Homeມູມໄອທີລາວ5 ຂໍ້ຄວນຮູ້ກ່ອນເລືອກອິນເຕີເນັດບ້ານ

5 ຂໍ້ຄວນຮູ້ກ່ອນເລືອກອິນເຕີເນັດບ້ານ

Published on

 

image-for-the-service-of-internet-advertising-5032

ຖ້າຫາກເຈົ້າ​ເປັນ​ຄົນ​ໜຶ່ງ​ທີ່​ເລີ່ມ​ສົນ​ໃຈ​ອິນ​ເຕີລ໌​ເນັດ​ຄວາມ​ໄວ​ສູງ​ ຫລື ​ບອດ​ແບນດ໌​ອິນ​ເຕີລ໌ເນັດ​ທີ່​ບ້ານ ຫລື​ເຈົ້າ​ອາດ​ມີ​ຢູ່​ແລ້ວ​ແຕ່​ຢາກ​ເຊັກ​ວ່າ​ແພກ​ເກ​ຈບ​ອດ​ແບນດ໌​ຂອງ​ເຈົ້າ​ນັ້ນ​ກົງ​ກັບ​ຄວາມ ຕ້ອງ​ການ​ໃນ​ການ​ໃຊ້​ງານ​ຈິງໆ ຫລື​ ບໍ່ ເຈົ້າ​ຈຶ່ງ​ຄວນ​ມີ​ຄວາມ​ຮູ້​ແລະ​ຄວາມ​ເຂົ້າໃຈ​ວ່າ​ຕົວ​ເລືອກ​ການ​ໃຊ້​ງານ​ຕ່າງໆ ມີ​ຫຍັງ​ແດ່
ວິນ​ເຊນຕ໌ ດູດາ ກຳມະການ​ຜູ້​ຈັດ​ການ ເອນ​ລິບສ໌ ໂປ​ເຈກສ໌ ຜູ້​ນຳ​ເຂົ້າ​ແລະ​ຈັດ​ຈຳ​ໜ່າຍ​ອຸປະກອນ​ໂມ​ເດັມ​ແລະ​ເລົາ​ເຕີລ໌​ສຳລັບ​ລູກ​ຄ້າ​ ໄດ້​ແຊລ໌​ຄຳ​ຖາມ 5 ຂໍ້ ພ້ອມ​ແນວ​ຄິດ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ຕັດ​ສິນ​ໃຈ​ເລືອ​ກບ​ອດ​ແບນດ໌​ອິນ​ເຕີລ໌​ເນັດ​ທີ່​ເໝາະ​ສົມ ທີ່ສຸດ​ສຳລັບ​ເຮືອນ​ຂອງ​ເຈົ້າ

1. ເຈົ້າ​ຕ້ອງ​ກາ​ນບ​ອດ​ແບນດ໌​ຄວາມ​ໄວ​ສູງ​ແມ່ນແທ້ບໍ່
ຫາກເຈົ້າ​ມີ​ຄອມພິວເຕີ​ພຽງແຕ່ 1ເຄື່ອງ​ແລະ​ໃຊ້​ອິນ​ເຕີລ໌​ເນັດ​ພຽງ​ເພື່ອ​ເປີດ​ໜ້າ​ເວັບ ຕ່າງໆ ຫລື​ຮັບ​ສົ່ງ​ອີ​ເມລ໌ ອິນ​ເຕີລ໌​ເນັດ​ຄວາມ​ໄວ​ສູງ​ກໍ​ອາດ​ບໍ່​ໄດ້​ຈຳ​ເປັນ​ສຳລັບ​ເຈົ້າ​ຫລາຍ​ ແຕ່​ຫາກ​ເຈົ້າ​ມີ​ອຸປະກອນ​ທີ່​ສາມາດ​ເຊື່ອມ​ຕໍ່​ອິນ​ເຕີລ໌​ເນັດ​ໄດ້​ຫລາຍ​ກວ່າ 1 ເຄື່ອງ ແລະ​ມັກ​ໃຊ້​ງານ​ໂປ​ແກມ​ທີ່​ຕ້ອງ​ຮັບ​ສົ່ງ​ຂໍ້​ມູນ​ຈຳນວນ​ເຊັ່ນ ເບິ່ງ​ຄລິບ​ວິ​ດີ​ໂອ ເບິ່ງ​ໜັງ ຟັງ​ເພງ ຫລື​ຫລິ້ນ​ເກ​ມ ບ​ອດ​ແບນດ໌​ອິນ​ເຕີລ໌​ເນັດ​ກໍ​ເປັນ​ສິ່ງ​ຈຳ​ເປັນ​ສຳລັບ​ເຈົ້າ

