Homeມູມໄອທີລາວສິ່ງດີໆ ທີ່ເຈົ້າຈະເຫັນໃນ Windows 8

ສິ່ງດີໆ ທີ່ເຈົ້າຈະເຫັນໃນ Windows 8

Published on

  1. ການ​ບູດ​ເຄື່ອງ​ທີ່ໄວຫຼາຍ
    ເມື່ອ​ທຽບ​ກັບ​ວິນ​ໂດວສ໌​ອື່ນໆ ພຽງ​ແຕ່ບໍ່​ຈັກ​ວິ​ນາ​ທີ​ເຈົ້າ​ກໍ​ສາມາດ​ໃຊ້​ງານ​ວິນ​ໂດວສ໌​ໄດ້​ແລ້ວ

ຊ່ວງ​ນີ້​ກະ​ແສ​ຂ່າວ​ຂອງ Windows 8 ສ້າງ​ຄວາມ​ຮື​ຮາ​ເປັນ​ຢ່າງ​ຫຼາຍ​ຂອງ Windows 8 ທີ່​ມີ​ຮູບ​ແບບ​ແປກ​ໃໝ່​ກວ່າ​ວິນ​ໂດວສ໌​ທີ່​ຜ່ານມາ​ແລ້ວ ສຳລັບ​ມື້​ນີ້​ຈະ​ມາ​ກ່າວເຖິງ​ສິ່ງ​ໃໝ່​ແລະ​ດີ​ທີ່​ເຈົ້າ​ຈະ​ໄດ້​ພົບ​ເຫັນ​ໃນ Windows 8

ອິນ​ເຕີລ໌​ເຟດ​ໃໝ່​ທີ່​ແປກ​ຕາ
ໜ້າ​ທຳອິດຂອງ​ການ​ໃຊ້​ງານ​ເຈົ້າ​ຈະ​ເຫັນ ແອບ​ພິ​ເຄ​ຊັນ​ ຫຼື ໂປ​ແກມ​ທີ່​ໃຊ້​ງານ​ມາ​ລວມ​ຢູ່​ໜ້າ​ດຽວ​ກັນ​ທີ່​ໜ້າ Start ແບບ Modern Style ສະ​ດວກ​ໃນ​ການ​ໃຊ້​ງານ ​ເຊັ່ນ ແອບ​ພິ​ເຄ​ຊັນ​ຂອງ​ອີ​ເມລ, ຮູບ​ພາພ, ຂ່າວ, ປະຕິ​ທິນ, ພະຍາກອນ​ອາ​ກາດ​ແລະ​ອື່ນໆ ອີກ​ຫຼາກຫຼາຍ ທັງ​ນີ້​ຍັງ​ສະແດງ​ເປັນ​ແບບ​ອັບ​ເດດ​ຕະຫລອດ​ເວລາ ເຊຶ່ງ​ເຮັດໃຫ້​ເຈົ້າ​ຮູ້​ຂ່າວ​ສານ​ຢູ່​ຕະຫຼອດ​ເວລາ

3. ລະບົບ​ຄົ້ນ​ຫາ
Windows 8 ມີ​ຟັງກ໌​ຊັນ​ການ​ຄົ້ນ​ຫາ​ສິ່ງ​ຕ່າງໆ ໂດຍ​ແບບ​ເປັນ​ໝວດ​ຫມູ່ Application, Settings, File ແລະ​ໃນ​ Social Network ໄດ້​ຢ່າງ​ສະ​ດວກ​ວ່ອງໄວ ໂດຍ​ຄົ້ນ​ຫາ​ຜ່ານ​ໜ້າ Start ໄດ້​ທັນ​ທີ່​ພຽງ​ແຕ່​ພິມ​ຄຳ​ທີ່​ຕ້ອງ​ການ​ຄົ້ນ​ຫາ​ລົງ​ໄປເ​ຊຶ່ງ​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ພິມ​ທັ້ງຄຳ ວິນ​ໂດວສ໌​ຈະ​ກໍ່ການ​ສະແດງ​ທຸກ​ຢ່າງ​ທີ່​ກົງ​ກັບ​ຄຳ​ຄົ້ນ​ຫາ​ຂຶ້ນ​ມາ​ທັນທີ

