spot_img
Homeປ່ອງຢ້ຽມດວງດາວເປີດ 5 ສາເຫດສູ່ວັນສິ້ນໂລກ

ເປີດ 5 ສາເຫດສູ່ວັນສິ້ນໂລກ

Published on

page_1

“ວັນ​ສິ້ນ​ໂລກ” ເປັນ​ຄຳ​ທີ່​ເຮົາ​ຄຸ້ນ​ເຄີຍ​ຈາກ​ໜັງ ​ໄຊ-ໄຟ ທີ່​ທຳນາຍ​ຈຸດ​ຈົບ​ຂອງ​ດາວ​ເຄາະ​ສີ​ນ້ຳ​ເງີນ​ແລະ​ອາວະ​ສານ​ແຫ່ງ​ມວນ​ມະນຸດໄວ້​ໃນ​ແບບ​ຕ່າງໆ ເລື່ອງ​ລາວ​ໃນ​ໜັງ​ແມ່ນ​ຈະ​ໂອ​ເວີ່ລ໌​ເກີນ​ຈິງ​ໄປ​ໃນ​ຫລາຍໆ ລາຍ​ລະ​ອຽດ ແຕ່​ແກ່ນ​ຂອງ​ເລື່ອງ​ທີ່​ວ່າ​ມວນ​ມະນຸດຈະ​ຕ້ອງ​ພົບ​ກັບ​ວາ​ລະ​ສຸດ​ທ້າຍ​ເຂົ້າ​ໃນ​ມື້ໃດ​ມື້ໜຶ່ງ​ ນັກ​ວິທະຍາ​ສາດ​ໄດ້​ທຳນາຍ​ເຫດການ​ທີ່​ເປັນ​ໄປ​ໄດ້​ອັນ​ນຳ​ມາສູ່​ວາ​ລະ​ສຸດ​ທ້າຍ​ຂອງ​ໂລກ ໄວ້​ຫລາຍ​ປະ​ການ​ນຳກັນ ແລະ 5 ຂໍ້​ຕໍ່ໄປ​ນີ້​ທີ່​ເຮົາ​ນຳ​ມາ​ຝາກ​ຈາກ​ແຊນ​ແນນ​ວິທະຍາ​ສາດ​ຂອງເວັບ​ໄຊຕ໌ Business Insider  ຄື​ສາ​ເຫດ​ສູ່​ວັນ​ສິ້ນ​ໂລກ​ທີ່​ມີ​ໂອ​ກາດ​ເກີດ​ຂຶ້ນ​ໄດ້​ຫລາຍ​ທີ່ສຸດ ມາ​ເບິ່ງ​ກັນ​ວ່າ​ມີຫຍັງແດ່ທີ່​ເປັນ​ຫົນ​ທາ​ງອາວະ​ສານ​ຂອງ​ມະນຸດແດ່

