spot_img
Homeຂ່າວຕ່າງປະເທດລ້ວງເລິກມະຫາອຸມຸງ ເຈົ້າພໍ່ຄ້າຢາແຫກຄຸກ ທີ່ແມັກຊິໂກ

ລ້ວງເລິກມະຫາອຸມຸງ ເຈົ້າພໍ່ຄ້າຢາແຫກຄຸກ ທີ່ແມັກຊິໂກ

Published on

20150715191458

ເຫັນແລ້ວຕ້ອງຮ້ອງວ່າ ໂອ້ໂຫ! ລັດຖະບານແມັກຊິໂກ ເຫດການ ເອລ ຊາໂປ ລາຊາຄ້າຢາເສບຕິດຂອງໂລກ ຫຼົບໜີອອກຈາກຄຸກ ພ້ອມຍັງເຜີຍແພ່ໃຫ້ສາທາລະນະຊົນໄດ້ເຫັນ ອຸມຸງເລິກ ຄວາມຍາວ 1,500 ແມັດ ທີ່ຖືກຂຸດຈາກຫ້ອງຂັງໄປໂຜ່ຢູ່ນອກຄຸກ ສຳຫຼັບໃຊ້ເປັນເສັ້ນທາງພາເອລ ຊາໂປຫຼົບໜີ.
Capture_2015_07_16_14_31_20_488

Capture_2015_07_16_14_31_04_102

Capture_2015_07_16_14_18_58_138

Capture_2015_07_16_14_19_08_800

Capture_2015_07_16_14_32_47_824

ເມື່ອວັນທີ 15 ກໍລະກົດ 2015 ວານນີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານແມັກຊິໂກໄດ້ເຜີຍແພ່ຄລິບວິດີໂອ ສະແດງໃຫ້ເຫັນຊ່ວງເວລາກ່ອນ ໂຈຮາຄິນ ກຸຊແມນ ຫຼື ເອລ ຊາໂປ ລາຊາຢາເສບຕິດ ຄົນແມັກຊິໂກ ໄວ 58 ປີ ຈະຫຼົບໜີອອກຈາກຄຸກຄຸມຂັງ ອັລຕິປລາໂນ ຫ້ອງຄຸມຂັງຄວາມໝັ້ນຄົງສູງສຸດ ຂອງປະເທດແມັກຊິໂກ ທີ່ເມືອງອັລໂມໂລຢາ ທາງຕາເວັນຕົກຂອງ ນະຄອນຫຼວງແມັກຊິໂກ ເມື່ອກາງຄືນວັນເສົາ ວັນທີ 11 ທີ່ຜ່ານມາ ຈົນນັບເປັນການຫຼົບໜີອອກຈາກຄຸກ ແມັກຊິໂກສຳເລັດເປັນຄັ້ງທີ 2 ຫຼັງຈາກເຂົາຖືກເຈົ້າໜ້າທີ່ແມັກຊິໂກ ບຸກຈັບກຸມໄດ້ເມື່ອເດືອນ ກຸມພາ ປີກາຍນີ້.

ສຳລັບວິດີໂອດັ່ງກ່າວຂອງຫ້ອງຂັງ ຕິດຕັ້ງຢູ່ໃນມຸມດ້ານນອກຂອງຫ້ອງຂັງ ແລະກ້ອງໄດ້ປິ່ນໜ້າໄປທາງຫ້ອງນ້ຳ ໂດຍຈາກພາບໃນວິດີໂອ ສະແດງໃຫ້ເຫັນ ກຸຊແມນ ຍ່າງກັບໄປ-ກັບມາ ລະຫວ່າງຫ້ອງນ້ຳແລະຕຽງນອນຂອງເຂົາ ຫຼາຍລົບ ກ່ອນຈະຫາຍໂຕໄປໃນບໍລິເວນຫ້ອງຫ້ຳ ຂະນະທີ່ ທ່ານ ອາລີແຈນໂດຣ ຣູບິໂດ ຄະນະກຳມະການຄວາມໝັ້ນຄົງແຫ່ງຊາດ ຂອງແມັກຊິໂກກ່າວວ່າ ການຍ່າງກັບໄປ-ກັບມາໃນຄຸກນັ້ນ ຖືເປັນພຶດຕິກຳປົກກະຕິ ບໍ່ໄດ້ສະແດງຄວາມຜິດສັງເກດຫຍັງ.

