Homeຂ່າວຕ່າງປະເທດຈີນກວາດລ້າງໜັກ! ອະດີດທີ່ປຶກສາປະທານປະເທດ ຖືກດຳເນີນຄະດີສໍ້ລາດບັງຫລວງ!

ຈີນກວາດລ້າງໜັກ! ອະດີດທີ່ປຶກສາປະທານປະເທດ ຖືກດຳເນີນຄະດີສໍ້ລາດບັງຫລວງ!

Published on

EyWwB5WU57MYnKOuXuYCC59GG2zD5uh33NRvJHfx0MAdsYpixIafor

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດນີ້ ໂດຍອ້າງແຫລ່ງຂ່າວຈາກສຳນັກຂ່າວຊິນຫົວຂອງຈີນ ໄດ້ລາຍງານວ່າ ທ່ານ ຫລິງ ຈື້ຫົວ ເຊິ່ງເຄີຍເປັນທີ່ປຶກສາໃກ້ຊິດຂອງ ອະດີດປະທານປະເທດ ຫູ ຈິ່ນເທົາ ຂອງຈີນ ໄດ້ຖືກດຳເນີນຄະດີຂໍ້ຫາສໍ້ລາດບັງຫລວງ ຮັບເງິນສິນບົນ ພ້ອມທັງພົວພັນຊູ້ສາວກັບຍິງອື່ນ ໂດຍທ່ານ ຫລິງ ຈື້ຫົວ ໄດ້ຖືກລຶບຊື່ອອກຈາກການເປັນສະມາຊິກພັກກອມມູນິດຈີນມາແລ້ວ ຫລັງຈາກທີ່ມີການປະກາດຄວາມຜິດ ຕໍ່ສາທາລະນະ ເມື່ອເດື່ອທັນວາປີ 2014​ ທີ່ຜ່ານມາ.

ທ່ານ ຫລິງ ຈື້ຫົວ ໄດ້ພົບກັບວິບາກກຳຕາມທັນ ຈາກເຫດການລູກຊາຍຂອງທ່ານ ຂັບລົດເຟີຣາຣີ່ ລຸ້ນ 458 Spider Car ດ້ວຍຄວາມໄວສູງ ແລ້ວປະສົບອຸບັດເຫດ ເສຍຊີວິດເມື່ອປີ 2012 ຈົນກາຍເປັນປະເດັນເຮັດໃຫ້ສັງຄົມຈີນຕັ້ງຄຳຖາມວ່າ ລູກຊາຍຂອງທ່ານ ຫລິງ ຈື້ຫົວ ເອົາເງິນຈາກໃສມາຊື້ລົດຫລູລາຄາແພງຂະໜາດນີ້ ເຮັດໃຫ້ນຳໄປສູ່ການສອບສວນທີ່ໄປທີ່ມາຂອງການຮັ່ງມີຜິດປົກກະຕິດັ່ງກ່າວ.

ທັງນີ້ ນັບຕັ້ງແຕ່ປະທານປະເທດ ສີ ຈິ້່ນຜິງ ຂຶ້ນດຳລົງຕຳແໜ່ງເປັນຜູ້ນຳສູງສຸດຂອງພັກ ແລະ ລັດຖະບານຈີນ ຕໍ່ຈາກປະທານປະເທດ ຫູ ຈິ່ນເທົາ ໃນປີ 2013 ແມ່ນໄດ້ດຳເນີນນະໂຍບາຍປາບປາມການສໍ້ລາດບັງຫລວງ ໂດຍສະເພາະແມ່ນເຈົ້າໜ້າທີ່ລະດັບສູງມາແລ້ວຫລາຍຄົນ ໃນນັ້ນລວມມີທັງທ່ານ ໂຈວ ຢົ່ງຄັງ ເຊິ່ງມີຕຳແໜ່ງສູງເຖິງອະດີດກຳມະການກົມການເມືອງສູນກາງພັກ ກໍໄດ້ຖືກສານຕັດສິນຕັດສິດສະຫລະພາບຕະຫລອດຊີວິດມາແລ້ວ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...