Homeລົດຍົນ-ຍານພາຫະນະເທັກນິກການຊື້ລົດໃໝ່ ຕາມລາຍໄດ້ຂອງໂຕເອງ

ເທັກນິກການຊື້ລົດໃໝ່ ຕາມລາຍໄດ້ຂອງໂຕເອງ

Published on

 

ປັດໃຈສຳຄັນໃນການເລືອກຊື້ ກໍ່ຄືຊິໜີບໍ່ພົ້ນ “ລາຍໄດ້” ໃນແຕ່ລະເດືອນ ແລ້ວຈະມີວິທີເລືອກລົດຢ່າງໃດໃຫ້ເໝາະສົມກັບລາຍໄດ້ເພື່ອບໍ່ໃຫ້ຄ່າໃຊ້ຈ່າຍແຕ່ລະເດືອນສູງເກີນໄປ ຈົນກະທົບກັບຊີວິດປະຈຳວັນ ມື້ນີ້ Laopost ມີໄອເດຍແນະນຳວິທີເລືອກລົດໃຫ້ເໝາະສົມກັບລາຍໄດ້

  1. ກວດເບິ່ງລາຍຮັບຕໍ່ເດືອນ

ຖ້າຫາກໃຜທີ່ຊື້ລົດດ້ວຍເງິນສົດໄດ້ກໍ່ຖືວ່າໂຊກດີໄປ ແລະ ຖ້າໃຜທີ່ຈຳເປັນຕ້ອງຜ່ອນ ແນ່ນອນວ່າແຕ່ລະເດືອນເຮົາໄດ້ເງິນເທົ່າໃດ ຈາກນັ້ນຈຶ່ງຄິດເປັນຕົວເລກວ່າແຕ່ລະເດືອນມີເງິນເຫຼືອເປັນຈຳນວນເທົ່າໃດ

  1. ຄ່າງວດຄວນເປັນ 1 ໃນ 3 ຂອງລາຍໄດ້

ໂດຍປົກກະຕິແລ້ວຫຼັກການໃນການຕັດສິນໃຈຜ່ອນລົດກັບທາງໄຟແນ່ນ ແຄ່ງວດໃນແຕ່ລະເດືອນຕ້ອງບໍ່ສູງເກີນກ່ວາເຄິ່ງໜື່ງຂອງລາຍໄດ້ໃນແຕ່ລະເດືອນ ດັ່ງນັ້ນຖ້າວ່າເຮົາໄດ້ຮັບເງິນເດືອນ 3.000.000ກີບ ໂດຍປະມານ ຈື່ງຈະມີໂອກາດໄດ້ຮັບອະນຸມັດ

ແຕ່ຖ້າເງິນເດືອນຂອງເຮົາບໍ່ສູງຫຼາຍ ເຮົາຂໍແນະນຳຄ່າງວດຂອງລົດໃນແຕ່ລະເດືອນຄວນເປັນ 1 ໃນ 3 ຂອງລາຍຮັບຈະດີກວ່າ ເພາະຍັງມີຄ່າໃຊ້ຈ່າຍຕາມມາຫຼັງຈາກທີ່ໄດ້ລົດມາເປັນຂອງເຮົາແລ້ວ ທັ້ງຄ່ານ້ຳມັນ ຄ່າກວດກາເຕັກນິກ ຄ່າປະກັນໄພ ແລະ ອື່ນໆ

  1. ເລືອກລົດໃຫ້ເໝາະກັບການໃຊ້ງານ

ຄວນເລືອກລົດໃຫ້ເໝາະກັບການໃຊ້ງານໃນຊີວິດປະຈຳວັນເຊັ່ນ: ຖ້າຫາກເປັນພະນັກງານຫ້ອງການທົ່ວໄປ ໃຊ້ງານໃນໂຕເມືອງສ່ວນໃຫ່ຍ ລົດຂະໜາດຂັບອໍໂຕ້ ຫຼື ລົດອໍໂຕ້ ຢາກໄດ້ໂຕຖັງແບບ 4 ປະຕູຕາມແຕ່ສະດວກ

ແຕ່ຖ້າເປັນເຈົ້າຂອງທຸລະກິດປະເພດທີ່ຕ້ອງສົ່ງສິນຄ້າເປັນປະຈຳນັ້ນ ຕ້ອງເປັນລົດກະບະ ແບບ ເອັມພີວີ ເຊິ່ງປັດຈຸບັນກໍ່ມີຕົວເລືອກຫຼາກຫຼາຍ ເໝາະກັບທັງໃຊ້ງານ ແລະ ຊີວິດປະຈຳວັນ

  1. ພະລັງງານການເລືອກມີຫຼາກຫຼາຍ

ລົດໃນທ້ອງຕະຫຼາດໃນປັດຈຸບັນຕ່າງກໍ່ມີພະລັງງານທາງເລືອກໃຫ້ໃຊ້ຫຼາຍ ທັ້ງນ້ຳມັນເຊິ່ງພະລັງງານທັ້ງຫຼາຍນີ້ມີທັ້ງຂໍ້ດີ ແລະ ຂໍ້ເສຍຕ່າງກັນໄປເຊັ່ນ
E85 – ລາຄາຖືກ ແຕ່ວ່າສິ້ນເປືອງນ້ຳມັນ
Hybrid – ປະຫຍັດນ້ຳມັນກວ່າເຄື່ອງປົກກະຕິ ແຕ່ວ່າລາຄາຂ້ອນຂ້າງສູງເກີນໄປ ແລະ ລົດລຸ້ນອື່ນໆອີກຫຼາກຫຼາຍ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...