Homeປ່ອງຢ້ຽມດວງດາວNASA ພົບກາແລັກຊີສະຫວ່າງສຸດໃນຈັກກະວານ ເຈີດຈ້າກວ່າດວງອາທິດ 300 ລ້ານລ້ານດວງ

NASA ພົບກາແລັກຊີສະຫວ່າງສຸດໃນຈັກກະວານ ເຈີດຈ້າກວ່າດວງອາທິດ 300 ລ້ານລ້ານດວງ

Published on

NASA พบกาแล็กซี่สว่างสุดในจักรวาล เจิดจ้ากว่าดวงอาทิตย์ 300 ล้านล้านดวง

ອົງການ​ບໍລິຫານ​ການ​ບິນ​ແລະ​ອາວະ​ກາດ​ແຫ່ງ​ຊາ​ດຂອງສະຫາລັດ​ ຫຼື NASA ໄດ້​ເປີດ​ເຜີຍ​ການ​ຄົ້ນ​ພົບ​ອັນ​ໜ້າ​ຕື່ນ​ຕາ ນັກ​ດາ​ລາ​ສາດ​ພົບ​ກາ​ແລັກ​ຊີ​ທີ່​ສະຫວ່າງ​ທີ່ສຸດ​ເທົ່າ​ທີ່​ເຄີຍ​ຄົ້ນ​ພົບ ເຈີດ​ຈ້າ​ຫລາຍກວ່າ​ດວງ​ອາທິດ 300 ລ້ານ​ລ້ານ​ດວງ

ກາ​ແລັກ​ຊີ່​ນີ້​ມີ​ຊື່​ວ່າ WISE J224607.57-052635.0 ຢູ່ ຫ່າງ​ຈາກ​ໂລກ​ປະມານ 12, 500 ລ້ານ​ປີ​ແສງ ຫລື​ອາດ​ເວົ້າ​ໄດ້​ວ່າ ເຮົາ​ກຳ​ລັງ​ເບິ່ງເຫັນ​ອະ​ດີດ​ເມື່ອ 12, 500 ລ້ານ​ປີ​ກ່ອນ​ຂອງ​ກາ​ແລັກ​ຊີ່​ແຫ່ງນີ້ ເຊີ່ງ​​ເວລາ​ນັ້ນ​ຖື​ວ່າ​ເປັນ​ຊ່ວງ​ທຳອິດ ຫລັງ​ຈາກ​ຈັກກະວານ​ໄດ້​ຖື​ກຳ​ເນີດ​ຂຶ້ນ (ນັກ​ວິທະຍາ​ສາດ​ຄາດ​ວ່າ​ຈັກກະວານ​ມີ​ອາ​ຍຸ​ລາວ 13, 800 ລ້ານ​ປີ)

         ສິ່ງ ທີ່​ເຮັດໃຫ້​ກາ​ແລັກ​ຊີ​ແຫ່ງ​ນີ້​ສະຫວ່າງ​ໃນ​ລະ​ດັບ​ທີ່​ໜ້າ​ຕື່ນ​ຕາ ຄື​ ຂຸມ​ດຳ​ຂະໜາດ​ໃຫ່ຍມະຫຶ​ມາ​ທີ່​ຢູ່​ບໍລິເວນ​ໃຈ​ກາງ​ກາ​ແລັກຊີ ທີ່​ດູດ​ເອົາ​ກ໊າ​ດ​ແລະ​ອະ​ໜຸ​ພາກ​ຕ່າງໆ ໃຫ້​ໝຸນ​ວົນ​ຢູ່​ອ້ອມຮອບ ຂຸມ​ດຳ​ຢ່າງ​ຕໍ່​ເນື່ອງ ແລະ​ເຮັດໃຫ້​ເກີດ​ຄວາມ​ຮ້ອນ​ສູງ​ຫລາຍ​ລ້ານ​ອົງ​ສາ​ ຈົນ​ມີ​ພະລັງ​ງານ​ສູງ​ຫລາຍ ແສງ​ສະຫວ່າງ​ເຈີດ​ຈ້າ​ໂດດ​ເດັ່ນ ສະຫວ່າງ​ກວ່າ​ດວງ​ອາທິດ 300 ລ້ານ​ລ້ານ​ດວງ​ເລີຍ​

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...