ລາວ-ໂກໂລມບີ ເສີມຂະຫຍາຍການຮ່ວມມື

ລາວ-ໂກໂລມບີ ເສີມຂະຫຍາຍການຮ່ວມມື

 

ທ່ານ ບຸນ​ເກີດ ສັງ​ສົມ​ສັກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະເທດ ໄດ້​ຕ້ອນຮັບ ແລະ ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ ປັດ​ຕີ ລອນ​ໂດ​ໂນ​ຈາ​ຣາ​ມີ​ໂຣ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ການ​ຕ່າງປະເທດ ແຫ່ງ ສ.ໂກ​ໂລມ​ບີ ພ້ອມ​ດ້ວຍ​ຄະນະ ໃນ​ຕອນ​ບ່າຍ​ວັນ​ທີ 8 ເມສາ 2013 ຢູ່​ກະຊວງ​ການ​ຕ່າງປະເທດ.

ໂອກາດ​ນີ້​ທ່ານ ບຸນ​ເກີດ ສັງ​ສົມ​ສັກ ກໍ​ໄດ້​ສະແດງ​ຄວາມ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ຕີ​ລາຄາ​ສູງ​ຕໍ່​ການ​ມາ​ຢ້ຽມຢາມ​ລາວ​ຄັ້ງ​ທຳ​ອິດ ແລະ ເປັນ​ຄັ້ງ​ປະຫວັດສາດ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ການ​ຕ່າງປະເທດ​ໂກ​ໂລມ​ບີ ນັບ​ແຕ່​ສອງ​ປະເທດ​ໄດ້​ມີ​ການ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ນຳ​ກັນ​ແຕ່​ປີ 1988 ເປັນຕົ້ນ​ມາ ແລະ ຖື​ວ່າ​ມີ​ຄວາມ​ໝາຍ​ສຳຄັນ​ຢ່າງ​ຍິ່ງ ແຫ່ງ​ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ລາວ ແລະ ໂກ​ໂລມ​ບີ ທີ່​ມີ​ມາ​ແຕ່​ຍາວ​ນານ​ໃຫ້​ແໜ້ນ​ແຟ້ນ​ຂຶ້ນ​ໃນ​ອະນາຄົດ.

ການ​ພົບ​ປະ​ຄັ້ງ​ນີ້ ທັງ​ສອງ​ຝ່າຍ​ໄດ້​ແຈ້ງ​ສະພາບ​ການ ແລະ ຜົນສຳເລັດ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ພາຍ​ໃນ​ໂດຍ​ຫຍໍ້​ຂອງ​ແຕ່​ລະ​ປະເທດ​ໃຫ້​ກັນ​ຊາບ ພ້ອມ​ທັງ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ ແລະ ວາງ​ທິດ​ທາງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ອະນາຄົດ ໂດຍ​ສອງ​ຝ່າຍ​ໄດ້​ຢືນຢັນ​ເຈດ​ຈຳນົງ​ທີ່​ຈະ​ພະຍາຍາມ​ສຸດ​ຄວາມ​ສາມາດ ໃນ​ການ​ຊຸກຍູ້​ສົ່ງເສີມ​ການ​ພົວພັນ​ຮ່ວມ​ມື​ສອງ​ປະເທດ​ໃຫ້​ມີ​ການ​ຂະຫຍາຍຕົວ​ຍິ່ງໆ​ຂຶ້ນ ເປັນຕົ້ນ​ແມ່ນ​ການ​ໃຫ້​ທຶນ​ຝຶກ​ອົບຮົມ​ດ້ານ​ການ​ທູດ​ໜຸ່ມ​ແກ່​ລາວ ການ​ແລກປ່ຽນ​ປະສົບ​ການ ແລະ ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ການທ່ອງທ່ຽວ ແລະ ອື່ນໆ ນອກ​ນີ້ ທັງ​ສອງ​ຝ່າຍ​ຍັງ​ໄດ້​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື ແລະ ສະໜັບສະໜູນ​ເຊິ່ງ​ກັນ ແລະ ກັນ​ໃນ​ຂອບ​ເຂດ​ຫຼາຍ​ຝ່າຍ ແລະ ໃນ​ເວທີ​ສາກົນ​ອີກ​ດ້ວຍ.

ໂອກາດ​ການ​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ ຄັ້ງ​ທຳ​ອິດ​ຂອງ​ຄະນະ​ຜູ້​ແທນ​ໂກ​ໂລມ​ບີ​ຄັ້ງ​ນີ້ ນອກຈາກ​ຈະ​ໄດ້​ພົບ​ປະ​ເຮັດ​ວຽກ​ຮ່ວມ​ກັບ​ພາກສ່ວນ​ກ່ຽວຂ້ອງ​ຂອງ​ລາວ​ແລ້ວ ເພື່ອ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ ໃນ​ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນ​ນີ້​ຢູ່​ໂຮງແຮມ​ລາວ​ພລາ​ຊາ ຄະນະ​ຜູ້​ແທນ​ໂກ​ໂລມ​ບີ ແລະ ບັນດາ​ແຂກ​ທີ່​ມີ​ກຽດ​ຈາກ​ພາກສ່ວນ​ຕ່າງໆ​ຂອງ​ຝ່າຍ​ລາວ ກໍ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ງານ​ວາງສະແດງ​ຮູບ​ພາບ​ກ່ຽວ​ກັບ​ປະເທດ​ໂກ​ໂລມ​ບີ ເຊິ່ງ​ຈັດ​ຂຶ້ນ​ໂດຍ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ວັດທະນະທຳ​ຂອງ​ໂກ​ໂລມ​ບີ ແລະ ​ສປປ ລາວ ງານ​ວາງສະແດງ​ຄັ້ງ​ນີ້ ນອກຈາກ​ເປັນ​ການສະແດງ​ໃຫ້​ເຫັນ​ຄວາມ​ອຸດົມ​ຮັ່ງມີ​ດ້ານ​ວັດທະນະທຳ​ຂອງ​ຊົນເຜົ່າ​ພື້ນເມືອງ​ໂກ​ໂລມ​ບີ​ແລ້ວ ຍັງ​ເປັນ​ກິດຈະກຳ​ທີ່​ສຳຄັນ ເພື່ອ​ສົ່ງເສີມ​ການ​ແລກປ່ຽນ​ຄວາມ​ຮູ້ ແລະ ປະສົບ​ການ​ດ້ານ​ມໍລະດົກ ວັດທະນະທຳ ລະຫວ່າງ​ສອງ​ປະເທດ ລາວ-ໂກ​ໂລມ​ບີ ອີກ​ດ້ວຍ ງານ​ວາງສະແດງ​ຮູບ​ພາບ​ກ່ຽວ​ກັບ​ປະເທດ​ໂກ​ໂລມ​ບີ ຈະ​ດຳເນີນ​ໄປ​ຈົນ​ເຖິງ​ວັນ​ທີ 26 ເມສາ 2013 ຢູ່​ໂຮງແຮມ​ລາວ​ພລາ​ຊາ.

ທີ່ມາhttp://www.vientianemai.net/