Homeຂ່າວການສຶກສາບໍລິສັດເທີນຫີນບູນ ສ້າງໂຮງຮຽນປະຖົມສອງຫລັງ ມອບໃຫ້ເມືອງຄູນຄຳ ແຂວງຄຳມ່ວນ

ບໍລິສັດເທີນຫີນບູນ ສ້າງໂຮງຮຽນປະຖົມສອງຫລັງ ມອບໃຫ້ເມືອງຄູນຄຳ ແຂວງຄຳມ່ວນ

Published on

hinboon

ພິທີມອບ-ຮັບໂຮງຮຽນປະ ຖົມບ້ານແກ້ງ ແລະ ບ້ານກຸບ ເມືອງ ຄູນຄຳ ແຂວງ ຄຳມ່ວນ ໂດຍແມ່ນ ການຊ່ວຍເຫລືອຂອງບໍລິສັດເທີນ ຫີນບູນພາວເວີ ໃນມູນຄ່າ 25,000 ໂດລາສະຫະລັດ ຫລື ປະມານ 300 ລ້ານກວ່າກີບ, ໄດ້ຈັດຂຶ້ນໃນ ວັນທີ 14 ກໍລະກົດນີ້ລະຫວ່າງທ່ານ ສຸລິເດດ ເບົ້າມະນີໂຄດ ຮອງອຳ ນວຍການບໍລິສັດ ເທີນຫີນບູນພາວ ເວີ ແລະ ທ່ານຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ ຄູນຄຳ ຄຳເມົ້າ ຄູນສົມບັດ ໂດຍມີອຳ ນາດການປົກຄອງ, ປະຊາຊົນ ແລະ ນ້ອງ ນັກຮຽນພາຍໃນສອງ ບ້ານດັ່ງກ່າວເຂົ້າຮ່ວມເປັນຈຳ ນວນຫລາຍ.

ຮອງອຳນວຍການບໍລິສັດເທີນຫີນບູນ ກ່າວວ່າ: ໂຮງຮຽນປະ ຖົມສອງແຫ່ງນີ້ໄດ້ເລີ່ມກໍ່ສ້າງມາ ແຕ່ຕົ້ນປີ 2015 ປະກອບມີ 5 ຫ້ອງ ຮຽນ, ໜຶ່ງຫ້ອງຄູ, 5 ຫ້ອງນ້ຳ, ພ້ອມຕິດຕັ້ງລະບົບໄຟຟ້າ ແລະ ນ້ຳສະອາດຄົບຊຸດຕາມມາດຕະຖານ
ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ແລະ ມາຮອດປັດຈຸບັນ ບໍລິສັດດັ່ງກ່າວໄດ້ຊ່ວຍເຫລືອກໍ່ ສ້າງໂຮງຮຽນ ປະຖົມແລ້ວ 13 ແຫ່ງ ແລະ ໂຮງຮຽນມັດທະຍົມ 5ແຫ່ງໃຫ້ແກ່ບັນດາບ້ານ ແລະ ເມືອງຢູ່ບໍລິເວນໃກ້ ເຂື່ອນໄຟຟ້າ ຂອງຕົນ ແລະ ໃຫ້ການສະໜັບສະ ໜູນນັກຮຽນໄດເຂົ້າໂຮງຮຽນປະ ຖົມ ແລະ ມັດທະຍົມເອກະຊົນຢູ່ ເມືອງຄູນຄຳ ແລະ ໃຫ້ທຶນເພື່ອສຶກ ສາຕໍ່ໃນລະດັບມະຫາວິທະຍາໄລ ຢູ່ລາວນຳດ້ວຍ ແລະ ອີກບໍ່ດົນກໍ່ຈະມີ ທຶນການສຶກສາລະດັບປະລິນຍາ ໂທຢູ່ສະຖາບັນເຕັກໂນໂລຊີ ເອເຊຍທີ່ປະເທດໄທຕື່ມອີກ, ເຊິ່ງພວກເຮົາ ເຊື່ອວ່າມີແຕ່ການສຶກສາທີ່ໝັ້ນຄົງ ເທົ່ານັ້ນທີ່ສາມາດສ້າງຊັບພະຍາກອນ ມະນຸດໃຫ້ມີຄວາມຮູ້ຄວາມສາມາດເພື່ອສ້າງສາພັດທະນາປະເທດໃຫ້ຈະເລີນກ້າວໜ້າໃນອະນາຄົດ.

ໃນໂອກາດນີ້, ຫົວໜ້າຫ້ອງ ການສຶກສາເມືອງໄດ້ຕາງໜ້າອຳ ນາດການປົກຄອງທ້ອງຖິ່ນສະ ແດງຄວາມຂອບໃຈຕໍ່ບໍລິສັດເທີນ ຫີນບູນພາວເວີ ທີ່ໄດ້ໃຫ້ການຊ່ວຍ ເຫລືອກໍ່ສ້າງໂຮງຮຽນດັ່ງກ່າວ, ເຊິ່ງເປັນການປະກອບ ສ່ວນສຳຄັນເຂົ້າໃນການພັດທະນາວຽກງານ ການສຶກສາຂອງລາວເວົ້າລວມ, ເວົ້າສະເພາະແມ່ນການສ້າງຊັບພະ ຍາກອນມະນຸດໃຫ້ມີຄວາມຮູ້ ຄວາມສາມາດກາຍເປັນບຸກຂະລະກອນທີ່ເຂັ້ມແຂງເພື່ອພັດທະນາປະ ເທດຊາດ ແລະ ໃຫ້ຄຳໝັ້ນວ່າຈະ ນຳໃຊ້ໂຮງຮຽນທີ່ໄດ້ຮັບການຊ່ວຍເຫລືອດັ່ງກ່າວໃຫ້ເກີດປະໂຫຍດ ສູງສຸດ ແລະ ຍາວນານ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...