2. ເຈົ້າ​ເປັນ​ຜູ້​ໃຊ້​ງານ​ອິນ​ເຕີລ໌​ເນັດ​ປະ​ເພດ​ໃດ
ຈື່ໄວ້​ວ່າ​ຖ້າ​ເຈົ້າ​ມີ​ການ​ໃຊ້​ງານ​ຂໍ້​ມູນ​ຫລາຍ​ຂຶ້ນ​ເທົ່າ​ໃດເຈົ້າ​ກໍ​ຍິ່ງ​ຕ້ອງ​ການ​ຄວາມ​ໄວ​ໃນ ການ​ຮັບ​ສົ່ງ​ຂໍ້​ມູນ​ຊຶ່ງ​ວັດ​ຫນ່ວຍ​ເປັນ​ເມ​ກະ​ບິຕ (Mbps) ຫລາຍ​ຂຶ້ນ​ເທົ່າ​ນັ້ນ
ມື​ໃໝ່​ຫັດ​ໃຊ້
 ອາດເລີ່ມ​ດ້ວຍ​ແພັກ​ເກັດ​ອິນ​ເຕີລ໌​ເນັດ​ຄວາມ​ໄວ​ສູງ​ສຳລັບ​ຜູ້​ເລີ່ມ​ຕົ້ນ​ໃຊ້​ງານ ເຊຶ່ງ​ໜ້າ​ຈະ​ພຽງ​ພໍ​ແລ້ວ​ສຳລັບ​ການ​ໃຊ້​ງານ​ ແລະ​ລາ​ຄາ​ກໍ​ບໍ່​ສູງ​ຫລາຍ​ອີກ​ ທັງນີ້ ຫາກ​ເຈົ້າ​ຕ້ອງ​ການ​ປ່ຽນ​ແພັກ​ເກັດ​ອິນ​ເຕີລ໌​ເນັດ​ໃນ​ພາຍ​ຫຼັງ ກໍ​ສາມາດ​ເຮັດ​ໄດ້​ຢ່າງ​ງ່າຍ​ດາຍ​ຄວາມ​ໄວ​ທີ່​ແນະ​ນຳ​ຄື 5-10 Mbp s
ຄໍ​ໜັງ​ຫລື​ສາວົກ​ເກມ​ອອນ​ໄລນ໌ ເຈົ້າຖືກ​ຈັດ​ວ່າ​ເປັນ​ຜູ້​ໃຊ້​ງານ​ໜັກ ເນື່ອງ​ຈາກ​ອາດ​ຕ້ອງ​ດາວນ໌​ໂຫລດໜັງ ຫລື ​ສະ​ຕີມ​ຊີ​ລີສ໌​ທັງ​ເລື່ອງ ເພາະ​ສະ​ນັ້ນ​ຈຶ່ງ​ຈຳ​ເປັນ​ຢ່າງ​ຍິ່ງ​ທີ່​ເຈົ້າ​ຄວນ​ເລືອກ​ແພັກ​ເກັດ​ອິນ​ເຕີລ໌​ເນັດ​ຄວາມ​ໄວ​ສູງ ທີ່​ສາມາດ​ດາວນ໌​ໂຫລດ​ຂໍ້​ມູນ​ໄດ້​ຢ່າງ​ບໍ່​ຈຳ​ກັດ​ໂດຍ​ເຈົ້າ​ອາດ​ລອງ​ພິຈາລະນາ​ເທກ​ໂນ​ໂລ​ຍີ​ ການເຂົ້າ​ເຖິງ​ອິນ​ເຕີລ໌​ເນັດ​ແບບ​ເຄ​ເບີນ​ໂມ​ເດັມ​ເພື່ອ​ຄວາມ​ໄວ​ທີ່​ສູງ​ຂຶ້ນ ຄວາມ​ໄວ​ທີ່​ແນະ​ນຳ​ຄື 10-20 Mbps
ຄອບ​ຄົວ ຫາກສະມາຊິກ​ໃນ​ຄອບຄົວ​ຂອງ​ເຈົ້າ​ຕ່າງ​ແຊລ໌​ສັນ​ຍານ​ອິນ​ເຕີລ໌​ເນັດ​ຈາກ​ແຫລ່ງ​ດຽວ​ກັນ ຈຶ່ງ​ເປັນ​ການ​ດີກວ່າ​ທີ່​ຈະ​ໃຊ້​ອິນ​ເຕີລ໌​ເນັດ​ຄວາມ​ໄວ​ສູງ​ຫຼາຍ ໂດຍ​ຫາກ​ສ່ວນ​ໃຫຍ່​ທີ່​ເຮືອນ​ຂອງ​ເຈົ້າ​ມັກ​ໃຊ້​ໂທລະສັບ​ມື​ຖື ແລັບ​ທັອບ ຫລື​ຄອມພິວເຕີ​ໃນ​ເວລາ​ດຽວ​ກັນ ລອງ​ຄິດພາບ​ວ່າ​ມີ​ໜຶ່ງ​ຄົນ​ກຳ​ລັງ​ຫລິ້ນ​ເກມ​ອອນ​ໄລນ໌ ອີກ​ຄົນ​ກຳ​ລັງ​ເບິ່ງ​ຊີ​ລີສ໌​ເທິງ​ຈໍ​ຄອມ​ພິວ​ເຕີລ໌ ແລ້ວ​ຍັງມີ​ອີກ​ຄົນ​ກຳ​ລັງ​ດາວນ໌​ໂຫລດ​ເພງ ໃນ​ຂະນະ​ທີ່​ເຈົ້າ​ກໍ​ກຳ​ລັງ​ຄົ້ນ​ຫາ​ຂໍ້​ມູນ​ໃນ​ເວັບ​ໄຊຕ໌​ເພື່ອ​ວາງ​ແຜນ​ທ່ຽວ ໃນ​ກໍລະນີ​ເຊັ່ນ​ນີ້​ແພັກ​ເກັດ​ຄວາມ​ໄວ​ສູງ​ສຸດ​ເບິ່ງ​ຈະ​ເໝາະ​ສົມ​ກັບ​ການ​ໃຊ້​ງານ​ທີ່​ເຮືອນ​ເຈົ້າ​ຫລາຍທີ່ ສຸດ ເນື່ອງ​ຈາກ​ຕ້ອງ​ດາວນ໌​ໂຫລດ​ຂໍ້​ມູ​ນຂະໜາດໃຫ່ຍໃນ​ເວລາ​ພ້ອມໆກັນ ຄວາມ​ໄວ​ທີ່​ແນະ​ນຳ​ຄື 15-50 Mbps
3. ເທກ​ໂນ​ໂລ​ຍີ​ການ​ເຂົ້າ​ເຖິງ​ອິນ​ເຕີລ໌​ເນັດ​ຄວາມ​ໄວ​ສູງ​ແບບ​ໃດ​ທີ່​ມີ​ປະ​ສິດ​ທິ​ພາບ​ທີ່ສຸດ​ສຳລັບ​ເຈົ້າ
ໃນ​ປະຈຸບັນ​ເທກ​ໂນ​ໂລ​ຍີ​ໃນ​ການ​ເຂົ້າ​ເຖິງ​ບອດແບນດ໌​ທີ່​ເຮືອນ​ມີ​ຢູ່ 3 ແບບ​ດ້ວຍ​ກັນ ຄື xDSL (copper wire (ADSL, VDSL)) ໄຟ​ເບີລ໌ (Fiber) ແລະ​ດັອກ​ຊິສ (DOCSIS)

