HomeມູມໄອທີລາວGoogle Street View ເປີດໂຕທີ່ນະຄອນຫຼວງວຽງຈັນ

Google Street View ເປີດໂຕທີ່ນະຄອນຫຼວງວຽງຈັນ

Published on

ຫລັງ​ຈາກ​ກູ​ເກີນ​ເປີດ​ຕົວ Google Street View ຂອງ​ປະເທດ​ເພື່ອນ​ບ້ານ​ທີ່​ນະຄອນ​ວັດ ກຳ​ພູ​ຊາ ໄປ​ເມື່ອ​ບໍ່ດົນນີ້ ລ່າ​ສຸດ​ກູ​ເກີນ​ໄດ້​ເປີດ​ຕົວ​ຟີ​ເຈີລ໌​ Google Street View ​ທີ່​ນະຄອນ​ຫລວງ​ວຽງ​ຈັນ​ທົ່ວປະເທດ​ລາວ ທີ່​ຈະ​ເຮັດໃຫ້​ສາມາດ​ຊົມ​ພາບ​ວັດທະນະທຳ​ແລະ​ຄວາມ​ສວຍງາມ​ທີ່​ນະຄອນ​ຫລວງ​ວຽງ​ຈັນ​ ປະເທດ​ລາວ ແບບ​ເຫມືອນ​ຈິງ​ເຫັນ​ທົ່ວ 360 ອົງສາ

ສະ​ຕີດ​ວິວ​ຈະ​ພາ​ເຂົ້າໄປ​ຊົມ​ແຫລ່ງ​ທ່ອງ​ທ່ຽວ​ທີ່​ສຳຄັນ​ຂອງ​ນະຄອນ​ຫລວງ​ວຽງ​ຈັນ​ ປະເທດ​ລາວ ບໍ່​ວ່າ​ຈະ​ເປັນ​ພາບ​ຄວາມ​ງົດ​ງາມຮອບ​ປະ​ຕູ​ໄຊ​ທີ່​ມີສະ​ຖາ​ປັດ​ຕະຍະ​ກຳ ຊຸ້ມ​ປະ​ຕູ​ຂະໜາດ​ໃຫຍ່ ລັກສະນະ​ຄ້າຍ​ປະ​ຕູ​ໄຊ​ຂອງ​ຝຣັ່ງເສດ​ທີ່​ກຸງ​ປາ​ລີດ ແຕ່​ລາຍ​ລະອຽດ​ເປັນ​ສິນ​ລະປະ​ລ້ານ​ຊ້າງ​ແລະ​ພື້ນ​ທີ່​ໂດຍ​ຮອບ​ຫລື​ສະຖານ​ທີ່​ທ່ອງ​ທ່ຽວທີ່ສຳຄັນ​ອື່ນໆ ໃນ​ປະ​ເທດ

ວິທີ​ໃຊ້​ງານ​ພຽງ​ແຕ່ຜູ້​ໃຊ້​ເປີດ​ຊົມ​ພາ​ບສະ​ຕີດ​ວິວ​ຜ່ານ Google Maps ໂດຍ​ລາກ​ໄອ​ຄອນ​ຕຸ໊​ກກະ​ຕາ Pegman ສີ​ສົ້ມ​ທາງ​ດ້ານ​ຊ້າຍ​ຂອງ​ແຜນ​ທີ່​ໄປ​ຍັງ​ຖະໜົນ​ທີ່​ເປັນ​ເສັ້ນ​ໄຮ​ໄລຕ໌​ສີ​ຟ້າ ກໍ​ຈະ​ເຂົ້າ​ເຖິງ​ພາ​ບສະຕີດ​ວິວ​ໄດ້​ຈາກ​ຕົວ​ໝຸນ​ພາບ​ທີ່​ຢູ່​ບໍລິເວນ​ດ້ານ​ລຸມ​ຂອງ​ໜ້າ​ຈໍ ເພື່ອ​ເບິ່ງ​ສະຖານ​ທີ່​ກວດ​ສອບ​ຂໍ້​ມູນ​ຮ້ານ​ຄ້າ ການເດິນທາງ​ຫລື​ບ່ອນກ ເຖິງວ່າ​ຈະ​ເຂົ້າ​ເຖິງ​ພື້ນ​ທີ່​ງ່າຍ ແຕ່ Google ກໍ​ຍັງ​ຮັກສາສິດ​ທິ​ຄວາມ​ເປັນ​ສ່ວນ​ຕົວ​ດ້ວຍ​ການ​ເບີພາບ​ໃບ​ໜ້າ​ບຸກ​ຄົນ​ແລະ​ເລກ​ທະ​ບຽນ​ ຫຼື ຂໍ້​ມູນ​ສ່ວນ​ຕົວ

ໂຄງ​ກາ​ນສະ​ຕີດ​ວິວ​ເກີດ​ຂຶ້ນ​ຈາກ​ຄວາມ​ຮ່ວມ​ມື​ລະຫວ່າງ Google ແລະ​ກະ​ຊວງ​ໄປ​ສະນີ ​ແລະ​ໂທລະຄົມ​ນາ​ຄົມ​ຂອງ​ປະເທດ​ລາວ ມື້​ນີ້​ຊຸດ​ພາ​ບສະ​ຕີດ​ວິວ​ພ້ອມ​ໃຫ້​ຊາວ​ລາວ​ ແລະ​ຄົນ​ທົ່ວ​ໂລກ​ໄດ້​ຮູ້​ຈັກ ກໍ່ການ​ສຳ​ລວດ​ພາບ​ຖ່າຍ​ມຸມ​ມອງ​ທ້ອງ​ຖະໜົນ​ແບບ 360 ອົງ​ສາ​ຂອງ​ເມືອງ​ຫລວງ​ໄດ້​ສະ​ດວກ ແລະ​ຍັງ​ເປັນ​ຊ່ວງ​ເວລາ​ທີ່​ດີ​ຂອງ​ການ​ພັດທະນາ​ປະເທດ​ໃນ​ຖານະ​ທີ່​ລາວ​ຈະ​ເປັນ​ປະ​ທານ​ອາ​ຊ່ຽນໃນ​ປີ 2016

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...