 z1_12

ພາບ​ຈາກ topyaps.com

  1. ດວງ​ອາທິດ​ກາຍ​ເປັນ​ດາວ​ຍັກ​ແດງ​ດູດ​ກືນ​ໂລກ

    ຄວາມ​ເປັນ​ໄປ​ໄດ້: ເກີດ​ຂຶ້ນ​ໄດ້​ແນ່ນອນ ເວລາ​ໃດ​ເວລາ​ໜຶ່ງ

    ໄລຍະ​ເວລາ​ໂດຍ​ປະ​ມານ: 5 ພັນ​ລ້ານປີ

    ດາວ​​ທຸກ​ດວງ​ລ້ວນ​ມີ​ອາ​ຍຸ​ໄຂ​ຂອງ​ຕົນ​ເອງ ສ່ວນ​ດາວ​ຢ່າງ​ດວງ​ອາທິດ​ນັ້ນ​ປະຈຸບັນ​ຢູ່ໃນ​ຊ່ວງ​ຊີວິດ​ທີ່​ກຳ​ລັງ​ສະຖຽນ ແຕ່​ກໍ​ບໍ່​ສາມາດ​ຄາດ​ເດົາ​ອະນາຄົດ​ທີ່​ຊັດເຈັນ​ໄດ້​ວ່າ​ຈຸດ​ຈົບ​ຂອງ​ມັນ​ຈະ​ມາ​ເຖິງ​ໃນ​ອີກ​ບໍ່ຊ້ານີ້ ມີ​ການ​ທຳນາຍ​ວ່າ​ຈະ​ເກີດ​ຂຶ້ນ​ໃນ​ອີກ 4-5 ພັນ​ລ້ານ​ປີ​ຂ້າງ​ໜ້າ ເມື່ອ​ດວງ​ອາທິດ​ໄດ້​ກາຍ​ເປັນ​ດາວ​ຍັກ​ແດງ ມັນ​ຈະ​ຂະຫຍາຍ​ຂອບ​ເຂດ​ໃຫຍ່​ຂຶ້ນ​ຈົນ​ຄອບ​ຄຸມ​ລັດ​ສະໝີດາວ​ເຄາະ​ວົງ​ໃນ ແນ່ນອນ​ວ່າ​ດາວ​ເຄາະ​ທີ່​ຢູ່​ໃກ້​ຄຽງ​ກໍ​ຈະ​ໄດ້ຮັບ​ຜົນ​ກະທົບ​ໄປ​ຕາມ​ກັນ ລວມ​ໄປ​ເຖິງ​ໂລກ​ຂອງ​ເຮົາ​ກໍ​ຈະ​ຖືກ​ກືນ​ກິນ​ເຂົ້າໄປ​ໃນ​ວົງ​ລັງສີ​ນັ້ນ​ແລະ​ຖືກ​ກືນ​ຫາຍ​ໄປ​ໃນທີ່ສຸດ

  2. z2_7

ພາບ​ຈາກ  imaginesciencefilms.org

  1. ດາວ​ເຄາະ​ນ້ອຍ​ພຸ່ງ​ຊົນ​ໂລກ

    ຄວາມ​ເປັນ​ໄປ​ໄດ້: ໜ້າ​ຈະ​ເກີດ​ຂຶ້ນ​ໄດ້

    ໄລ​ຍະ​ເວລາ​ໂດຍ​ປະ​ມານ: 100-1000 ປີ

    ມະນຸດ​ອາດ​ດຳ​ເນີນ​ໄປ​ເຖິງ​ວາ​ລະ​ສຸດ​ທ້າຍ​ຈາກ​ດາວ​ເຄາະ​ນ້ອຍ​ພຸ່ງ​ຊົນ​ໂລກ ເຊັ່ນ​ດຽວ​ກັບ​ທີ່​ດາວ​ເຄາະ​ນ້ອຍ​ ຫຼື ອຸກ​ກາ​ບາດ​ຍັກ​ຂະໜາດ​ເກືອບ 10 ກິ​ໂລ​ແມັດ​ໄດ້​ພຸ່ງ​ຊົນ​ໂລກ​ມາ​ແລ້ວ​ເມື່ອ 65 ລ້ານ​ປີ​ກ່ອນ ແລະ ນຳ​ຈຸດ​ຈົບ​ມາສູ່​ເຜົ່າ​ພັນ​ໄດ​ໂນ​ເສົາ ແລະໃນ​ປະຈຸບັນ​ມີ​ດາວ​ເຄາະ​ນ້ອຍ​ແບບ​ນີ້​ທີ່​ໂຄຈອນ​ຢູ່​ໃກ້​ໂລກ​ຢູ່​ກວ່າ 1,000 ດວງ ຈຳນວນ​ກວ່າ 100 ດວງ​ໃນ​ນັ້ນ​ມີ​ໂອ​ກາດ​ກາຍ​ເປັນ​ດາວ​ເຄາະ​ມະ​ລືດຕະ​ຍູ​ສຳລັບ​ໂລກ​ຂອງ​ເຮົາ​ໄດ້

