Homeຂ່າວເຫດການກອງປະຊຸມໃຫຍ່ ອົງຄະນະພັກແຂວງຈໍາປາສັກ ໄຂ ຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ອົງຄະນະພັກແຂວງຈໍາປາສັກ ໄຂ ຂຶ້ນຢ່າງເປັນທາງການ

Published on

222

ຂປລ. ກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກແຂວງຈໍາປາສັກ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນ ວັນທີ 22 ກໍລະກົດ 2015 ນີ້ ຢູ່ສະໂມສອນແຂວງ ແລະ ຈະດໍາເນີນ ເປັນເວລາ 3 ວັນ ພາຍໃຕ້ການເປັນ ປະທານຂອງສະຫາຍ ດຣ.ບຸນຖອງ ດີວິໄຊ ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ ໂດຍ​ເປັນກຽດເຂົ້າຮ່ວມ ມີສະຫາຍ ທອງລຸນ ສີສຸລິດ ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງ ການຕ່າງປະເທດ, ມີບັນດາເຈົ້າແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ພ້ອມດ້ວຍຜູ້ແທນ ສົມບູນ 357 ສະຫາຍ, ຍິງ 32 ສະຫາຍ ທີ່ຕາງໜ້າສະມາຊິກພັກ ທົ່ວແຂວງຫລາຍກວ່າ 19.400 ສະຫາຍເຂົ້າຮ່ວມ.

ສະຫາຍ ດຣ. ບຸນທອງ ດີວິໄຊ ຕາງໜ້າຄະນະ ບໍລິຫານງານພັກ ແຂວງສະໄໝທີ VI ລາຍງານຕໍ່ກອງ ປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກ ແຂວງຂອງຕົນ ຂຶ້ນກ່າວເປີດພິທີ ຢ່າງເປັນທາງການ ເຊິ່ງສະຫາຍ ໄດ້ໃຫ້ຮູ້ເຖິງຄວາມໝາຍ ຄວາມສຳຄັນ ຂອງກອງປະຊຸມໃນຄັ້ງນີ້ ທັງໄດ້ຮຽກຮ້ອງໃຫ້ ຜູ້ແທນກອງປະຊຸມຈົ່ງ ພ້ອມກັນ ປະກອບຄຳຄິດຄຳເຫັນ ໃສ່ຮ່າງລາຍງານການເມືອງ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ກໍຄືແຜນພັດທະນາ ເສດຖະກິດ-ສັງຄົມຄັ້ງທີ່ VIII ຂອງແຂວງ ໃຫ້ມີ ຄວາມອຸດົມສົມບູນ, ພ້ອມດຽວກັນນັ້ນ ສະຫາຍ ຍັງໄດ້ຜ່ານບົດລາຍງານ ການເມືອງທັງ 3 ພາກ ເຊິ່ງໄດ້ຍົກໃຫ້ເຫັນ ຜົນສຳເລັດ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມ ໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງວ່າ: 5 ປີຜ່ານມາ, ທົ່ວພັກ, ທົ່ວລັດ, ທົ່ວກຳລັງ ປະກອບອາວຸດ ແລະ ທົ່ວປວງຊົນ ບັນດາເຜົ່າ ແຂວງຂອງຕົນ ໄດ້ເປັນເຈົ້າການ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກແຂວງ ແລະ ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກທີ່ວາງ ອອກສາມາດຜ່ານ ຜ່າອຸປະສັກ ຄວາມຫຍູ້ງຍາກຕ່າງໆ ແລະ ບັນລຸຜົນສຳເລັດ ຫລາຍດ້ານ ໂດຍສາມາດປົກປັກ ຮັກສາຄວາມ ສະຫງົບ, ຄວາມໝັັ້ນຄົງທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ ໄດ້ຢ່າງໜັກແໜ້ນ ເຮັດໃຫ້ຈັງຫວະການເຕີບໃຫຍ່ ທາງເສດຖະກິດໝັ້ນທ່ຽງ ຕໍ່ເນື່ອງ ແລະ ຖືກທິດ ຄືລວມຍອດຜະລິດຕະພັນ ສະເລ່ຍເກືອບ 12%ປະຊາຊົນ ມີລາຍຮັບສະເລ່ຍ 2.005 ໂດລາສະຫະລັດ. ການຫັນປ່ຽນ ທາງດ້ານໂຄງ ປະກອບເສດຖະກິດ ຫັນເປັນອຸດສະຫະກໍາ ແລະ ທັນສະໄໝ ກະສິກໍາກວມ 27%, ອຸດສາຫະກໍາກວມ 34% ແລະ ບໍລິການ ກວມ 39% ຜົນສໍາເລັດດັ່ງກ່າວ ເປັນຜົນມາຈາກ ການດໍາເນີນນະໂຍບາຍ ສົ່ງເສີມກຳລັງແຮງ ຂອງພາກສ່ວນ ເສດຖະກິດ ຢ່າງແຂງແຮງ ລວມທັງສົ່ງເສີມ ກະສິກໍາ, ອຸດສະຫະກໍາ, ການບໍລິການ ແລະ ອື່ນໆ ເປັນສິນຄ້າ ເຊ່ິງສາມາດເຮັດໃຫ້ ປະຊາຊົນມີລາຍຮັບ ແກ້ໄຂຄວາມທຸກຍາກ ເປັນຈຳນວນຫລາຍ ໂດຍ ປັດຈຸບັນ ຄອບຄົວທຸກຍາກ ຍັງເຫລືອ 867 ຄອບຄົວເທົ່າກັບ 0,7% ຂອງຄອບຄົວທົ່ວແຂວງ ແລະ ບ້ານ ທຸກຍາກກໍຫລຸດລົງເຫລືອ 23 ບ້ານ ເທົ່າກັບ 3,6 % ບ້ານພັດທະນາກວມ 86 %.

