Homeມູມໄອທີລາວວິທີ​ແຕ່ງ​ພາບ​ໂປ່ງ​ແສງ​ແບບ​ທີ່​ຊາວ Hipster ພວກເຂົາ​ນິຍົມ​ກັນ

ວິທີ​ແຕ່ງ​ພາບ​ໂປ່ງ​ແສງ​ແບບ​ທີ່​ຊາວ Hipster ພວກເຂົາ​ນິຍົມ​ກັນ

Published on

ເວົ້າໄດ້ວ່າ​ເປັນ​ກະ​ແສ​ຕາມ​ກັນ​ມາ​ຈາກ​ກ່ອນ​ຫນ້າທີ່​ນິຍົມ​ພາບ​ໂລ​ໂມ່ ເຮັດ​ໜ້າ​ນຽນ​ເດ້ງ​ເກີນ​ຈິງ ປາກ​ສົ້ມ ຂາ​ຍາວ​ແລະ ອື່ນໆ ມາຈົນ​ມື້​ນີ້​ເປັນ VSCO Cam ຈົນ​ລ່າ​ສຸດ​ເປັນ​ການ​ປັບ​ເອົາ​ພາບ​ໂປ່ງ​ແສງ​ຂອງ​ໜ້າ​ຈໍ​ໄວ້​ເທິງ​ພາບ​ໃນ​ແບບ​ສະບັບ​ຂອງ​ຊາວ Hipster ນັ້ນ​ເອງ

PicsArt Photo Studio

ສຳລັບ​ເທກ​ນິກ​ຄືຊິ​ບໍ່​ມີ​ຫຍັງ​ຕ້ອງ​ສອນ​ຫລາຍ ແຕ່​ເບື້ອງ​ຕົ້ນ​ເລີຍ​ໃຫ້​ໄປ​ດາວນ໌​ໂຫລດ App ມາ​ກ່ອນ​ທີ່ PicsArt Photo Studio  (ສ່ວນ​ໃຜ​ໃຊ້ Android ຫຼື Windows Phone ກໍ​ມີ​) ຈາກ​ນັ້ນ​ເລືອກ​ພາບ​ແນວໆ ມາ​ຈັກພາບ​ໂດຍ​ອາດ​ຖ່າຍ​ໃໝ່ ຫຼື ​ໃຊ້​ພາບ​ເກົ່າ​ກໍ​ໄດ້ (ແນະ​ນຳ​ເປັນ​ພາບ​ທີ່​ພື້ນ​ຫລັງ​ສະຫວ່າງ​ແລະ​ບໍ່​ເບິ່ງຮົກຈົນເກີນໄປ)

ເລືອກ Add Photo ຈາກ​ນັ້ນ​ຕຽມ​ພາບ​ໜ້າ​ຈໍ​ທີ່​ເຮົາ Capture ເອົາ​ໄວ້ (ອາດ​ເປັນ​ເພງ, ຄຳ​ຄົມ ຫຼື ​ຫຍັງ​ກໍ​ຕາມ​ແຕ່​ທີ່​ມັນ​ເບິ່ງ Hipster!!! ແຕ່​ຖ້າ​ຄິດ​ບໍ່​ອອກ​ກໍ​ໜ້າ​ເຟສ​ເຮົາ​ນີ້​ແຫລະ​ງ່າຍ​ດີ)

PicsArt Photo Studio

ເລືອກ​ການ​ປັບ Opacity ເປັນ​ແບບ Multiply ຈາກ​ນັ້ນ​ກໍ​ປັບ​ຄວາມ​ໂປ່ງ​ໃສ​ຕາມ​ທີ່​ຕ້ອງ​ການ ໂດຍ​ອາດ​ມີ​ກາ​ນ​ຍັບ​ເລັກນ້ອຍ​ເພື່ອ​ໃຫ້​ໄດ້​ອົງ​ສາ​ທີ່​ເໝາະ​ສົມ

 

ດາວນ໌​ໂຫລດ ​ PicsArt Photo Studio [Free]

 

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...