Homeຂ່າວການພັດທະນາຍທຂ ຊີ້ແຈງ ກໍລະນີບາງໂຄງການລັດມີມູນຄ່າສູງ!

ຍທຂ ຊີ້ແຈງ ກໍລະນີບາງໂຄງການລັດມີມູນຄ່າສູງ!

Published on

1-6
(ພາບປະກອບ)

ເມື່ອບໍ່ດົມານີ້, ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ດຣ ບຸນຈັນ ສີນທະວົງ ໄດ້ອອກ ມາຊີ້ ແຈງຕອບຂໍ້ຂ້ອງໃຈຂອງປະຊາຊົນໃນກໍລະນີຫລາຍໂຄງການກໍ່ສ້າງຂອງລັດມີມູນຄ່າສູງເກີນ ຄວາມເປັນຈິງ, ທັງເປັນການໃຊ້ຈ່າຍງົບປະມານລັດແບບບໍ່ເໝາະສົມ, ຂະນະດຽວກັນຄຸນນະພາບ ການນຳໃຊ້ກໍບໍ່ຍາວນານ, ເຊິ່ງບັນຫາດັ່ງ ກ່າວທ່ານລັດຖະມົນຕີກະຊວງໂຍທາ ກ່າວວ່າ: ມີຫລາຍໂຄງ ການລົງທຶນຂອງລັດ, ໂດຍສະເພາະໃນຂະແໜງ ຍທຂ ຍັງບໍ່ປະຕິບັດຕາມຂໍ້ແນະນຳການນຳ ໃຊ້ລາຄາກາງ, ເນື່ອງຈາກຄວາມຕ້ອງການໃນການພັດທະນາສູງແຕ່ການສະໜອງ ດ້ານງົບປະມານພັດ ມີຈຳກັດ, ຈຶ່ງເກືດມີໂຄງການລົງທຶນກ່ອນ, ຊຶ່ງແມ່ນການເຈລະຈາ ກັນໂດຍກົງລະຫວ່າງຜູ້ຮັບເໝົາກັບ ອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງໃນຂະແໜງຕ່າງໆ ແລະ ຜູ້ຮັບເໝົາລົງທຶນກ່ອນ
ກໍຕ້ອງໄດ້ຊອກແຫລ່ງທຶນດ້ວຍຕົນເອງມາກໍ່ສ້າງ, ສະນັ້ນ ຈຳເປັນຕ້ອງບວກຄ່າຄວາມສ່ຽງ ຕ່າງໆໃນ ການລົງທຶນເຂົ້າໃສ່ເຊັ່ນ: ອັດຕາດອກເບ້ຍເງິນກູ້ທະ ນາຄານ, ການເໜັງຕິງຂອງລາຄາວັດສະດຸກໍ່ສ້າງ, ຄວາມສ່ຽງຕໍ່ການຊຳລະຊັກຊ້າຂອງລັດຖະບານ ແລະ ກຳໄລອື່ນໆຈຶ່ງເຮັດໃຫ້ລາຄາຫົວໜ່ວຍ ແລະ ມູນຄ່າໂຄງການເພີ່ມຂຶ້ນ, ນອກຈາກນີ້ບາງໂຄງການບໍ່ມີການປະມູນ, ແນວໃດກໍຕາມເພື່ອແກ້ໄຂບັນ ຫາມູນຄ່າໂຄງການກໍ່ສ້າງສູງນີ້ຕ້ອງໄດ້ມີການປະມູນເປີດກວ້າງຕາມລະບຽບຢ່າງເຂັ້ມງວດ, ເພີ່ມທະວີການຊຸກຍູ້ຕິດຕາມບັນດາບໍລິສັດຜູ້ຮັບເໝົາ, ເຈົ້າຂອງໂຄງການຈັດຕັ້ງປະຕິບັດການ ກໍ່ສ້າງໃຫ້ໄດ້ຄຸນນະພາບຕາມມາດຕະຖານເຕັກນິກ, ແນໃສ່ນຳໃຊ້ງົບປະມານລັດໃຫ້ເກີດປະໂຫຍດສູ ງສຸດແກ່ປະເທດຊາດກໍຄືຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ.

 

ຂອບໃຈຂ່າວຈາກ:

ລພນ

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...