spot_img
Homeຂ່າວຕ່າງປະເທດສະຫະລັດອາເມລິກາ ມອບອຸປະກອນກິລາໃຫ້ແກ່ ສປປ ລາວ

ສະຫະລັດອາເມລິກາ ມອບອຸປະກອນກິລາໃຫ້ແກ່ ສປປ ລາວ

Published on

ເມື່ອວັນທີ 30 ມິຖຸນາ 2015 ຜ່ານມານີ້ ສະຖານທູດສະຫະລັດອາເມລິກາ ພ້ອມດ້ວຍຄະນະກຳມະການແຫ່ງຊາດ ເພື່ອກວດກາແລະຄວບຄຸມຢາເສບຕິດ ໄດ້ມອບອຸປະກອນເຄຶ່ອງມື ໃຫ້ແກ່ສູນກາງຊາວໜຸ່ມ ສປປ ລາວ ຊຶ່ງມີມູນຄ່າ ປະມານ 7, 500 ໂດລາ ເພື່ອຮັບໄຊ້ເຂົ້າໃນວຽກງານໂຄສະນາ ເຜີຍແຜ່ຜົນຮ້າຍແລະຕ້ານຢາເສບຕິດໃນນະຄອນຫຼວງວຽງຈັນກໍ່ຄືບັນດາແຂວງທີ່ໃກ້ຄຽງ.

ເຂົ້າຮ່ວມໃນພິທີ່ມອບຮັບດັ່ງກ່າວ ມີທ່ານແດນຽລ ຄລູນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ທ່ານກຸ ຈັນສີນາ ປະທານຄະນະກຳມະການແຫ່ງຊາດ ເພື່ອຄວບຄຸມ ແລະ ກວດກາຢາເສບຕິດ ແລະ ທ່ານ ດຣ. ວິໄລວົງ ບຸດດາຄຳ ເລຂາສູນກາງຊາວໜຸ່ມ ສປປ ລາວ.

ທ່ານປະທານຄະນະກຳມະການແຫ່ງຊາດ ເພື່ອຄວບຄຸມ ແລະກວດກາຢາເສບຕິດ ກ່າວວ່າ ອຸປະກອນທີ່ນຳມາມອບ ໃນຄັ້ງນີ້ ຈະເປັນການຊ່ວຍຊຸກຍູ້ໃຫ້ ສູນກາງຊາວໜຸ່ມ ສາມາດດຳເນີນວຽກງານໂຄສະນາ ເຜີຍແຜ່ຜົນຮ້າຍ ແລະຕ້ານຢາເສບຕິດ ຢູ່ໃນບັນດາໂຮງຮຽນຕ່າງໆ ແລະທ່ານທູດ ແດນຽລ ຄລູນ ໄດ້ກ່າວເສີມອີກວ່າ ວຽກງານໂຄສະນາເຜີຍແຜ່ໃນບັນດາໂຮງຮຽນນັ້ນ ເປັນສ່ວນສຳຄັນທີ່ສຸດ ເພື່ອເຕືອນໃຫ້ບັນດານັກຮຽນ ເຫັນໄດ້ເຖິງໄພອັນຕະລາຍຂອງຢາເສບຕິດ.

ທ່ານທູດແດນຽລ ຄລູນ ກ່າວວ່າ “ພວກຂ້າພະເຈົ້າຍິນດີທີ່ຈະໃຫ້ການຊ່ວຍເຫລືອ ລັດຖະບານລາວ ໃນວຽກງານຕ້ານຢາເສບຕິດ” ແລະໄດ້ກ່າວຕື່ມອີກວ່າ ສປປ ລາວ ກຳລັງກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ ການຄ້າຂາຍຜ່ານແດນກໍຈະນັບມື້ນັບເພີ່ມຂື້ນ ເຊີ່ງຈະກາຍເປັນສິ່ງທ້າທາຍໃໝ່ຂອງປະເທດລາວ ໃນການສະກັດກັ້ນ ການເສບແລະການຄ້າຂາຍຢາເສບຕິດ” ນັບແຕ່ປີ 1989 ເປັນຕົ້ນມາ ລັດຖະບານສະຫະລັດ ໄດ້ໃຫ້ການຊ່ວຍເຫລືອ ລັດຖະບານລາວ ໃນດ້ານວຽກງານສະກັດກັ້ນ ແລະຕ້ານຢາເສບຕິດ ເປັນມູນຄ່າຫລາຍກວ່າ 47 ລ້ານໂດລາ.

ໃນໄລຍະຜ່ານມາ ກໍ່ຄືປັດຈຸບັນ ງົບປະມານການຊ່ວຍເຫລືອ ເຂົ້າໃນການເຮັດວຽກງານສະກັດກັ້ນ ແລະຕ້ານຢາເສບຕິດ ມີທັງອຸປະກອນເຄື່ອງມື ແລະການຝຶກອົບຮົມຕ່າງໆໃນຫລາຍດ້ານເຊັ່ນ: ການປະຕິບັດມາດຕະການດ້ານກົດໝາຍ, ການບຳບັດຟື້ນຟູຜູ້ຕິດຢາເສບຕິດ, ການໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະໂຄງການປູກພືດທົດແທນເພື່ອຊ່ວຍໃຫ້ຊາວກະສິກອນຜູ້ຂາດເຂີນສາມາດສ້າງລາຍຮັບ ຈາກການປູດພືດ ແລະ ລ້ຽງສັດ ທີ່ຖືກຕ້ອງເໝາະສົມ.

A6803DE4-A192-4475-9072-9E4273311E21_mw1024_s_n

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...