ເຊື່ອມ​ຕໍ່​ຂໍ້​ມູນ​ກັນ​ໄດ້​ໝົດ
ບໍ່​ວ່າ​ເຈົ້າ​ຈະ​ມີ​ຄອມ​ພິວ​ເຕີລ໌, ໂນ໊​ຕ​ບຸ໊ກ ຫຼື ແທັບ​ເລັດ ເຈົ້າ​ກໍ​ສາມາດ​ຕັ້ງ​ຄ່າ​ຕ່າງໆ ໃຫ້​ອຸປະກອນ​ດັ່ງ​ກ່າວ​ທີ່​ໃຊ້ Windows 8 ເຊື່ອມ​ຕໍ່​ຂໍ້​ມູນ​ກັນ ໂດຍ​ຂໍ້​ມູນ​ເກືອບ​ທັງ​ໝົດ​ຈາກ​ທຸກ​ເຄື່ອງ​ຈະ​ຄືກັນ​ບໍ່​ວ່າ​ເຄື່ອງ​ນັ້ນ​ຈະ​ຢູ່ທີ່ຈຸດ​ໃດ​ຂອງ​ໂລກ​ໃບນີ້ ຂໍ​ພຽງ​ໃຫ້​ມີ​ອິນ​ເຕີລ໌​ເນັດ​ ໃຊ້ດ້ວຍ​ຟັງກ໌​ຊັນ Sync ຜ່ານ​ແອກ​ເຄົາທ໌​ຂອງ​ MS


5. ແຊລ໌​ຂໍ້​ມູລ
ແຊລ໌ (Share) ຟັງກ໌​ຊັນ​ເໝາະ​ສົມ​ຫຼາຍ ສຳລັບ​ຄົົນທີ່​ມັກ​ Social Network MS ອອກ​ແບບ​ໃຫ້ Windows 8 ສາມາດ​ເລືອກ​ແຊລ໌​ສິ່ງ​ຕ່າງ ໆ ບໍ່​ວ່າ​ຈະ​ເປັນ​ໄຟລ໌​ຂໍ້​ມູລ, ຮູບ​ພາບ, ໜ້າ​ເວັບ​, ເພງ, ຮູບເງົາ ແລະ​ອື່ນໆ ສຳລັບ​ວິທີ​ແຊລ໌​ນັ້ນ​ກໍ​ງ່າຍໆ ພຽງ​ແຕ່​ເລືອກ​ປຸ່ມ Share ໃນ Charms Bar ເທົ່າ​ນັ້ນ​ເອງ ນອກ​ຈາກ​ນີ້​ຍັງ​ສາມາດ​ແຊລ໌​ໄປ​ຍັງ​ແອບ​ພິ​ເຄ​ຊັນ ອື່ນໆ ໄດ້​ອີກ​ ​ເຊັ່ນ ແຊລ໌​ລິງກ໌​ໜ້າ​ເວັບ​ ຫຼື Notepad ຫຼື ​ແຊລ໌​ຮູບ​ພາບ​ໄປ​ຍັງ​ໂປ​ແກມ​ແຕ່ງ​ພາບ ເປັນ​ຕົ້ນ


ເປີດ​ອິນ​ເຕີລ໌​ເນັດ​ໄດ້​ຕະຫຼອດເວລາ
ຖ້າ​ເຈົ້າ​ໃຊ້​ເບ​ລ໌າວ​ເຊີລ໌ Internet Explorer 10 ເຈົ້າ​ຈະ​ຕ້ອງ​ປະ​ຫລາດ​ໃຈ​ວ່າ IE10 ເປີດ​ເວັບ​ໄດ້​ວ່ອງໄວ​ກວ່າ IE ລຸ້ນ​ກ່ອນ​ຫຼາຍ​ ໄວ​ຈົນ​ເບ​ລ໌າວ​ເຊີລ໌​ອື່ນໆ ຕ້ອງ​ຫັນ​ມາ​ເບິ່ງແລ້ວ​ວ່າ ຈະ​ພັດທະນາ​ເບ​ລ໌າວ​ເຊີລ໌​ຂອງ​ຕົວ​ເອງ​ໃຫ້​ໄວ​ຂຶ້ນ​ເພື່ອ​ໜີ IE 10 ໄດ້​ຢ່າງ​ໃດ