  2. z3_7

ພາບ​ຈາກ  politicalears. com

  1. ຊູບ​ເປີໂວນ​ຄາ​ໂນ ການ​ລະ​ເບີດ​ຂອງ​ພູເຂົາ​ໄຟ​ຂະໜາດ​ໃຫ່ຍ

    ຄວາມ​ເປັນ​ໄປ​ໄດ້: ໜ້າ​ຈະ​ເກີດ​ຂຶ້ນ​ໄດ້

    ໄລຍະ​ເວລາ​ໂດຍ​ປະ​ມານ: ອີກ​ຫລາຍ​ພັນປີ

    ເມື່ອ​ກວ່າ 7,000 ປີ​ທີ່​ແລ້ວ ເກີດ​ພູເຂົາ​ໄຟ​ລະ​ເບີດ​ເທື່ອ​ໃຫຍ່​ທີ່​ຖິ້ມ​ຮ່ອງ​ຮອຍ​ຫລັງ​ການ​ລະ​ເບີດ​ໄວ້​ເປັນ​ທະເລສາບ​ໂທບາ ເທິງ​ເກາະ​ສຸ​ມາດຕາ​ຂອງ​ອິນ​ໂດ​ນີ​ເຊຍ ອັນ​ເປັນ​ທະເລສາບ​ຂະໜາດ​ໃຫຍ່​ທີ່​ເກີດ​ຈາກ​ການ​ຍຸບ​ຕົວ​ຂອງ​ປ່ອງ​ພູເຂົາ​ໄຟ ການ​ລະ​ເບີດ​ເທື່ອ​ນັ້ນ​ເຮັດໃຫ້​ທຳມະຊາດ​ແປປ​ວນ ເກີດ​ລະດູ​ໜາວ​ຍາວ-ນານ​ຕໍ່​ເນື່ອງ​ກັນ 6-10 ປີ ແລະ​ໃຊ້​ເວລາ​ອີກ​ກວ່າ​ພັນ​ປີ​ລາ​ວາ​ຈຶ່ງ​ເຢັນ​ລົງ​ຢ່າງ​ສົມ​ບູນ ຫາກ​ເຫດການ​ເຊັ່ນ​ນັ້ນ​ເກີດ​ຂຶ້ນ​ອີກ​ເທື່ອ​ຄົງ​ບໍ່​ຕ້ອງ​ເດົາ​ວ່າ​ຈະ​ເປັນ​ມະຫາ​ວິບັດ​ຮຸນ​ແຮງຊ່ຳໃດ ໃນ​ປະຈຸບັນ​ມີ​ພູເຂົາ​ໄຟ​ທີ່​ຍັງມີ​ພະລັງ​ຮຸນແຮງ​ຢູ່ 6 ລູກ​ທົ່ວ​ໂລກ ໜຶ່ງ​ໃນ​ນັ້ນ​ຄື​ວາງ​ຕົວ​ຢູ່​ໃຕ້​ອຸດ​ທະຍານ​ແຫ່ງ​ຊາດ​ເຍນ​ໂລດ​ໂຕນ​ໃນ​ອາເມລິກາ ມັນ​ເຄີຍ​ລະ​ເບີດ​ມາ​ແລ້ວ​ເມື່ອ​ 640,000 ປີ​ກ່ອນ ປ່ອຍ​ເຖົ່າຖ່ານ​ອອກ​ມາ​ຫລາຍ​ກວ່າ 1,000 ລູກ​ ແລະ​ ຫາກ​ມັນ​ເກີດ​ລະ​ເບີດ​ຂຶ້ນ​ມາ​ອີກ​ໃນ​ຕອນນີ້ ນັກ​ວິ​ໄຈ​ຄາດ​ວ່າ​ຈະ​ເຮັດໃຫ້​ຜູ້​ຄົນ​ບໍລິເວນ​ອ້ອມຮອບ ນັ້ນ​ເສຍຊີວິດ​ທັນ​ທີ​ກວ່າ 87,000 ຄົນ