ADSL ຈະ​ເຊື່ອມ​ຕໍ່​ອິນ​ເຕີລ໌​ເນັດ​ຜ່ານ​ສາຍ​ໂທລະສັບ ໂດຍ​ມີ​ຄວາມ​ໄວ​ໃນ​ການ​ຮັບ​ສົ່ງ​ຂໍ້​ມູນ​ຢູ່ທີ່ 12-15 Mbps ສ່ວນ​ໄຟ​ເບີລ໌​ຫຼື FTTX ຈະໃຫ້​ຄວາມ​ໄວ​ທີ່​ສູງ​ ແຕ່​ຍັງ​ໃຫ້​ບໍລິການ​ໄດ້​ຈຳ​ກັດ​ໃນ​ບາງ​ພື້ນ​ທີ່​ເທົ່າ​ນັ້ນ ແລະ​ດັອກ​ຊິສ ຫຍໍ້ມາຈາກ Data Over Cable Service Interface Specification ຄື​ເທກ​ໂນ​ໂລ​ຍີ​ທາງ​ເລືອກ​ສູນກາງ​ລະ​ຫວ່າງ ADSL ແລະ​ໄຟ​ເບີລ໌ ໂດຍ​ຈະ​ເຊື່ອມ​ຕໍ່​ອິນ​ເຕີລ໌​ເນັດ​ຜ່ານ​ສາຍ​ເຄ​ເບີນ​ທີວີ ແລະ​ໃຫ້​ຄວາມ​ໄວ​ສູງ​ສຸດ​ໄດ້​ເຖິງ​ເກືອບ 200 Mbps

