Homeຂ່າວຕ່າງປະເທດບັນດາປະເທດມະຫາອຳນາດ ບັນລຸຂໍ້ຕົກລົງດ້ານນິວເຄລຍກັບອີຣ່ານແລ້ວ!

ບັນດາປະເທດມະຫາອຳນາດ ບັນລຸຂໍ້ຕົກລົງດ້ານນິວເຄລຍກັບອີຣ່ານແລ້ວ!

Published on

Ministers and officials pose for a group picture at the United Nations building in Vienna

ອີງຕາມຂ່າວຕ່າງປະເທດຫລາຍສຳນັກ ລາຍງານວ່າ ບັນດາປະເທດມະຫາອຳນາດໂລກ ເຊິ່ງປະກອບມີ ຈີນ, ສະຫະລັດອາເມຣິກາ, ຝຣັ່ງ, ສະຫະຣາຊະອານາຈັກ, ຣັດເຊຍ ແລະ ເຢຍລະມັນ ສາມາດບັນລຸຂໍ້ຕົກລົງດ້ານນິວເຄລຍກັບອີຣ່ານແລ້ວ ໃນມື້ວັນທີ 14 ກໍລະກົດ 2015 ຜ່ານມານີ້ ຫລັງຈາກທີ່ມີການເຈລະຈາກັນ ຍາວນານເປັນເວລາ 17 ມື້ ຢູ່ນະຄອນຫລວງວຽນ ປະເທດໂອຕຣິດ ເຊິ່ງເປັນຜົນສຳເລັດຄັ້ງປະຫວັດສາດ ຫລັງຈາກທີ່ມີບັນຫາຂໍ້ຂັດແຍ່ງໃນເລື່ອງດັ່ງກ່າວ ຍາວນານເຖິງ 12 ປີ.

ໂດຍຂໍ້ຕົກລົງດັ່ງກ່າວນີ້ ແມ່ນໄດ້ຮັບປະກັນວ່າ ໂຄງການນິວເຄລຍຂອງອີຣ່ານ ຈະຕ້ອງບໍ່ມີເປົ້າໝາຍທາງການທະຫານ ເພື່ອແລກປ່ຽນກັບການຍົກເລີກມາດຕະການຂວ້ຳບາດທາງເສດຖະກິດ ຈາກບັນດາປະເທດຕາເວັນຕົກທີ່ມີຕໍ່ອີຣ່ານ ເຊິ່ງກຳລັງປະສົບກັບບັນຫາເສດຖະກິດຕົກຕ່ຳ.

ແນວໃດກໍຕາມ ຫລັງຈາກທີ່ມີການຖະແຫລງຜົນສຳເລັດຂອງຂໍ້ຕົກລົງດັ່ງກ່າວນີ້ ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ໄດ້ອອກມາຖະແຫລງປະນາມຂໍ້ຕົກລົງສະບັບນີ້ວ່າ ເປັນຄວາມຜິດພາດຄັ້ງປະຫວັດສາດ.

 

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...