Homeມູມໄອທີລາວຂໍ້​ຄວນ​ເຮັດ​ເມື່ອ​ໂທລະ​ສັບ​ມື​ຖື​ຂອງ​ເຈົ້າ​ຕົກ​ນ້ຳ!!!

ຂໍ້​ຄວນ​ເຮັດ​ເມື່ອ​ໂທລະ​ສັບ​ມື​ຖື​ຂອງ​ເຈົ້າ​ຕົກ​ນ້ຳ!!!

Published on

ຫາກເຈົ້າ​ຕ້ອງ​ປະ​ສົບ​ເຫດການ​ທີ່​ບໍ່​ຄາດ​ຄິດເມື່ອ​ໂທລະ​ສັບ​ມື​ຖື​ສຸດ​ຮັກ​ຕ້ອງ​ມາ​ຕົກລົງນ້ຳ ແລ້ວ​ເຄື່ອງ​ຂອງ​ເຈົ້າ​ບໍ່​ໄດ້​ເປັນ​ປະ​ເພດ​ກັນ​ນ້ຳ​ອີກ​ ຈະ​ເຮັດ​ຢ່າງໃດດີ? ລອງ​ນຳ 3 ຂັ້ນ​ຕອນ​ຕໍ່ໄປ​ນີ້​ໄປ​ໃຊ້​ເບິ່ງ ຮັບຮອງ​ວ່າ​ຈະ​ຊ່ວຍ​ແກ້​ບັນຫາ​ເບື້ອງ​ຕົ້ນ​ໃຫ້​ກັບ​ເຈົ້າ​ໄດ້​ເປັນ​ຢ່າງດີ

  1. ຢ່າ​ຕົກໃຈ ຕັ້ງ​ສະຕິ​ໃຫ້ດີ

ຂັ້ນຕອນ​ທຳອິດ​ຫລັງ​ຈາກ​ຫຍິບ​ໂທລະສັບ​ມື​ຖື​ຂຶ້ນ​ມາ​ຈາກ​ນ້ຳ​ຮຽບຮ້ອຍ​ແລ້ວ ຈົ່ງ​ຈື່​ເອົາ​ໄວ້​ໃຫ້​ດີ​ວ່າ​ຢ່າ​ໄປ​ກົດ​ປຸ່ມ​ຫຍັງ​ເທິງ​ຕົວ​ເຄື່ອງ​ເປັນ​ອັນ​ຂາດ ເພາະ​ເມື່ອ​ໂທລະ​ສັບ​ມື​ຖື​ຕົກ​ນ້ຳ​ຈະ​ມີ​ຄວາມ​ຊຸ່ມຢູ່ພາຍໃນເຊີ່ງ​ການ​ທີ່​ເຈົ້າ​ໄປ​ກົດ​ປຸ່ມ​ອາດຈະ​ເຮັດໃຫ້​ໄຟ​ຟ້າ​ລັດ​ວົງ​ຈອນໄດ້

  1. ຈົ່ງ​ເຮັດໃຫ້​ຊິ້ນ​ສ່ວນ​ຕ່າງໆ ແຫ້ງ

ຫຼັງາກຫຍິບ​ໂທລະ​ສັບ​ມື​ຖື​ຂຶ້ນ​ຈາກ​ນ້ຳ​ແລ້ວໃຫ້​ຖອດ​ຊິ້ນ​ສ່ວນ​ຕ່າງໆ ເຊັ່ນ ຝາຫຼັງ ແບດ​ເຕີ​ລີ່ ຊິມ​ກາ​ດ ຫລື SD Card ອີກ ແລ້ວ​ນຳ​ຜ້າ​​ມາ​ເຊັດ​ໃຫ້​ແຫ້ງ ຫລັງ​ຈາກ​ນັ້ນຄວນ​ຟິດ​​ນ້ຳ​ທີ່​ຢູ່​ດ້ານ​ໃນ​ຕົວ​ເຄື່ອງ​ໃຫ້​ອອກ​ມາ ຫລື​ບໍ່​ກໍ​ໃຊ້​ພັດ​ລົມ​ເປົ່າ​ຊ່ວຍ ແຕ່​ຢ່າ​ເປົ່າ​ລົມ​ຮ້ອນ​ດ້ວຍ​ໄດລ໌​ເປົ່າ​ຜົມ ລວມ​ເຖິງ​ນຳ​ໄປ​ຕາກ​ແດດ ເພາະ​ອາດ​ເຮັດໃຫ້​ຊິ້ນ​ສ່ວນ​ພາຍ​ໃນ​ເສຍ​ຫາຍ​ໄດ້

  1. ໃຊ້​ເຂົ້າ​ສານ​ເປັນ​ຕົວ​ຊ່ວຍ​ດູດ​ນ້ຳ

ເມື່ອນອກ​ເຄື່ອງ​ແຫ້ງ​ຮຽບຮ້ອຍ​ແລ້ວ ຕໍ່ໄປ​ກໍ​ເຖິງ​ຂັ້ນ​ຕອນ​ໄລ່​ນ້ຳ​ພາຍ​ໃນ​ອອກ​ໄປ ໂດຍ​ວິທີ​ການ​ທີ່ສຸດ​ແສນ​ຈະ​ທຳມະດາ ແຕ່​ໄດ້​ຜົນດີີ​ທີ່ສຸດກໍ​ຄື ນຳ​ໂທລະສັບ​ມື​ຖື​ໄປ​ໃສ່​ໃນ​ຖັງ​ເຂົ້າ​ສານ ແລ້ວ​ຖິ້ມ​ໄວ້​ປະ​ມານ 2-3 ມື້​ ຈາກ​ນັ້ນ​ເມື່ອ​ເຈົ້າ​ແນ່​ໃຈ​ວ່າ​ແຫ້ງໝົດ​ໄປ​ແລ້ວ ກໍ​ໃຫ້​ລອງ​ເປີດ​ເຄື່ອງເບິ່ງ ຖ້າ​ໃຊ້​ໄດ້​ກໍ​ຖື​ວ່າ​ໂຊ​ກດີ ແຕ່​ຖ້າ​ບໍ່​ກໍ​ລອງ​ສົ່ງ​ໃຫ້​ຮ້ານແປງເບິ່ງ ທັງນີ້ ທີ່​ເຮົາ​ບໍ່​ຢາກ​ໃຫ້​ເຈົ້າ​ເປີດ​ເຄື່ອງ​ຕອນ​ເຄື່ອງ​ຍັງ​ປຽກ ເພາະ​ຈະ​ເຮັດໃຫ້​ວົງ​ຈົນ​ພາຍ​ໃນ​ຊ໋ອດ ຈົນ​ນຳ​ໄປ​ແປງໄດ້ຍາກ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...