Homeຂ່າວການພັດທະນາພາຫະນະຢູ່ນະຄອນຫລວງວຽງຈັນ ມີຫລາຍກວ່າ 7 ແສນຄັນ!

ພາຫະນະຢູ່ນະຄອນຫລວງວຽງຈັນ ມີຫລາຍກວ່າ 7 ແສນຄັນ!

Published on

car

ຂປລ. ​ ປັດຈຸບັນ ຢູ່​ນະຄອນຫລວງ​ວຽງ​ຈັນ ຈຳນວນພາຫະນະ ຕາມທ້ອງຖະໜົນ​ແມ່ນ​ມີ​ຈຳນວນເພີ່ມຂຶ້ນ ຢ່າງ​ຫລວງຫລາຍ ​ແລະ​ ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ເລື້ອຍໆ ​ເຊິ່ງ​ເຮັດ​ໃຫ້ການ​ສັນຈອນ​ຢູ່​ພາຍ​ໃນ​ຕົວ​ເມືອງ ​ແອ​ອັດ​ພໍ​ສົມຄວນ, ​ໂດຍ​ສະ​ເພາະ ​​ໃນ​ຊົ່ວ​ໂມງ​ເລັ່ງດ່ວນ. ຕາມ​ຕົວ​ເລກ​ທີ່ກອງ​ຄຸ້ມ​ຄອງ​ ພາຫະນະ ແລະ ການ​ຂັບ​ຂີ່ ພະ​ແນກ​ໂຍທາທິ​ການ ແລະ ຂົນສົ່ງ ນະຄອນຫລວງ​ວຽງ​ຈັນ​ໃຫ້ຮູ້ວ່າ ຢູ່​ນະຄອນຫລວງ​ວຽງ​ຈັນ ມີພາຫະນະ ປະມານ 7 ແສນ​ຄັນ ຖື​ວ່າ​ຫລາຍ​ສົມຄວນ.

ທ່ານ ນວນ​ໄຊ ພະ​ໄຊ​ສົມບັດ ຫົວໜ້າ​ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ໃຫ້ຮູ້​ວ່າ: ສະເພາະ​ໃນ 6 ເດືອນ​ຕົ້ນ​ປີ 2015 ຜ່ານ​ມາ ໄດ້​ມີ​ພາຫະນະ​ ​ໄດ້ມາ​ຂຶ້ນ​ທະບຽນ​ຢູ່​ກອງ​ຄຸ້ມ​ຄອງພາຫະນະ ແລະ ການ​ຂັບ​ຂີ່ ທັງໝົດຈຳນວນ 31 ກວ່າຄັນ, ສະເລ່ຍ​ແຕ່​ລະ​ເດືອນ ມີປະມານ 5.000 ຄັນ ແລະ ຖ້າ​ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ແມ່ນເພີ່ມ​ຂຶ້ນ. ໃນ ​ຈຳນວນ​ພາຫະນະ​ ທີ່ມາ​ຂຶ້ນ​ທະບຽນ​ມີ​ລົດຈັກ 18.900 ກວ່າຄັນ, ລົດ​ເກງ 3.000 ກວ່າຄັນ, ລົດ​ກະບະ 5.800 ກວ່າຄັນ ລົດ​ຈິບ 1.200 ກວ່າຄັນ, ລົດ​ຕູ້ 570 ກວ່າຄັນ, ລົດບັນທຸກ 1.800 ກວ່າຄັນ ແລະ ລົດໂດຍສານ 90 ກວ່າຄັນ.

ຖ້າ ​ສັງ​ລວມ​ທັງ​ໝົດ​ນັບ​ແຕ່​ປີ 2000 ມາ​ຮອດ​ເດືອນ​ ມິຖຸນາ 2015 ຢູ່​ນະຄອນຫລວງ​ວຽງ​ຈັນ ແມ່ນ​ມີ​ພາຫະນະ​ທີ່​ມາ​ຂຶ້ນ​ທະບຽນ ​ຢູ່​ກອງ​ຄຸ້ມ​ຄອງ​ພາຫະນະ ແລະ ການ​ຂັບ​ຂີ່ ຈຳນວນ 692.000 ກວ່າຄັນ ແລະ ແຕ່​ລະ​ປີ ກໍມີ ​ທ່ຽງ​ອ່ຽງ​ເພີ່ມ​ຂຶ້ນ​ເລື້ອຍໆ, ໃນ​ນັ້ນ ມີ​ລົດຈັກ 481.700 ກວ່າຄັນ, ລົດ​ສາມ​ລໍ້ 3.400 ກວ່າຄັນ, ລົດ​ເກງ 44.500 ກວ່າຄັນ, ລົດ​ກະບະ 90.300 ກວ່າຄັນ, ລົດ​ຈິບ 18.590 ກວ່າຄັນ, ລົດ​ຕູ້ 25.300 ກວ່າຄັນ, ລົດ​ບັນທຸກ 26.300 ກວ່າຄັນ ແລະ ລົດ ​ໂດຍສານ 1.600 ກວ່າຄັນ, ຖ້າ​ສະເລ່ຍ​ໃສ່ພົນລະເມືອງ​ ຢູ່ນະຄອນຫລວງ​ວຽງຈັນ ​ແລ້ວ​ເກືອບ​ວ່າມີ​ລົດ​ຜູ້​ລະ​ຄັນ ໃນ​ນີ້ຍັງ​ບໍ່​ນັບ​ລົດ​ປ້າຍ​ທະຫານ, ຕຳຫລວດ ນອກ​ນີ້ຍັງ​ມີ​ລົດ​ຕ່າງ​ປະເທດ ແລະ ລົດ​ປ້າຍ​ຕ່າງ​ແຂວງ ​ທີ່ມາ​ນຳ​ໃຊ້​ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍ​ສະເລ່ຍ​ແລ້ວ ມີ​ພາຫະນະ​ທີ່​ນຳ​ໃຊ້​ ຢູ່​ນະຄອນຫລວງ​ວຽງ​ຈັນ ປະມານກວ່າ 7 ແສນ​ຄັນ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...