-35% ກໍ່ໄດ້

ການ​ເປີດ Data Saver ເຮົາ​ຈະ​ຮູ້ສຶກ​ໜ້າ​ເວັບ​ສະແດງ​ຜົນ​ຊ້າ​ລົງ​ ​ແລະ ​ຄຸ້ມ​ຄ່າ​ກວ່າ​ການ​ສູນ​ເສຍ​ດາ​ຕ້າ​ອັນ​ມີ​ຈຳ​ກັດ​ ເປີດ​ໃຊ້​ງານ​ດ້ວຍ​ການ​ໄປ​ທີ່​ຈຸດ​ສາມ​ຈຸດ​ບໍລິເວນ​ຂວາ​ເທິງ​ຂອງ​ແອບ  Chrome ເລື່ອນ​ລົງ​ມາ​​ຫາ​ເມ​ນູ Settings ແລ້ວ​ກົດ​ເປີດ​ໃຊ້​ງານ Data Saver

AndroidPIT-Chrome-browser-data-saver-enable-w782

  1. ປ່ຽນ​ແອບFacebook ທີ່​ໃຊ້​ງານ​ຢູ່

ຖ້າ​ເຄີຍ​ກວດ​ສອບ​ປະລິມານ​ການ​ໃຊ້​ດາ​ຕ້າ​ຂອງ​ໂທລະ​ສັບ​ເບິ່ງ​ແລ້ວ​ ເຮົາ​ໜ້າ​ຈະ​ຮູ້​ກັນ​ດີ​ວ່າ​ແອບ  Facebook ນັ້ນ​ສິ້ນ​ເປືອງ​ດາ​ຕ້າ​ຢ່າງ​ຫຼວງຫຼາຍ  ມັນ​ເປັນ​ແອບ ທີ່​ຕ້ອງ​ໃຊ້​ເປັນ​ປະຈຳ​ ແມ່ນ​ Facebook Lite ທີ່​ເປັນ​ເວີ​ຊັ່ນ​ປະ​ຫຍັດ ກໍ​ຍັງ​ໃຊ້​ດາ​ຕ້າ​ສູງ​ເຊັ່ນກັນ

ເຮົາ​ຂໍ​ແນະ​ນຳ​ລອງ​ໃຊ້ Tinfoil for facebook ເປັນ​ເວັບ​ແອບ ທີ່​ໃຊ້​ດາ​ຕ້າ​ໃນ​ການ​ໂຫຼດ​ຂໍ້​ມູນ​ໜ້ອຍ​ຫລາຍ ດາວ​ໂຫຼດ​ໄວ ແລະ​ບໍ່​ມີ​ໂຄສະ​ນາມາ​ກວນ​ໃຈ​ ຫຼື ​ຖ້າ​ບໍ່​ລື້ງ​ການ​ໃຊ້ Facebook ຜ່ານ Chrome ກໍ​ເປັນ​ອີກ​ທາງ​ເລືອກ​ໜຶ່ງ​ໃນ​ການ​ປະ​ຫຍັດ 3G ໃຫ້​ເຮົາ​ໄດ້ ເພື່ອ​ຄວາມສະດວກ​ໃນ​ການ​ໃຊ້​ຢ່າ​ລືມ Add to Home Screen ເພື່ອ​ຄວາມສະດວກ​ໃນ​ການ​ໃຊ້​ງານ

AndroidPIT-Tinfoil-for-Facebook-Chrome-shortcut-w782

  1. Restrict background data

ເປັນ​ອີກ​ໜຶ່ງ​ວິທີ​ງ່າຍໆ ໃນ​ງານ​ປະ​ຫຍັດ​ດາ​ຕ້າ ກໍ​ຄື: ການ​ເປີດ​ໃຊ້​ງານ Restrict background data ໂດຍ​ປົກກະຕິ​ແລ້ວ​ແມ່ນ​ເຮົາ​ຈະ​ບໍ່​ໄດ້​ໃຊ້​ງານ​ໂທລະ​ສັບ​ຢູ່ ແຕ່​ເບື້ອງ​ຫຼັງ​ກໍ​ຈະ​ຍັງມີ​ການ​ໃຊ້​ງານ​ອິນ​ເຕີເນັດ​ໃນ​ການ​ອັບ​ເດດ​ຂໍ້​ມູນ​ຢູ່​ໂດຍ​ທີ່​ເຮົາ​ບໍ່​ຮູ້​ຕົວ ເຊັ່ນ​:ການ ເຊັກ​ອີ​ເມວ, ການ​ອັບ​ເດດ Feeds ຕ່າງໆ, ສະພາບ​ອາ​ກາດ ແລະ​ອື່ນໆ ອີກ​ຫຼວງຫຼາຍ ເຊິ່ງສ່ວນ​ຫຼາຍ​ບໍ່​ໄດ້​ຈຳ​ເປັນ​ຕໍ່​ຊີວິດ​ຂອງ​ເຮົາ​ປານໃດ