ຢ່າງໃດກໍຕາມໃນ 5 ປີຕໍ່ໜ້າ ຄື ຮອດປີ 2020 ສູ້ຊົນລຶບລ້າງຄອບຄົວ ແລະ ບ້ານທຸກຍາກ ໃຫ້ໄດ້ໂດຍພື້ນຖານ, ສ້າງບ້ານພັດທະນາ ໃຫ້ໄດ້ຫລາຍກວ່າ 600 ບ້ານ, ສ້າງບ້ານໃຫຍ່ ກາຍເປັນຕົວເມືອງ ນ້ອຍໃນຊົນນະບົດໃຫ້ໄດ້ 17 ບ້ານ, ສຸມໃສ່ກໍ່ສ້າງ ພື້ນຖານໂຄງລ່າງຕ່າງໆ ລວມທັງການພັດທະນາ ຂົງເຂດ ກະສິກໍາ ປ່າໄມ້ ເພີ່ມຂຶ້ນບໍ່ໃຫ້ຫລຸດ 2,3%ຕໍ່ປີ, ຂົງເຂດອຸດສະຫະກໍາ ເພີ່ມຂຶ້ນສະເລ່ຍ 9,4%ຕໍ່ປີ, ຂົງເຂດການບໍລິການ ເພີ່ມຂຶ້ນສະເລ່ຍ 10,6%ຕໍ່ປີ ຍົກລະດັບ ເຮັດໃຫ້ເສດຖະກິດ ຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງມີຄວາມໝັ້ນທ່ຽງ, ຖືກທິດ ແລະ ຂະຫຍາຍຕົວຢ່າງສະໝໍ່າສະເໝີ, ຮັບປະກັນໃຫ້ຈັ່ງຫວະການຂະ ຫຍາຍຕົວ ຂອງລວມຍອດ ຜະລິດຕະພັນ ສັງຄົມເພີ່ມຂຶ້ນສະເລ່ຍ 8% ຕໍ່ປີ, ໃນນັ້ນລວມຍອດຜະລິດຕະພັນ ພາຍໃນ ປີ 2020 ໃຫ້ບັນລຸ 21.546 ຕື້ກີບ ເພື່ອເຮັດໃຫ້ປະຊາຊົນ ມີລາຍຮັບ ໂດຍສະເລ່ຍປະມານ 3.581 ໂດລາສະຫະລັດຕໍ່ຄົນຕໍ່ປີ ຫລື ເທົ່າກັບ 28,6 ລ້ານກີບ. ພ້ອມດຽວກັນ ກໍຕ້ອງເພີ່ມທະວີ ການພັດທະນາ ສັງຄົມ ແລະ ວັດທະນະທຳ, ຍົກລະດັບສັງຄົມ ຕິດພັນກັບການສຶກສາ ໃຫ້ພົນລະເມືອງ ເຂົ້າຮຽນສຸດທິ ຂອງ ຊັ້ນປະຖົມໃຫ້ໄດ້ 99%, ການປະລະການເຂົ້າຮຽນ ໃນແຕ່ຊັ້ນຮຽນແຕ່ລະສາຍ ໃຫ້ຍັງເຫລືອ 1% ລົບລ້າງ ຄວາມບໍ່ຮູ້ໜັງສື ໃນເກນອາຍຸ 15​​​​​​​ ຫາ 24 ແລະ 15 ​ຫາ 40 ປີ ໃຫ້ໄດ້ 100% ແລະ ຮັບປະກັນ ສະຫວັດດີການ ແລະ ສຸຂະພາບ ຂອງປະຊາຊົນ ເພື່ອໃຫ້ມີອາຍຸຍືນ ສະເລ່ຍ 73 ປີ. ທີ່ສຳຄັນຄື ເຮັດໃຫ້ແຂວງຂອງ ຕົນຫລຸດພົ້ນອອກຈາກ ຄວາມທຸກຍາກ ແລະ ກ້າວສູ່ການພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບການ ປົກປັກຮັກສາສິ່ງແວດລ້ອມ ແບບຍືນຍົງ ທັງສ້າງບາດລ້ຽວໃໝ່ ກ້າວສູ່ການຫັນເປັນ ອຸດສາຫະກຳ ແລະ ທັນສະໄໝ ຂອງຂະແໜງການຕ່າງໆ ທີ່ກໍານົດໃນຄໍາຂັວນ ທີ່ວາງໄວ້ ເຊັ່ນ : “ສ້າງແຂວງຈໍາປາສັກ ເປັນໃຈກາງ ບໍລິການທາງຜ່ານ, ໃຈກາງທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ສ້າງເມືອງໃຫ້ເປັນສີຂຽວ, ສະອາດ ສະຫງົບ, ໜ້າຢູ່ ແລະ ໜ້າທ່ຽວຊົມ, ເຮັດໃຫ້ຈໍານວນຄອບຄົວ ປະຊາຊົນຫລາຍກວ່າເຄິ່ງໜຶ່ງ ກາຍເປັນຄອບ ຄົວຮັ່ງມີ, ການຈັດຕັ້ງໃນລະບອບການເມືອງ ມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ”.

ກອງປະຊຸມ ຍັງຈະໄດ້ປ່ອນບັດເລືອກຕັ້ງ ຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ເລືອກເອົາຜູ້ ແທນສົມບູນ​, ສຳຮອງເພື່ອເຂົ້າຮ່ວມ ກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ.

 

ຂອບໃຈຂ່າວຈາກ:

ຂປລ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...