Homeມຸມຂ່າວ AECມາເລເຊຍ ສະເໜີໃຫ້ລາງວັນປະຊາຊົນອາຊຽນ 2015 ສະຫລອງວັນສ້າງຕັ້ງອາຊຽນ!

ມາເລເຊຍ ສະເໜີໃຫ້ລາງວັນປະຊາຊົນອາຊຽນ 2015 ສະຫລອງວັນສ້າງຕັ້ງອາຊຽນ!

Published on

400nnn

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 12 ​ເດືອນກໍລະກົດ ປີ 2015, ກະຊວງ ​ການ​ຕ່າງປະ​ເທດ ມາ​ເລ​ເຊຍ ​ຮຽກຮ້ອງ​​ ສະ​ເໜີ​ໃຫ້ ​ລາງວັນ​ ປະຊາຊົນ ຢູ່ໃນບັນດາ​ ປະ​ເທ​ດ ອາຊີ​ຕາ​ເວັນ​ອອກ ສ່ຽງໃຕ້(ອາ​ຊຽນ) ສົກປີ 2015 ​ເນື່ອງ​ໃນໂອກາດ ວັນ​ສ້າງ​ຕັ້ງ​ ປະຊາ​ຄົມ​ ອາ​ຊຽນ ຊຶ່ງຈະຈັດຂຶ້ນ​ໃນ​ທ້າຍ​ປີ​ນີ້​.

ກະຊວງ ​ການ​ຕ່າງປະ​ເທດ ມະ​ເລ​ເຊຍ ​ໃຫ້​ຮູ້​ວ່າ: ອາ​ຊຽນ​ ໄດ້​ເຄົາລົບ​ ບັນດາ​ບຸກຄົນ​ ຫລື ​ອົງການຈັດ​ຕັ້ງ ​ທີ່​ຂຶ້ນ​ກັບ​ ບັນດາ​ ປະ​ເທດ​ສະມາ​ຊິກ​ ອາ​ຊຽນ ທ່ີໄດ້ປະກອບສ່ວນອັນດີ​ເລີດ ເຂົ້າ​ໃນ​ຂະ​ບວນ ການ​ກໍ່ສ້າງ​ ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ໃນ​ບັນດາ​ຂົງ​ເຂດ ​ພັດທະນາ ​ການ​ເມືອງ-ສັງຄົມ ​ແລະ ວັດຖະນາ​ທຳ, ການ​ເຊື່ອມ​ໂຍງ​ເສດຖະກິດ, ຊາວ​ໜຸ່ມ​, ອາຊີບ, ການ​ສຶກສາ, ການ​ເຄື່ອນ​ໄຫວ ​ອາສາ​ສະໝັກ, ພັດທະນາ​ປະຊາ​ຄົມ ​ແລະ ​ອຸດ​ໜູນ​ສິດທິ.

ຜູ້ ​ຮັບ​ລາງວັນ​ ຈະ​​ໄດ້​ຮັບ​ເຄື່ອງ​ທີ່​ລະນຶກ ​ແລະ ​ເງິນ​ຈຳນວນ 10.000 ​ໂດ​ລາ​ສະຫະລັດ ​ເພື່ອ​ສະໜັບສະໜູນ​ ແລະ​ ສົ່ງ​ເສີມ​ຄວາມ​ພະຍາຍາມ​ ເພື່ອສືບ​ຕໍ່ ​ປະກອບສ່ວນ​ເຂົ້າ​ໃນ ​ຂະ​ບວນການ​ ກໍ່ສ້າງ​ປະຊາ​ຄົມ ​ເສດຖະກິດ ອາ​ຊຽນ. ລາງວັນ​ດັ່ງກ່າວ ຈະ​ມອບ​ໂດຍ ​ບັນດາ ​ທ່ານ​ຜູ້ນຳ​ ອາ​ຊຽນ ​ໃນ​ໂອກາດ​ ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 27 ທ່ີ​ຈະ​ຈັດ​ຂຶ້ນ​ ຢູ່ກົວ​ລາ​ລຳ​ເປີ ​ປະເທດມາເລເຊຍ ໃນ​ເດືອ​ນ ພະຈິກ​​ນີ້.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...