ການ​ເປີດ​ໃຊ້​ງານ Restrict background data  ໃຫ້​ເຮົາ​ໄປ​ທີ່ Settings>> Data usage>>  Restrict Background Data ແລະ​ເຮົາ​ຍັງ​ສາມາດ​ກຳນົດ​ການ​ອັບ​ເດດ​ຂໍ້​ມູນ​ຂອງ Google services ໄດ້​ດ້ວຍ​ການຕັ້ງ​ຄ່າ​ທີ່ Settings >> Accounts >> Google >> ເລືອກ​ບັນ​ຊີ​ຜູ້​ໃຊ້ >> ແລ້ວ​ເລືອກ​ປິດ​ບໍລິການ​ທີ່​ເຮົາ​ບໍ່​ຕ້ອງ​ການ​ໃຫ້​ມັນ​ອັບ​ເດດ​ອັດ​ຕາໂນ​ມັດ​

AndroidPIT-restrict-background-app-data-w782

  1. ປິດ​ການ​ອັບ​ເດດ​ແອບ​ແບບ​ອັດ​ຕະໂນມັດ

ອີກ​ໜຶ່ງ​ເຫດຜົນ​ທີ່ 3G ຂອງ​ເຮົາ​ຕິດ FUp ຢ່າງ​ວ່ອງໄວ ກໍ​ມາ​ຈາກ​ການ​ໃຊ້​ງານ Google Play app updating ຖ້າ​ເຮົາ​ເປີດ​ໃຫ້​ມັນ​ອັບ​ເດດ​ແອບ ​ອັດຕະໂນມັດໄວ້​ FUP ຈະ​ມາ​ເບິ່ງໂດຍ​ທີ່​ເຮົາ​ບໍ່​ທັນ​ຮູ້​ໂຕ​ເລີຍ​

ທາງ​ທີ່​ດີ​ເຮົາ​ຄວນ​ຈະ​ປິດ​ມັນ ແລ້ວ​ອັບ​ເດດ​ຜ່ານ Wi-Fi ດີກວ່າ ແອບແຕ່​ລະ​ແອບ ​ຂະໜາດ​ບໍ່ແມ່ນ​ໜ້ອຍ​ໆເລີຍ ໄປ​ທີ່ Play Store ແລ້ວ​ເຂົ້າໄປ​ທີ່ Setting ເຮົາ​ຈະ​ເຫັນ Auto-Updates Apps ເລືອກ​ໄປ​ທີ່ “Do Not Auto-Update Apps” ຫຼື “only over Wi-Fi” ເທົ່າ​ນີ້​ກໍ​ຮຽບຮ້ອຍ

AndroidPIT-do-not-auto-update-apps-w782

  1. ຟັງ​ເພງ​ຈາກ​ໂທລະ​ສັບ​ແທນ​ທີ່​ຈະ​ເປີດ​ຈາກ Youtube

ກາ​ນສະ​ຕີມ​ເພງ​ຈາກ Youtube ເປັນ​ສິ່ງ​ທີ່ເຜົາ​ຜານ​ດາ​ຕ້າ​ທີ່​ໂຫດ​ທີ່ສຸດ ເພງ​ໜື່ງ​ກໍ​ກິນ​ໄປ​ຫຼາຍ​ສິບ MB ແລ້ວ​ ທາງ​ທີ່​ດີ​ຟັງ​ເພງ​ໂດຍ​ກົງ​ຈາກ​ເຄື່ອງ​ດີກວ່າ ຖ້າຫາກ​ໜ່ວຍ​ຄວາມ​ຈຳ​ບໍ່​ພໍ ດ່ຽວ​ນີ້​ອຸປະກອນ OTG ສາມາດ​ຊື້​ຫາ​ໄດ້​ໃນ​ລາ​ຄາ​ຖືກ​ຕາມທ້ອງຕະຫຼາດກໍ​ສາມາດ​ໃຊ້​ເພີ່ມ​ໜ່ວຍ​ຄວາມ​ຈຳ​ໃນ​ການ​ໃສ່​ເພງ​ໄດ້​ແລ້​ວ

AndroidPIT-Galaxy-S6-Edge-storage-solutions-Leef-Access-w782

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...