4. ຜູ້​ໃຫ້​ບໍລິການ​ອິນ​ເຕີລ໌​ເນັດ​ລາຍ​ໃດ​ທີ່​ສາມາດ​ໃຫ້​ບໍລິການ​ເທກ​ໂນ​ໂລ​ຍີ​ໃນ​ການ​ເຂົ້າ​ເຖິງ​ອິນ​ເຕີລ໌​ເນັດ​ທີ່​ເຈົ້າ​ຕ້ອງ​ການ​ໄດ້
ໃນປະເທດ​ລາວເຮົາມີ​ຜູ້​ໃຫ້​ບໍລິການ​ອິນ​ເຕີລ໌​ເນັດ​ຫລາຍ​ລາຍ​ນຳກັນ​ໂດຍ​ໃນ​ຈຳນວນ​ນັ້ນ​ກໍ​ມີຜູ້ໃຫ້​ບໍລິການ​ຢ່າງຫລວງຫລາຍ ແຕ່ຢ່າງໃດ​ກໍ​ຕາມ​ຫາກ​ເຈົ້າ​ຢູ່ໃນ​ພື້ນ​ທີ່​ທີ່​ບໍ່​ສາມາດ​ເຂົ້າ​ເຖິງ​ບໍລິການ​ບອດ​ແບນດ໌ ອິນ​ເຕີລ໌​ເນັດ​ສຳລັບ​ເຮືອນ​ໄດ້ ເຈົ້າ​ກໍ​ສາມາດ​ໃຊ້​ໂທລະ​ສັບ​ມື​ຖື​ເພື່ອ​ເຊື່ອມ​ຕໍ່​ສັນ​ຍານ​ໂດຍ​ເປີດໃຊ້ Hotspot ແຕ່​ທັງ​ນີ້​ການ​ເຊື່ອມ​ຕໍ່​ອາດ​ບໍ່​ສະຖຽນ​ເທົ່າ​ທີ່​ຄວນ

