spot_img
Homeປະຊາສຳພັນອຸຕຸເຕືອນ! ຈະມີຝົນຕົກຫລາຍ ແຕ່ວັນທີ 18-21 ກໍລະກົດນີ້!

ອຸຕຸເຕືອນ! ຈະມີຝົນຕົກຫລາຍ ແຕ່ວັນທີ 18-21 ກໍລະກົດນີ້!

Published on

images

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ : ໃນໄລຍະນີ້, ຮ່ອງຄວາມກົດດັນອາກາດຕ່ຳຍັງສືບຕໍ່ພັດ ຜ່ານພາກເໜືອ ຫາພາກກາງຂອງລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຮັດໃຫ້ມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ເປັນບໍລິເວນກວ້າງ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ. ວັນທີ 19-21 ກໍລະກົດ, ຮ່ອງລົມມໍລະສຸມຕາເວັນ ຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນ ພັດປົກຄຸມຢູ່ທົ່ວທຸກພາກຂອງລາວ, ເຮັດໃຫ້ມີຝົນຕົກຟ້າຄະນອງຫລາຍຂຶ້ນຢູ່ແຕ່ລະ ພາກໃນລະດັບ ຄ່ອຍຫາປານກາງ.

ສະພາບອາກາດໃນຊ່ວງນີ້ ຍັງຮ້ອນທຳມະດາ, ໂດຍສະເພາະຢູ່ແຂວງພາກເໜືອດ້ານຕາເວັນຕົກລົງ ຫາພາກກາງ ລະພາກໃຕ້, ຈາກນັ້ນ ອຸນຫະພູມອາກາດໂດຍທົ່ວ ໄປຈະເຢັນລົງເລັກນ້ອຍຢູ່ແຕ່ລະພາກ ໂດຍສະເພາະແຂວງພາກເໜືອ ດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ພູພຽງບໍລະເວນປາກຊ່ອງ. ນັບແຕ່ວັນທີ 15-17 ກໍລະກົດ, ຍັງຈະມີຝົນຕົກຟ້າ ຄະນອງໃນລະດັບຄ່ອຍ ແລະ ຕົກປານກາງພ້ອມມີ ລົມພັດແຮງຢູ່ບາງ ທ້ອງຖິ່ນຂອງແຂວງພາກກາງຫາພາກໃຕ້, ວັນທີ 18-21 ກໍລະກົດນີ້, ຈະມີຝົນຕົກ ຟ້າຄະນອງກະຈາຍໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ໃນແຕ່ລະພາກນັບທັງນະ ຄອນຫລວງວຽງຈັນ, ຍ້ອນລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...