Homeມູມໄອທີລາວ8 ເຫດຜົນ​ທີ່​ບົ່ງ​ບອກວ່າ ອີ​ໂມ​ຈິ​ມີ​ຄວາມ​ສຳຄັນ​ຫຼາຍກວ່າ​ທີ່​ເຈົ້າ​ຄິດ

8 ເຫດຜົນ​ທີ່​ບົ່ງ​ບອກວ່າ ອີ​ໂມ​ຈິ​ມີ​ຄວາມ​ສຳຄັນ​ຫຼາຍກວ່າ​ທີ່​ເຈົ້າ​ຄິດ

Published on

8 เหตุผลที่บ่งบอกว่า อีโมจิมีความสำคัญ

ອີ​ໂມ​ຈິ​ນັ້ນ​ສຳຄັນ​ຢ່າງໃດ… ອີ​ໂມ​ຈິ​ມີ​ປະໂຫຍດ​ຢ່າງໃດ ເປັນຫຍັງ​ເຮົາ​ຈຶ່ງ​ຄວນ​ໃຫ້​ຄວາມ​ສຳຄັນ​ກັບ​ມັນ ມາ​ເບິ່ງ​ກັນ

ອີ​ໂມ​ຈິ (Emoji) ທີ່​ເຮົາ​ມັກ​ໃຊ້​ສົ່ງ​ຫາ​ໝູ່ ຄະນະ​ທີ່ແຊດ​ກັນ​ເປັນ​ປະຈຳ​ນັ້ນ ແທ້​ຈິງ​ແລ້ວ​ມີ​ຄວາມ​ສຳຄັນ​ຫຼາຍກວ່າ​ທີ່​ຫຼາຍ​ຄົນ​ຄິດ ເພາະ​ມັນ​ບໍ່​ໄດ້​ມີ​ໄວ້​ສົ່ງ​ຫາ​ກັນ​ຫລິ້ນໆ ມ່ວນໆ ເທົ່າ​ນັ້ນ ແຕ່​ມັນ​ຍັງມີ​ທັງ​ປະໂຫຍດ ຄວາມ​ສຳຄັນ ແລະ​ຄວາມ​ເປັນ​ມາ​ທີ່​ເລິກ​​ກວ່າ​ນັ້ນ ເຊີ່ງ​ໃນ​ມື້​ນີ້​ທາງ​ເວັບ​ໄຊຕ໌ Laopost ຈະ​ມາ​ເລົ່າ​ໃຫ້​ຟັງ​ກັນ​ວ່າ​ອີ​ໂມ​ຈິ​ນັ້ນ​ມີ​ຄວາມ​ສຳຄັນ​ຢ່າງໃດ ແລະ​ເປັນຫຍັງ​ເຮົາ​ຈຶ່ງ​ຄວນ​ໃຫ້​ຄວາມ​ສຳຄັນ​ກັບ​ມັນ

1. ອີ​ໂມ​ຈິ​ເປັນ​ພາສາ​ທີ່​ພັດທະນາ​ໄວ​ທີ່ສຸດ

8 เหตุผลที่บ่งบอกว่า อีโมจิมีความสำคัญ
ໃຜ​ຈະ​ໄປ​ຮູ້​ວ່າ​ອີ​ໂມ​ຈິ​ນັ້ນ​ແທ້​ຈິງ​ມີ​ຕົ້ນ​ກຳ​ເນີດ​ມາ​ຈາກ​ອີ​ຍິບ​ບູຮານ​ນັບ​ຮ້ອຍ​ປີ​ແລ້ວ ແລະ​ພັດທະນາ​ມາຈົນ​ເປັນ​ອີ​ໂມ​ຈິ​ທີ່​ໃຊ້​ສົ່ງ​ແຊດ​ກັນ​ໃນ​ຍຸກ​ປະຈຸບັນ ແລະ​ຍັງ​ເປັນ​ອີກ​ໜຶ່ງ​ພາສາ​ທີ່​ມີ​ການ​ພັດທະນາ​ວ່ອງໄວ​ທີ່ສຸດ​ໃນ​ໂລກ​ອີກ​ດ້ວຍ