5. ຜູ້​ໃຫ້​ບໍລິການ​ອິນ​ເຕີລ໌​ເນັດ​ທີ່​ເຈົ້າ​ສົນ​ໃຈນຳ​ສະເໜີ​ໂປ​ໂມ​ຊັ່ນ​ອື່ນໆ ເຊັ່ນ ຟຣີ​ຄ່າ​ໂທ ຫລື​ຄ່າ​ເຄ​ເບີນ​ທີ​ວີ​ໃຫ້ບໍ່
ໂດຍປົກກະຕິ​ແລ້ວ ແພັກ​ເກັດບ​ອດ​ແບນດ໌​ອິນ​ເຕີລ໌​ເນັດ​ມັກ​ຈະ​ລວມ​ຄ່າ​ເຊົ່າ​ສາຍ​ໂທລະສັບ ຄ່າ​ເຄ​ເບີນ​ທີ​ວີ​ຫລື​ດາວ​ທຽມ ແລະ​ການ​ໃຫ້​ຍືມ​ໃຊ້​ໂມ​ເດັມ​ແລະ​ເລົາ​ເຕີລ໌ ນີ້​ຈຶ່ງ​ອາດ​ຊ່ວຍ​ເຈົ້າ​ລຸດ​ຄ່າ​ໃຊ້​ຈ່າຍ​ທີ່​ບໍ່​ຈຳ​ເປັນ​ລົງ​ໄດ້
ຂໍ້​ມູນ ທີ່​ເປັນ​ປະໂຫຍດ​ຈາກ​ ​ວິນ​ເຊນຕ໌ ເຫລົ່າ​ນີ້​ໜ້າ​ຈະ​ຊ່ວຍ​ໃຫ້​ເຈົ້າ​ເລືອ​ກບ​ອດ​ແບນດ໌​ອິນ​ເຕີລ໌​ເນັດ​ທີ່​ດີ​ທີ່ສຸດ​ສຳລັບ​ບ້ານຂອງ​ເຈົ້າ​ໄດ້ ເຮັດໃຫ້​ເຈົ້າ​ໃຊ້​ງານ​ອິນ​ເຕີລ໌​ເນັດ​ໄດ້​ຢ່າງ​ວ່ອງໄວ​ແລະ​ບໍ່​ສະ​ດຸດ ເຮົາ​ແນະ​ນຳ​ໃຫ້​ເຈົ້າ​ຫາ​ຂໍ້​ມູນ​ແພັກ​ເກັດ​ຕ່າງໆ ຈາກ​ບັນດາ​ຜູ້​ໃຫ້​ບໍລິການ​ອິນ​ເຕີລ໌​ເນັດ​ກ່ອນ​ຕັດ​ສິນ​ໃຈ​ເລືອກ​ໃຊ້​ບໍລິການ ໂດຍ​ຜູ້​ໃຫ້​ບໍລິການ​ອິນ​ເຕີລ໌​ເນັດ​ທີ່​ດີ​ຄວນ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ໃຫ້ບໍລິການ​ອິນ​ເຕີລ໌​ເນັດ​ຄວາມ ໄວ​ສູງ​ທີ່​ມີ​ຄວາມ​ສະຖຽນລະພາບ​ໃຫ້​ແກ່​ເຮືອນ​ຂອງ​ເຈົ້າ ແລະ​ ເມື່ອ​ເຈົ້າ​ຕັດ​ສິນ​ໃຈ​ເລືອກ​ໃຊ້​ບໍລິການ​ທີ່​ເໝາະ​ສົມ​ແລ້ວ​ເຈົ້າ​ກໍ​ຈະ​ເພີດ​ເພີນ​ກັບ​ການ​ເຊື່ອມ​ຕໍ່​ອິນ​ເຕີລ໌​ເນັດ​ທີ່​ໄຮ້ຂີດ​ຈຳ​ກັດ​ໄດ້​ຢ່າງ​ບໍ່​ຕ້ອງ​ກັງ​ວົນໃຈ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...