Homeປ່ອງຢ້ຽມດວງດາວຍານນິວຮໍໄລຊັນສົ່ງສັນຍານຈາກດາວພູໂຕກັບໂລກ "ປອດໄພດີບໍ່ຖືກອຸກກາບາດຊົນ"

ຍານນິວຮໍໄລຊັນສົ່ງສັນຍານຈາກດາວພູໂຕກັບໂລກ “ປອດໄພດີບໍ່ຖືກອຸກກາບາດຊົນ”

Published on

ຢາ​ນອາວ​ະກາດ​ນິວ​ຮໍ​ໄລ​ຊັນ​ສົ່ງ​ສັນ​ຍານ​ແຈ້ງ​ກັບ​ມາຍັງ​ໂລກ ປອດ​ໄພ​ດີ ບໍ່​ຖືກ​ຫິນ​ໃນ​ອາວະ​ກາດ​ ຫຼື ​ອຸ​ກາ​ບາດ​ຊົນ​ເສຍ​ຫາຍ

ຫົວໜ້າ​ສູນ​ປະຕິບັດການລະ​ບຸ​ວ່າ ໄດ້ຮັບ​ໂທລະສັບ​ຈາກທາງຢາ​ນອາວະ​ກາດ​ນິວ​ຮໍ​ໄລ​ຊັນ ຫລັງ​ຈາກ​ການ​ແປງ​ຂໍ້​ມູນ​ພົບ​ວ່າ ຍານ​ນິວ​ຮໍ​ໄລ​ຊັນ​ກຳ​ລັງ​ສຳ​ລວດ​ພື້ນ​ຜິວ​ດາວ​ພູ​ໂຕ ແລະ​ປອດ​ໄພ​ລອດ​ພົ້ນ​ຈາກ​ການ​ຊົນ​ຂອງ​ອຸ​ກາ​ບາດ​ ຫຼື ​ຫິນ​ໃນ​ອາວະ​ກາດ ເຈົ້າ​ຫນ້າທີ່​ອົງຄ໌​ການ​ນາ​ຊ່າ​ຂອງສະຫາລັດ ປະ​ເມີນ​ໂອ​ກາດ​ຍານ​ນິວ​ຮໍ​ໄລ​ຊັນ​ຈະ​ຖືກ​ອຸ​ກາ​ບາດ​ຊົນ​ເສຍ​ຫາຍ​ໄວ້​ທີ່ 1 ໃນ 10, 000 ຂອງ​ຄວາມ​ເປັນ​ໄປ​ໄດ້ ຍານ​ນິວ​ຮໍ​ໄລ​ຊັນ (ຂອບ​ຟ້າ​ໃໝ່) ໃຊ້​ເວລາ​ກວ່າ 9 ປີ​ໃນ​ການ​ຍ່າງ​ທາງ 5, 000 ລ້ານ​ກິ​ໂລ​ແມັດ ໄປ​ຍັງ​ຈຸດ​ທີ່​ໃກ້​ກັບ​ດາວ​ພູ​ໂຕຫລາຍ​ທີ່ສຸດ ຫ່າງ​ປະ​ມານ 12, 500 ກິ​ໂລ​ແມັດ ເພື່ອ​ໂຄຈອນ​ສຳ​ຫຼວດ

ຍານ​ນິວ​ຮໍ​ໄລ​ຊັນ​ຍັງ​ໄດ້​ສົ່ງ​ພາບ​ຖ່າຍ ພື້ນ​ຜິວ​ດາວ​ພູ​ໂຕກັບ​ມາຍັງ​ໂລກ ຊຶ່ງ​ເມື່ອ​ຂະຫຍາຍ​ໃຫ້​ແຈ້ງ​ກໍ​ປາກົດ​ເປັນ​ພູເຂົາ​ໂດຍ​ເຈົ້າ​ຫນ້າທີ່​ນາ​ຊ່າ​ບອກ​ດ້ວຍ​ວ່າ​ມີນ້ຳ ສົມບູນ ແຕ່​ອາ​ກາດ​ເປັນ​ກ໊າ​ສ​ມີ​ເທນ ຍານ​ນິວ​ຮໍ​ໄລ​ຊັນ​ມີ​ຂະໜາດ​ເທົ່າ​ແກນດ໌​ເປຍ​ໂນ ເຊຶ່ງ​ມັນ​ຈະ​ໂຄຈອນ​ສຳ​ລວດ​ດາວ​ພູ​ໂຕ​ທີ່​ຢູ່​ຊາຍ​ຂອບ​ສຸດ​ຈາກ​ດວງ​ອາ​ທິດ ເພື່ອ​ໄຂ​ປິດ​ນາ​ຈຸດ​ກຳ​ເນີດ​ຂອງ​ລະບົບ​ສຸ​ລິຍະ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...