HomeBaby-ແມ່ແລະເດັກວັນສ້າງຕັ້ງສະຫະພັນແມ່ຍິງລາວ ໄດ້ພັກການຫຼືບໍ່?

ວັນສ້າງຕັ້ງສະຫະພັນແມ່ຍິງລາວ ໄດ້ພັກການຫຼືບໍ່?

Published on

women

ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງແຟນຂ່າວລາວໂພສຕ໌ ທີ່ສອບຖາມເຂົ້າມາຢ່າງໜາຫູວ່າ ໃນໂອກາດຄົບຮອບວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ປີນີ້ ຊາວພະນັກງານກຳມະກອນລາວ ໂດຍສະເພາະເອື້ອຍນ້ອງແມ່ຍິງລາວ ຈະໄດ້ພັກວຽກຫຼືບໍ່?

ທີມຂ່າວລາວໂພສຕ໌ ຂອງພວກເຮົາໄດ້ຄົ້ນຫາຂໍ້ມູນໃນເລື່ອງນີ້ ແລະພົບວ່າໃນປີ 2014 ທີ່ຜ່ານມາ ລັດຖະບານໄດ້ແຈ້ງໃຫ້ວັນທີ 21 ກໍລະກົດ ເປັນວັນພັກຊົດເຊີຍ ວັນທີ 20 ກໍລະກົດ ເນື່ອງຈາກວັນທີ 20 ກໍລະກົດ ກົງກັບວັນອາທິດ ນັ້ນກໍສະແດງວ່າ ຖ້າບໍ່ມີການປ່ຽນແປງໃດໆ ວັນທີ 20 ກໍລະກົດ 2015 ນີ້ ກໍຈະເປັນວັນພັກ ເພື່ອລະນຶກເຖິງເຫດການ ການສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 60 ປີ (20 ກໍລະກົດ 1955 – 20 ກໍລະກົດ 2015).

Inform_for_Women_Day
ແຈ້ງການ ການພັກວັນແມ່ຍິງເມື່ອປີ 2014 ຂອງຫ້ອງການລັດຖະບານ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...