  2. z4_1

ພາບ​ຈາກ publichealthwatch.wordpress.com

  1. ພະຍາດ​ລະ​ບາດ

    ຄວາມ​ເປັນ​ໄປ​ໄດ້: ມີ​ຄວາມ​ເປັນ​ໄປ​ໄດ້

    ໄລ​ຍະ​ເວລາ​ໂດຍ​ປະ​ມານ: ເກີດ​ຂຶ້ນ​ໄດ້​ທຸກ​ເມື່ອ

    ສິ່ງ​ມີ​ຊີວິດ​ຂະໜາດ​ນ້ອຍ​ທີ່​ສາຍ​ຕາ​ເຮົາ​ເບິ່ງບໍ່ເຫັນ​ທັງ​ໄວ​ລັດ​ແລະ​ແບກ​ທີ​ເລຍ ກໍ່​ໃຫ້​ເກີດ​ຄວາມ​ເຈັບ​ປ່ວຍ​ແລະ​ແພ່​ເຊື້ອ​ຕິດ​ຕໍ່​ກັນ​ຈົນ​ສ້າງ​ຄວາມ​ສູນ​ເສຍ​ໄດ້​ໃຫຍ່​ຫຼ​ວງ ຢ່າງ​ຄາດ​ບໍ່ເ​ຖິງ ຕົວ​ຢ່າງ​ຂອງ​ຄວາມ​ຮ້າຍແຮງ​ເຄີຍ​ມີ​ໃຫ້​ເຫັນ​ມາ​ແລ້ວ​ເຊັ່ນ​ໂລກ​ລະ​ບາດ​ໃນ​ຍຸ​ໂລບ​ ເມື່ອທົດສະ​ວັດ​ທີ່ 14 ພາກຊີວິດ​ຜູ້​ຄົນ​ໄປ​ເຖິງ 75-200 ລ້ານ​ຄົນ ຫຼື ເກືອບເຄຶ່ງ​ທະ​ວີບ ໃນໄລຍະ​ການ​ລະ​ບາດ​ພຽງ 4 ປີ ລອງ​ຈິນຕະນາ​ການ​ວ່າ​ ຖ້າຫາກ​ມີ​ພະຍາດ​ລະ​ບາດ​ຮ້າຍແຮງ​ແບບ​ນັ້ນ​ເກີດ​ຂຶ້ນ​ອີກ​ໃນ​ປັດ​ຈຸ​ບັນ ບໍ່​ວ່າ​ຈະ​ມາ​ຈາກ​ອາ​ວຸດ​ເຊື້ອ​ພະຍາດ​ຂອງ​ຜູ້​ກໍ່​ການ​ຮ້າຍ​ ຫຼື ຈະ​ດ້ວຍ​ສາ​ເຫດ​ໃດໆ ກໍ​ແລ້ວ​ແຕ່ ​ບວກ​ກັບຄວາມ​ກ້າວ​ໜ້າ​ຕັດ​ແຕ່ງ​ພັນ​ທຸ​ກຳ​ເຊື້ອ​ພະຍາດ​ໃຫ້​ຮຸນແຮງ​ໄດ້​ຕາມ​ຕ້ອງ​ການ ນັກ​ວິ​ໄຈ​ຈະ​ຕ້ອງ​ໃຊ້​ເວລາ​ຢ່າງ​ນ້ອຍ​ ບໍ່​ຕ່ຳ​ກວ່າ 1 ເດືອນ​ເພື່ອ​ຄິດ​ຄົ້ນ​ຢາ​ຮັກ​ສາ ແຕ່​ນັ້ນ​ກໍ​ບໍ່​ສາມາດ​ຮັບ​ປະ​ກັນ​ໄດ້​ວ່າ​ຈະ​ໃຊ້​ໄດ້​ຜົນແທ້​ ຊຶ່ງ​ຫາກ​ເປັນ​ແບບນີ້ ອາວະ​ສານ​ຂອງ​ມະນຸດກໍ່ຄົງຈະເປັນໄປໄດ້