2. ການ​ໃຊ້​ອີ​ໂມ​ຈິ​ເປັນ​ລະ​ຫັດ​ຜ່ານ​ປອດ​ໄພ​ກວ່າ

8 เหตุผลที่บ่งบอกว่า อีโมจิมีความสำคัญ
ການ​ໃຊ້​ອີ​ໂມ​ຈິ​ເປັນ​ລະ​ຫັດ​ຜ່ານ​ນັ້ນ​ນອກ​ຈາກ​ຈະ​ຈື່ຈຳ​ງ່າຍ​ແລ້ວ ມັນ​ຍັງ​ສາມາດ​ເດົາ​ໄດ້​ຍາກ​ກວ່າລະ​ຫັດ​ຜ່ານ​ແບບ​ຕົວ​ອັກສອນ​ແລະ​ຕົວ​ເລກ​ອີກ​ດ້ວຍ ເນື່ອງ​ຈາກ​ອີ​ໂມ​ຈິ​ທີ່​ມີ​ຫຼາຍກວ່າ 700 ແບບ ເຊີ່ງຫຼາຍກວ່າ​ຕົວ​ອັກສອນ 26 ຕົວ ແລະ​ຕົວ​ເລກ​ອີກ 10 ຕົວ​ຢູ່​ຫຼາຍ​ເທົ່າ​ເລີຍ

3. ຄູ່​ຮັກ​ທີ່​ສົ່ງ​ອີ​ໂມ​ຈິ​ຫາ​ກັນ​ມັກ​ແໜ້ນ​ແຟ້ນ​ກວ່າ

8 เหตุผลที่บ่งบอกว่า อีโมจิมีความสำคัญ
ອີ​ໂມ​ຈິ​ນັ້ນ​ສາມາດ​ສະແດງ​ອອກ​ເຖິງ​ຄວາມ​ຮູ້ສຶກ​ແລະ​ອາລົມ​ໄດ້​ຫຼາຍກວ່າ​ການ​ສົ່ງ​ຂໍ້ຄວາມ​ຕົວ​ອັກສອນ​ພຽງ​ຢ່າງ​ດຽວ ແລະ​ນັ້ນ​ກໍ​ຊ່ວຍ​ໃຫ້​ຄູ່​ຮັກ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ອີກ​ຝ່າຍ​ໄດ້​ດີ​ຂຶ້ນ ລວມ​ທັງ​ສະແດງ​ຄວາມ​ຮັກ​ໃຫ້​ກັນ​ໄດ້​ງ່າຍ​ຂຶ້ນ​ອີກ

4. ອີ​ໂມ​ຈິ​ໃນ​ໂລກ​ອອນໄລນ໌ຊ່ວຍ​ດຶງ​ດູດ​ຄວາມ​ສົນ​ໃຈ

8 เหตุผลที่บ่งบอกว่า อีโมจิมีความสำคัญ
ຈາກ​ການ​ສຳ​ຫຼວດ​ແລ້ວ ພົບ​ວ່າ​ການ​ໃຊ້​ອີ​ໂມ​ຈິ​ໃນ​ບໍລິການ​ອອນໄລນ໌​ຢ່າງ​ເຊັ່ນ​ເຟ​ສ໌​ບຸກ ​ຫຼື ວັອດແອບ​ນັ້ນ ມັກ​ເຮັດໃຫ້​ໄດ້​ຄວາມ​ສົນ​ໃຈ​ຈາກ​ຄົນ​ອື່ນ​ຫຼາຍ​ຂຶ້ນ

5. ການ​ອ່ານ​ອີ​ໂມ​ຈິ​ຊ່ວຍ​ກະຕຸ້ນ​ສະໝອງ

8 เหตุผลที่บ่งบอกว่า อีโมจิมีความสำคัญ
ການ​ທີ່​ຄົນ​ເຮົາ​ໄດ້​ອ່ານ​ ຫຼື ​ເຫັນ​ອີ​ໂມ​ຈິ​ສະແດງ​ອາລົມ​ຕ່າງໆ ນັ້ນ ຈະ​ຊ່ວຍ​ໃຫ້​ສະໝອງ​ໄດ້ຮັບ​ການ​ກະຕຸ້ນ​ຫຼາຍກວ່າ​ການ​ອ່ານ​ຂໍ້ຄວາມ​ຕົວ​ອັກສອນ​ທຳມະດາໆ