ນີ້ຄືວິດີໂອຂະນະທີ່ ເອລ ຊາໂປ ໂຕນຄຸກດ້ວຍການລົງອຸມຸງ ທີ່ຖືກຂຸດຂຶ້ນມາປ່ອງໃສ່ຫ້ອງນ້ຳ

ຂະນະທີ່ເຈົ້າໜ້າທີ່ປະຈຳຄຸກຄຸມຂັງກ່າວວ່າ ການຕິດຕັ້ງກ້ອງວິດີໂອເພື່ອຕິດຕາມ ການເຄື່ອນໄຫວຂອງນັກໂທດ ໃນຫ້ອງຂັງນັ້ນ ຈະມີພື້ນທີ່ເປັນຈຸດບອດຢູ່ 2 ແຫ່ງ ທີ່ກ້ອງວິດີໂອຈະບໍ່ເຫັນນັກໂທດ ຄື ບໍລິເວນພາຍໃນຫ້ອງອາບນ້ຳ ເນື່ອງຈາກເປັນການຄຸ້ມຄອງໃນເລື່ອງ ສິດທິສ່ວນບຸກຄົນຂອງນັກໂທດ.

ດ້ານເວັບໄຊ France 24 ລາຍງານວ່າ ລັດຖະບານແມັກຊິໂກຍັງໄດ້ເຜີຍແພ່ພາບ ແລະວິດີໂອທີ່ສະແດງໃຫ້ເຫັນອຸມຸງ ຄວາມຍາວ 1,500 ແມັດ ທີ່ ເອລ ຊາໂປ ໃຊ້ເປັນຊ່ອງຫຼົບໜີ ໂດຍພາຍໃນອຸໂມງ ຍັງມີລົດຈັກທີ່ຖືກດັດແປງສະພາບ ຈອດປະໄວ້ນຳ.

NjpUs24nCQKx5e1D7IOn2jFO9cXj8jeeq05DlMagwmj

Capture_2015_07_16_14_17_43_468

ຂ່າວແຈ້ງວ່າ ຂະນະນີ້ ທາງທີມໄອຍະການຂອງແມັກຊິໂກ ກຳລັງດຳເນີນການສອບສວນເຈົ້າໜ້າທີ່ ຄ້າຍຄຸມຂັງຢູ່ວ່າພວກເຂົາໄດ້ດຳເນີນ ມາຕະການໃນການຕິດຕາມ ເອລ ຊາໂປ ຫຼືບໍ່ ຫຼັງຈາກພໍ່ຄ້າຢາເສບຕິດໃຫຍ່ ທີ່ສຸດຂອງໂລກລາຍນີ້ສາມາດຫຼົບໜີອອກຈາກ ຄ້າຍຄຸມຂັງຈຳສຳເລັດເປັນຄັ້ງທີ 2 ຂະນະທີ່ ທາງການແມັກຊິໂກກຳລັງ ລະດົມກຳລັງຕຳຫຼວດ-ທະຫານຕາມລ່າ ຫາໂຕຂອງ ເອລ ຊາໂປ ພ້ອມກັບປະກາດຕັ້ງລາງວັນນຳຈັບ ເຖິງ 3,800,000 ໂດລາສະຫະລັດ.

Capture_2015_07_16_14_28_22_497 Capture_2015_07_16_14_28_57_922 Capture_2015_07_16_14_30_53_740
ຂອບໃຈພາບແລະຂ່າຂາກ ຣອຍເຕີແລະເອເອັບພີ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...