  2. z5

ພາບ​ຈາກ NASA

  1. ສະ​ໜາມ​ແມ່​ເຫຼັກ​ໂລກ​ປ່ຽນ

    ຄວາມ​ເປັນ​ໄປ​ໄດ້: ເກີດ​ຂຶ້ນ​ໄດ້​ແນ່ນອນເວລາ​ໃດ​ເວລາ​ໜຶ່ງ

    ລະ​ຍະ​ເວລາ​ໂດຍ​ປະ​ມານ: ໃນ​ອີກ​ບໍ່​ຈັກ​ລ້ານ​ປີ​ຂ້າງ​ໜ້າ

    ໂລກ​ມີສະໜາມ​ແມ່​ເຫຼັກ​ໂລກ​ຄອຍຖ້າ​ປົກ​ປ້ອງ​ດາວ​ເຄາະ​ຂອງ​ເຮົາ​ຈາກ​ລົມ​ສຸ​ລິ​ຍະ​ຊຶ່ງ​ມີ​ອະ​ນຸພາບ ພະລັງ​ງານ​ສູງ​ທີ່​ດວງ​ອາທິດ​ແຜ່​ອອກ​ມາ ໂດຍ​ພະລັງ​ງານ​ຈາ​ກສະໜາມ​ແມ່​ເຫຼັກ​ນັ້ນ​ເກີດ​ຈາກ​ການ​ໄຫຼວຽນ​ຂອງ​ໂລ​ຫະ​ແຫຼວ​ທີ່​ຢູ່​ເລິກ​ລົງ​ໄປ​ຍັງຊັ້ນ​ແກນ​ໂລກ ແຕ່​ຈົນກະທັ້ງ​ປະຈຸບັນ​ມະນຸດ​ກໍ​ຍັງ​ບໍ່​ເຂົ້າໃຈ​ກະ​ບວນ​ການ​ນີ້​ຫລາຍ​ເທົ່າໃດ​ ແຕ່​ທີ່​ແນ່ໆ ຄື​ຫາກ​ການ​ໄຫຼວຽນ​ນີ້​ເກີດ​ການ​ປ່ຽນ​ແປງ​ແລ້ວ​ເຮັດໃຫ້​ສະ​ໜາມ​ແມ່​ເຫລັກ​ໂລກ​ອ່ອນ​ລົງ​ກໍ​ຈະ​ສົ່ງຜົນ​ເສຍ​ຫາຍ​ຢ່າງ​ໃຫຍ່ ໂລກ​ບໍ່​ສາມາດ​ປ້ອງ​ກັນ​ຕົວ​ເອງ​ຈາກ​ພາ​ຍຸ​ສຸ​ລິ​ຍະ (solar flare) ຈາກ​ດວງ​ອາທິດ​ໄດ້​ອີກ​ຕໍ່​ໄປ ແລະ​ນັ້ນ​ກໍ​ຈະ​ເປັນ​ຈຸດ​ຈົບ​ຂອງ​ມະນຸດລວມ​ທັງ​ສິ່ງ​ມີ​ຊີວິດ​ທັງ​ຫລາຍ​ເທິງ​ດາວ​ເຄາະ​ໃບນີ້

ບົດຄວາມຫຼ້າສຸດ

ກ້າວໄປອີກຂັ້ນ! ຍີ່ປຸ່ນສ້າງເລືອດທຽມ ສາມາດໃຊ້ທົດແທນໄດ້ທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນກວ່າ 2 ປີ

ເປັນການພັດທະນາທາງດ້ານເຕັກໂຕໂລຊີເລືອດທຽມຂອງປະເທດຍີ່ປຸ່ນທີ່ຈະມາແກ້ໄຂບັນຫາຂາດແຄນເລືອດໃນໂລກ ການພັດທະນາທາງດ້ານການແພດຂອງປະເທດຍີ່ປຸ່ນ ໄດ້ແນ່ໃສ່ຄວາມສຳຄັນໃນການຈັດສັນຫາເລືອດ ດ້ວຍການພັດທະນາເຕັກໂນໂລຊີ ເລືອດທຽມ ທີ່ສາມາດໃຊ້ໄດ້ກັບຄົນເຈັບທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນ 2 ປີ. ໃນການວິໄຈຂອງມະຫາວິທະຍາໄລການແພດນາລາ ຂອງປະເທດຍີ່ປຸ່ນ ທີ່ໄດ້ພັດທະນາສານທີ່ເອີ້ນວ່າ hemoglobin vesicles ເປັນຫຼັກການດຶງເອົາ...

ແຜ່ນດິນໄຫວຂະໜາດ 6,0 ຣິກເຕີ ໃນປະເທດອັບການິສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 622 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 1,500 ຄົນ

ເກີດເຫດແຜ່ນດີນໄຫວໃນວັນທີ 31 ກັນຍາ 2025 ທີ່ປະເທດອັບການິສະຖານ ມີຂະໜາດ 6,0 ຣິກເຕີ ເຮັດໃຫ້ມີຜູ້ເສຍຊີວິດຈໍານວນ 622 ຄົນ ລາຍງານຫຼ້າສຸດ, ຈາກເຫດແຜ່ນດິນໄຫວໃນປະເທດອັຟການິສຖານ ທີ່ເກີດຂຶ້ນໃນວັນທີ 31...

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...