ການ​ Refresh ແລະ Reset ລະບົບ
Windows 8 ນີ້ ມີ​ຟີ​ວເຈີລ໌​ໃໝ່​ໃຫ້​ຜູ້​ໃຊ້​ສາມາດ​ແກ້​ໄຂ​ລະບົບ​ໄດ້​ເມື່ອ​ລະບົບ​ມີ​ບັນຫາ​ຈົນ​ບໍ່​ສາມາດ​ແກ້ ໄດ້​ແບບ​ປົກຕິ ຟີ​ວເຈີລ໌​ (Refresh) ຫຼື ​ (Reset) ຂອງ Windows 8 ຊ່ວຍ​ເຈົ້າ​ແກ້​ໄຂ​ໄດ້​ງ່າຍ​ໂດຍ​ໃຊ້​ເວລາ​ບໍ່​ໄດ້​ດົນ

Task Manager
Windows 8 ປັບ​ປຸງ Task Manager ໃຫ້​ເບິ່ງ​ສວຍງາມ​ຂຶ້ນ ໃຊ້​ງານ​ງ່າຍ ແລະ​ມີ​ປະ​ສິດ​ທິ​ພາບ​ຫຼາຍກວ່າ​ເກົ່າ ການ​ສະແດງ​ແອບ​ພິ​ເຄ​ຊັ່ນ​ຕ່າງໆ ແບ່ງ​ອອກ​ເປັນ​ໝວດ​ໝູ່ Apps, Background Processes ແລະ Windows Processes ແລະ​ມີ​ລາຍ​ລະອຽດ​ການ​ໃຊ້​ຊັບ​ພະຍາ​ກອນ​ເຄື່ອງ​ຂອງ​ແຕ່​ລະ​ແອບ​ພິ​ເຄ​ຊັນ​ໃຫ້​ເບິ່ງ​ວ່າ​ໃຊ້ CPU, Ram, Bandwidth ເທົ່າ​ໃດ​ໃນ​ແບບ Real Time ພ້ອມ​ທັງ​ຍັງມີ​ການ​ສະແດງ​ໃນ​ຮູບ​ແບບ​ກາບຟິກ ແລະ ​ບັນ​ທຶກ​ການ​ໃຊ້​ຊັບ​ພະຍາ​ກອນ​ໃນ​ແຕ່​ລະ​ໄລຍະໃຫ້​ເບິ່ງ​ຍ້ອນ​ຫຼັງໄດ້ ນອກ​ຈາກນີ້ ທັງ​ນີ້​ຍັງ​ສາມາດ​ຕັ້ງ​ຄ່າ​ໃຫ້​ແອບ​ພິ​ເຄ​ຊັນ ເລີ່ມ​ເຮັດວຽກ​ຫຼືບໍ່​ເຮັດວຽກ​ທັນ​ທີ​ທີ່​ເປີດ​ເຄື່ອງ​ໄດ້

ລິບ​ບອນ​ເມ​ນູຂອງ Windows Explorer
Windows Explorer ຂອງ Windows 8 ຈະ​ມີ​ເມ​ນູ​ແບບ Ribbon ທີ່​ຄືກັບ Microsoft Office 2010 ເຮັດໃຫ້​ໃຊ້​ງານ​ໄດ້​ສະ​ດວກ​ແລະ​ຫຼາກ​ຫຼາຍ​ຂຶ້ນ ໂດຍ
Windows Explorer ສະແດງ​ຜົນ​ໄດ້​ທັງ​ແບບ​ເຕັມ​ແບບ​ຫຍໍ້ (minimize) ຊຶ່ງ​ເປັນ​ດີ​ຟອນຕ໌​ເພື່ອ​ລຸດ​ຄວາມ​ຊັບ​ຊ້ອນ​ແລະ​ເພີ່ມ​ພື້ນ​ທີ່​ຂອງ​ໜ້າ​ຕ່າງ Explorer
ທີ່​ປຸ່ມ​ຂອງ​ລິບ​ບອນ​ຈະມີ Tooltip ຂອງ​ປຸ່ມ​ຈະ​ສະແດງ​ລາຍ​ລະ​ອຽດ​ວ່າ​ໃຊ້​ເຮັດ​ຫຍັງ
ຄ່າ​ຕ່າງໆ ທີ່​ເຈົ້າ​ຕັ້ງ​ໄວ້​ໃນ Explorer ສາມາດ​ບັນ​ທຶກ​ໄວ້​ໃນ​ແອກ​ເຄົາທ໌​ເຈົ້າ​ໄດ້ ແລະ​ສາມາດ​ນຳ​ໄປ​ໃຊ້​ຊິງຄ໌​ກັບ​ເຄື່ອງ​ອື່ນ​ໂດຍ​ອັດ​ໂນ​ມັດ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...