Homeຂ່າວເຫດການວາງພວງມາລາ ໃນໂອກາດວັນຄ້າຍວັນເກີດ ປະທານສຸພານຸວົງ ຄົບຮອບ 106 ປີ

ວາງພວງມາລາ ໃນໂອກາດວັນຄ້າຍວັນເກີດ ປະທານສຸພານຸວົງ ຄົບຮອບ 106 ປີ

Published on

souphanouvong

ເນື່ອງໃນໂອກາດ ວັນຄ້າຍວັນເກີດທ່ານ ປະທານສຸພານຸວົງ ຄົບຮອບ 106 ປີ (13 ກໍລະກົດ 1909-13 ກໍລະ ກົດ 2015 ) ແລະ ໃນວັນທີ 13 ກໍລະກົດ 2015 ນີ້ ຢູ່ສຸສານນັກຮົບປະຕິວັດ ຫລັກ24 ເມືອງໄຊທານີ ນະຄອນ ຫລວງວຽງຈັນ ທ່ານ ນາງ ຍອດແກ້ວມະນີ ສຸພານຸວົງ ລັດຖະມົນຕີຊ່ວຍວ່າການ, ຮອງຫົວໜ້າຫ້ອງວ່າ ການສູນກາງພັກປະຊາຊົນ ປະ ຕິວັດລາວ ພ້ອມດ້ວຍຄອບຄົວ ສຸພານຸວົງ, ຄະ ນະຫ້ອງວ່າການສູນກາງພັກ, ຄະນະ ກະຊວງຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ, ຄະນະຄອນຫລວງວຽງຈັນ ແລະ ຍາດຕີພີ່ນ້ອງ ໄດ້ຈັດພິທີວາງພວງມາລາ ຕໍ່ໜ້າທາດ ປະທານສຸພານຸວົງ.

ທ່ານປະທານ ສຸພານຸວົງ ແມ່ນເປັນຜູ້ນຳທີ່ມີຄວາມຈົງຮັກພັກດີ ຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງອົງອາດກ້າແກ່ນ ແລະ ພິລະອາດຫານ ຍາມໃດກໍໄດ້ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ມີຄວາມ ສາມັກຄີຮັກແພງເພື່ອນມິດສະຫາຍດ້ວຍຄວາມຈິງຈັງ, ດຳລົງຊີວິດຢ່າງຊື່ສັດສຸດຈະລິດ ແລະ ງ່າຍດາຍ, ເປັນນັກປັນຍາຊົນ ຜູ້ຍິ່ງໃຫຍ່, ເປັນເຊື້ອເຈົ້າຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດອັນດູດດື່ມ, ມີຈິດໃຈຕໍ່ສູ້ຢ່າງອາດຫານ, ມີທັດສະນະຫລັກໝັ້ນ ແລະ ມີນ້ຳໃຈເສຍສະຫລະອັນສູງສົ່ງເພື່ອປະເທດ ຊາດ ແລະ ປະຊາຊົນ, ປະທານສຸພານຸວົງ ເປັນນັກປະຕິວັດ, ນັກຮັກຊາດ ທີ່ແທ້ຈິງ, ເປັນໜຶ່ງໃນຜູ້ນຳທີ່ ດີເດັ່ນຂອງປະຊາຊົນລາວບັນດາເຜົ່າ, ໃນຕະຫລອດຊີວິດຂອງເພີ່ນບໍ່ວ່າຢູ່ໃນຕຳແໜ່ງໃດ, ຄວາມຮັບ ຜິດຊອບອັນໃດ ເພີ່ນໄດ້ອຸທິໝົດຈິດໝົດໃຈດວ້ຍຫົວຄິດປະດິດສ້າງຂອງຕົນເອງ ໃຫ້ແກ່ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເອກະລາດ ອະທິປະໄຕຂອງຊາດ ແລະ ຄວາມ ສົມບູນພູນສຸກຂອງປະຊາຊົນລາວ ບັນດາເຜົ່າ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...