Homeຂ່າວຕ່າງປະເທດກະຊວງການຄ້າຈີນຄາດໝາຍ ການລົງທຶນຈາກຕ່າງປະເທດ ເພີ່ມຂຶ້ນ 4% ໃນປີນີ້!

ກະຊວງການຄ້າຈີນຄາດໝາຍ ການລົງທຶນຈາກຕ່າງປະເທດ ເພີ່ມຂຶ້ນ 4% ໃນປີນີ້!

Published on

633187-01

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ກໍລະກົດຜ່ານມານີ້ວ່າ ກະຊວງການຄ້າຈີນ ໄດ້ຄາດການລົງທຶນຈາກຕ່າງປະເທດຢູ່ຈີນ ຈະເພີ່ມຂຶ້ນຢ່າງວ່ອງໄວ ປະມານ 4% ໃນປີ 2015 ນີ້່ ຈາກຄວາມພະຍາຍາມຂອງລັດຖະບານ ໃນການປັບປຸງສະພາບແວດລ້ອມເພື່ອການລົງທຶນ ໂດຍນັກລົງທຶນຕ່າງປະເທດຢູ່ຈີນໃນປີຜ່ານມາ ແມ່ນເພີ່ມຂຶ້ນພຽງແຕ່ 1.75% ເທົ່ານັ້ນ ເຊິ່ງຖືວ່າຕ່ຳທີ່ສຸດນັບຕັ້ງແຕ່ປີ 2012 ເປັນຕົ້ນມາ.

ທັງນີ້ ນັກລົງທຶນຈາກຕ່າງປະເທດ ໄດ້ເຂົ້າໄປລົງທຶນໃນຈີນ 6 ເດືອນຕົ້ນປີ 2015 ນີ້ ແມ່ນເພີ່ມຂຶ້ນຈາກໄລຍະດຽວກັນຂອງປີກ່ອນ 8% ລວມມູນຄ່າລົງທຶນ 68.4 ລ້ານໂດລາ.

 

 

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...