ຫຼາຍແຫ່ງຫວນຄືນມູນເຊື້ອ ວັນກຳມະກອນສາກົນ

ຫຼາຍແຫ່ງຫວນຄືນມູນເຊື້ອ ວັນກຳມະກອນສາກົນ

 

ເພື່ອ​ເປັນ​ການ​ຫວນ​ຄືນ​ມູນເຊື້ອ​ວັນ​ກຳມະກອນ​ສາກົນ ທີ່​ຈະ​ໜູນ​ວຽນມາ​ບັນຈົບ​ຄົບຮອບ 127 ປີ (1/5/1886-1/5/2013) ໃນ​ວັນ​ທີ 29 ເມສາ 2013 ຢູ່​ທີ່​ກະຊວງ​ຍຸຕິ​ທຳ​ໄດ້ ຈັດ​ພິທີ​ປາຖະກະຖາ​ມູນເຊື້ອ​ວັນ​ກຳມະກອນ​ສາກົນ​ຂຶ້ນ ໃຫ້​ກຽດ​ບັນ​ລະ​ຍາຍ​ເອກະສານ​ສຳຄັນ​ຂອງ​ທ່ານ ພູທອນ ແກ້ວ​ດວງ​ມະນີ ຄະນະ​ພັກ ຫົວໜ້າ​ຫ້ອງການ ປະທານ​ສະຫະພັນ​ກຳມະບານ​ກະຊວງ​ຍຸຕິ​ທຳ ເຊິ່ງ​ມີ​ບັນດາ​ຄະນະ​ພັກ​ກະຊວງ ພະນັກງານ​ຫຼັກ​ແຫຼ່ງ ສະມາຊິກ​ກຳມະບານ ແລະ ພະນັກງານ​ອ້ອມ​ຂ້າງ​ກະຊວງ​ເຂົ້າ​ຮ່ວມ​ຮັບ​ຟັງ.

ໃນ​ໂອກາດ​ນີ້ ທ່ານ ພູທອນ ແກ້ວ​ດວງ​ມະນີ ໄດ້​ເລົ່າ​ຫວນ​ຄືນ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ວັນ​ກຳມະກອນ​ສາກົນ ການ​ກຳເນີດ​ເຕີບ​ໃຫຍ່ ແລະ ຜົນງານ​ການ​ປະກອບສ່ວນ​ໃນ​ພາລະກິດ​ປະຕິວັດ​ໄລຍະ​ທີ່​ຜ່ານ​ມາ ການ​ຕໍ່ສູ້​ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ ການ​ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ດີງາມ​ຂອງ​ຊົນ​ຊັ້ນ​ກຳມະກອນ​ລາວ​ໃນ​ໄລຍະ​ໃໝ່ ເອົາໃຈໃສ່​ສ້າງ ແລະ ພັດທະນາ​ຊົນ​ຊັ້ນ​ກຳມະກອນ​ໄລຍະ​ໃໝ່ ຕິດ​ພັນ​ກັບ​ການ​ປັບປຸງ​ກໍ່ສ້າງ​ການຈັດຕັ້ງ​ສະຫະພັນ​ກຳມະບານ ເພີ່ມ​ທະວີ​ການ​ກໍ່ສ້າງ​ຊົນ​ຊັ້ນ​ກຳມະກອນ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ ເອົາໃຈໃສ່​ໂຄສະນາ​ສຶກ​ສາ​ອົບຮົມ​ແນວທາງ​ນະໂຍບາຍ​ຂອງ​ພັກ ຕິດ​ພັນ​ກັບ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ ກົດໝາຍ​ແຮງ​ງານ ກົດໝາຍ​ກຳມະບານ ແລະ ບັນດາ​ຂໍ້​ກຳນົດ​ກົດໝາຍ​ອື່ນໆ​ຂອງ​ລັດ​ທີ່​ພົວພັນ​ເຖິງ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ຊົນ​ຊັ້ນ​ກຳມະກອນ ສ້າງສາ​ພັດທະນາ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ແກ່​ກຳມະກອນ​ຢ່າງ​ບໍ່​ຢຸດ​ຢັ້ງ ປັບປຸງ​ການ​ກໍ່ສ້າງ ການຈັດຕັ້ງ​ກຳມະບານ​ໃຫ້​ເຂັ້ມແຂງ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ.

ຂ່າວ​ແຈ້ງ​ຕື່ມ​ວ່າ: ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ ໃນ​ຂົງເຂດ​ການ​ເງິນ​ນະຄອນຫຼວງ​ວຽງ​ຈັນ ກໍ​ໄດ້​ຈັດ​ປາຖະກະຖາ​ຫວນ​ຄືນ​ມູນເຊື້ອ​ວັນ​ກຳມະກອນ ເປັນ​ກຽດ​ປາຖະກະຖາ​ໂດຍ​ທ່ານ ຄຳ​ພັນ ຄຳ​ມະນີ​ໄຊ ປະທານ​ສະຫະພັນ​ກຳມະບານ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ບຸນ​ທົງ ໝັ້ນ​ອາ​ນົງ ວ່າການ​ຫົວໜ້າ​ພະ​ແນກ​ສ່ວຍ​ສາ​ອາກອນ​ປະຈຳ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ສາມ​ອົງ​ການຈັດຕັ້ງ​ພະ​ນັກ​​​ງານ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ.

ທີ່ມາhttp://www.vientianemai.net