Homeຂ່າວເຫດການຮອງນາຍົກ ດຣ ບຸນປອນ ບຸດຕະນະວົງ ສໍາເລັດຢ້ຽມຢາມ ແລະ ເຮັດວຽກຢູ່ອົດສະຕຣາລີ

ຮອງນາຍົກ ດຣ ບຸນປອນ ບຸດຕະນະວົງ ສໍາເລັດຢ້ຽມຢາມ ແລະ ເຮັດວຽກຢູ່ອົດສະຕຣາລີ

Published on

bounpon

ຂປລ. ທ່ານ ດຣ. ບຸນປອນ ບຸດຕະນະວົງ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ເສດຖະກິດມະຫາພາກ ແລະ ບໍລິການ ພ້ອມດ້ວຍຄະນະ ໄດ້ເດີນທາງ ຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດ ອົດສະຕຣາລີ ແຕ່ວັນທີ 2-9 ກໍລະກົດ 2015 ນີ້, ທ່ານ ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ ໄດ້ພົບປະ ແລະ ປຶກສາຫາລື ກັບ ທ່ານ ວາເຣນ ທຣັດ (Warren Truss) ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງ ພື້ນຖານໂຄງລ່າງ ແລະ ການພັດທະນາພາກພື້ນ ອົດສະຕຣາລີ. ທັງສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນຮ່ວມມື ຂອງສອງປະເທດ ລາວ-ອົດສະຕຣາລີ ແລະ ໄດ້ແລກປ່ຽນ ຄໍາຄິດຄໍາເຫັນ ຕໍ່ກັບບັນຫາສໍາຄັນຕ່າງໆ ເພື່ອເປັນການ ສືບຕໍ່ຮັດແໜ້ນ ສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ.

ໃນໂອກາດດັ່ງກ່າວ ທ່ານ ບຸນປອນ ບຸດຕະນະວົງ ຮອງນາຍົກໄດ້ສະເໜີ ໃຫ້ທັງສອງປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອ ການຮ່ວມມືອັນດີງາມທີ່ຜ່ານມາ ແລະ ຜັນຂະຫຍາຍການຮ່ວມມື ເຂົ້າໃນຂົງເຂດອື່ນໆເປັນຕົ້ນ: ດ້ານການສຶກສາ, ການຫລຸດຜ່ອນ ຄວາມທຸກຍາກ, ການຄ້າ-ການລົງທຶນ, ລວມທັງການຊ່ວຍເຫລືອ ສປປ ລາວ ໃນການເປັນເຈົ້າພາບ ຈັດກອງປະຊຸມອາຊຽນ ໃນປີ 2016 ທີ່ຈະມາເຖິງນີ້. ພ້ອມດຽວກັນນີ້ ກໍໄດ້ສະເໜີຝ່າຍອົດສະຕຣາລີ ຊ່ວຍຊຸກຍູ້ບັນດານັກທຸລະກິດ ແລະ ນັກທ່ອງທ່ຽວອົດສະຕຣາລີ ເພື່ອໄປສຶກສາຄວາມເປັນໄປໄດ້ ໃນການລົງທຶນ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ.

ໃນໄລຍະເຄື່ອນໄຫວເຮັດວຽກຢູ່ ປະເທດອົດສະຕຣາລີ ຄັ້ງນີ້, ທ່ານຮອງນາຍົກ ຍັງໄດ້ເຂົ້າຮ່ວມພິທີເຊັນສັນຍາ ວ່າດ້ວຍການຮ່ວມມື ດ້ານການຂົນສົ່ງ ທາງອາກາດ (Lao Air Service Agreement) ລະຫວ່າງ ສປປ ລາວ ແລະ ປະເທດອົດສະຕຣາລີ ລະຫວ່າງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ Warren Truss ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ວ່າການກະຊວງ ພື້ນຖານໂຄງລ່າງ ແລະ ການພັດທະນາພາກພື້ນ ຂອງປະເທດອົດສະຕຣາລີ. ນອກຈາກນັ້ນ, ຍັງໄດ້ພົບປະເຮັດວຽກ ກັບພາກສ່ວນສໍາຄັນຕ່າງໆ ຂອງອົດສະຕຣາລີ ເຊັ່ນ: ສະພາຄຸ້ມຄອງບໍ່ແຮ່ ຂອງອົດສະຕຣາລີ (Minerals Council), ຢ້ຽມຢາມ ທະນາຄານກາງ ແຫ່ງ ປະເທດອົດສະຕຣາລີ (Reserve Bank of Australia ຫລື RBA ) ກ່ຽວກັບການຄຸ້ມຄອງ ແລະ ພັດທະນາລະບົບ ຊໍາລະສະສາງແຫ່ງຊາດ (National Payment System).

ພ້ອມນັ້ນ, ໄດ້ເຂົ້າພົບປະ ກັບອົງການຄຸ້ມຄອງດ້ານຄວາມໝັ້ນຄົງ ຂອງຂະແໜງທະນາຄານ ແລະ ສະຖາບັນການເງິນອົດສະຕຣາລີ (Australia Prudential and Regulatory Authorityຫລື APRA), ໄດ້ພົບປະກັບສະພາການຄ້າອົດສະຕຣາລີ ແລະ ຜູ້ປະກອບການ ນັກທຸລະກິດ ອົດສະຕຣາລີ ເພື່ອປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ທັງເພື່ອເປັນການດຶງດູດການລົງທຶນຂອງພາກທຸລະກິດ ອົດສະຕຣາລິ ເຂົ້າມາ ລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...