6. ຜູ້​ທີ່​ມັກ​ສົ່ງ​ອີ​ໂມ​ຈິ​ມັກ​ມີ​ເຊັກ​ຫຼາຍ​ກວ່າ

8 เหตุผลที่บ่งบอกว่า อีโมจิมีความสำคัญ
ຈາກ​ການ​ສຳ​ຫຼວດ​ພົບ​ວ່າ ຜູ້​ທີ່​ມັກ​ສົ່ງ​ອີ​ໂມ​ຈິ​ໃນ​ການ​ແຊດ​ເລື້ອຍໆ ມັກ​ຈະ​ມີ​ເພດ​ສຳ​ພັນ​ຫຼາຍກວ່າ​ຜູ້​ທີ່​ມັກ​ສົ່ງ​ພຽງ​ຂໍ້ຄວາມ​ຕົວ​ອັກສອນ​ພຽງ​ຢ່າງ​ດຽວ

7. ແມ່ນແຕ່​ບໍລິສັດ​ຄົນຍັກ​ໃຫຍ່​ຍັງ​ໃຫ້​ຄວາມ​ສຳຄັນ​ກັບ​ອີ​ໂມ​ຈິ

8 เหตุผลที่บ่งบอกว่า อีโมจิมีความสำคัญ
ບັນດາ​ບໍລິສັດ​ຊື່​ດັງ​ລະ​ດັບ​ໂລກ​ຕ່າງໆ ທັງ IBM, Apple, Google, Microsoft, Yahoo ແລະ ອື່ນໆ ລ້ວນ​ໃຫ້​ຄວາມ​ສຳຄັນ​ກັບ​ອີ​ໂມ​ຈິ ບໍ່​ວ່າ​ຈະ​ເປັນ​ການ​ຕັດ​ສິນ​ໃຈ​ວ່າ​ຈະ​ນຳ​ອີ​ໂມ​ຈິ​ແບບໃດ​ໄປ​ໃຊ້​ງານ​ແທ້ ແລະ ​ຈະ​ເລີ່ມ​ນຳ​ໄປ​ໃຊ້​ງານ​ຕອນໃດ ເຊີ່ງ​ຖ້າ​ຫາກ​ມັນ​ບໍ່ແມ່ນ​ສິ່ງ​ທີ່​ສຳຄັນ​ແທ້ແລ້ວ ບໍລິສັດ​ເຫຼ່າ​ນີ້​ຄືຊິ​ບໍ່​ໃຫ້​ຄວາມ​ສຳຄັນ​ຂະໜາດ​ນີ້​ຢ່າງ​ແນ່ນອນ

8. ອີ​ໂມ​ຈິ​ຊ່ວຍ​ສະແດງ​ຄວາມ​ເທົ່າ​ທຽມ​ໃນ​ສັງຄົມ

8 เหตุผลที่บ่งบอกว่า อีโมจิมีความสำคัญมากกว่าที่คุณคิด
ບໍ່​ວ່າ​ຈະ​ເປັນ​ການ​ອອກ​ແບບ​ອີ​ໂມ​ຈິ​ແບບ​ຫຼາກ​ຫຼາຍ​ສີ​ຜິວ ຫຼື ​ອີ​ໂມ​ຈິ​ເພື່ອ​ສະແດງ​ຄວາມ​ເທົ່າ​ທຽມ​ທາງ​ເພດ ລ້ວນ​ເປັນ​ການ​ສະແດງ​ໃຫ້​ເຫັນ​ວ່າ​ອີ​ໂມ​ຈິ​ຊ່ວຍ​ສົ່ງ​ເສີມ​ຄວາມ​ເທົ່າ​ທຽມ​ກັນ​ໃນ​ສັງຄົມ​ໄດ້​ເປັນ​ຢ່າງ​ດີ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...