Homeລົດຍົນ-ຍານພາຫະນະຄາບຢາງໝາກຕອຍ ຮອຍແມງໄມ້ ກຳຈັດໄດ້ງ່າຍໆ

ຄາບຢາງໝາກຕອຍ ຮອຍແມງໄມ້ ກຳຈັດໄດ້ງ່າຍໆ

Published on

ເວລາເຮົາແລ່ນລົດຜ່ານເສັ້ນທາງເຮັດໃໝ່ໆ ມັກຈະມີເສດຫິນ ເສດຢາງໝາກຕອຍຟົ້ງຫຼືດີດມາໃສ່ລົດຂອງເຮົາ ເຮັດໃຫ້ສີລົດເປັນຄາບເບິ່ງບໍ່ງາມ ຫຼືເປັນຄາບແມງໄມ້ຕ່າງໆ ທີ່ຈະຕິດຢູ່ຕາມແວ່ນໜ້າລົດ ເວລາເຮົາເດິນທາງໄກ ໄປຕ່າງແຂວງ ເຊິ່ງບາງເທື່ອໃຊ້ນຳລ້າງກໍບໍ່ອອກ ດັ່ງນັ້ນ, ມື້ນີ້ເຮົາຈຶ່ງມີເທັກນິກດີໆ ກ່ຽວກັບການລ້າງຄາບຢາງໝາກຕອຍແລະຄາບແມງໄມ້ອອກຈາກລົດມາຝາກ.

23

ເສດຄາບຢາງໝາກຕອຍທີ່ຕິດມາກັບລົດ

ວິທີທີ່ສາມາດລ້າງຄາບຢາງໝາກຕອຍ ຫຼືຄາບແມງໄມ້ນັ້ນອອກກໍມີຫຼວງຫຼາຍວິທີ ເຊັ່ນ

ນ້ຳມັນກາດ

ນ້ຳມັນກາດເປັນສິ່ງທີ່ຄົນສ່ວນຫຼາຍມັກນຶກເຖິງເປັນອັນດັບທຳອິດ ເພາະສາມາດກຳຈັດຄາບຕ່າງໆໄດ້ເປັນຢ່າງດີ ແລະຍັງໃຊ້ເວລາບໍ່ດົນອີກ ແຕ່ມີມີຄົນບາງກຸ່ມທີ່ບໍ່ຢາກໃຊ້ນ້ຳມັນກາດໃນການກຳຈັດຄາບ ເພາະຢ້ານວ່າຈະໄປທຳລາຍຊັ້ນສີຂອງລົດແລະເຮັດໃຫ້ລົດບໍ່ເຫຼື້ອມມັນອີກ.
lamp-56

ນ້ຳມັນສົນຫຼືທິນເນີ

ນ້ຳມັນສົນຫຼືທິນເນີທີ່ເຮົາມັກເອົາມາປະສົມສີທາໄມ້ນັ້ນ ມີຄວາມສາມາດໃນການກຳຈັດຄາບຕ່າງໆໄດ້ດີພໍໆ ກັບນ້ຳມັນກາດ ແຕ່ຂໍ້ເສຍຂອງມັນຄື ມີກິ່ນຂິວທີ່ຮຸນແຮງ ຈົນອາດຈະເຮັດໃຫ້ຜູ້ໃຊ້ນັ້ນວິນຫົວຈົນຮາກກໍໄດ້.

images

ຄີມທຳຄວາມສະອາດອະເນກປະສົງ

ຄີມທຳຄວາມສະອາດອະເນກປະສົງນັ້ນ ຖືເປັນວິທີທີ່ຂ້ອນຂ້າງປອດໄພແລະໃຫ້ຜົນດີ ແຕ່ຜູ້ຄົນສ່ວນຫຼາຍມັກຈະບໍ່ຄ່ອຍມີຄົນຮູ້ຈັກປານໃດ ເຊິ່ງສ່ວນຫຼາຍມັກຈະໃຊ້ຕາມຮ້ານເກີບໜັງ ເຮັດໃຫ້ຄົນທົ່ວໄປບໍ່ຮູ້ເຖິງຄວາມສາມາດກຳຈັດຄາບຢາງໝາກຕອຍຫຼືຄາບແມງໄມ້ໄດ້ ໂດຍຄຣີມທຳຄວາມສະອາດອະເນກປະສົງນັ້ນສາມາດຫາຊື້ໄດ້ຕາມຮ້ານຂາຍອຸປະກອນໃຫຍ່ໆ ທົ່ວໄປໄດ້ເລີຍ.

19141088

ນ້ຳມັນສຳລັບກຳຈັດຄາບແມງໄມ້ແລະຢາງໝາກຕອຍໂດຍສະເພາະ

ສຳລັບສິ່ງສຸດທ້າຍນີ້ກໍຄົງບໍ່ຕ້ອງອະທິບາຍຫຍັງຫຼາຍແລ້ວ ເພາະຊື່ມັນກໍບອກໃນໂຕຂອງມັນເອງຢູ່ແລ້ວວ່າ ໃຊ້ສຳລັບກຳຈັດຄາບແມງໄມ້ ແລະຢາງໝາກຕອຍ ເຊິ່ງໂດຍປົກກະຕິແລ້ວ ຕາມຂ້າງຂວດຈະຂຽນລະບຸໄວ້ວ່າ Bugs and Tar Remover ຈຶ່ງໜ້າຈະເປັນວິທີທີ່ດີແລະປອດໄພທີ່ສຸດສຳລັບລົດຂອງທ່ານແລ້ວລະ ແຕ່ໃນການຊື້ນັ້ນກໍຕ້ອງເລືອກເບິ່ງຍີ່ຫໍ້ ແລະແບຣນທີ່ໜ້າເຊື່ອຖືແດ່ ເພາະສິນຄ້າບາງຢ່າງນັ້ນກໍອາດຈະມີການປະສົມສານຕ່າງໆ ທີ່ກ່າວໄວ້ຂ້າງເທິງຢູ່ນຳ.
1427714535

ແລະທັງໝົດນີ້ກໍຄື ວິທີກຳຈັດຄາບແມງໄມ້ແລະຢາງໝາກຕອຍຕ່າງໆ ໃຫ້ອອກຈາກພື້ນຜິວສີຂອງລົດເຮົາ ເຊິ່ງຂໍບອກເຄັດລັບອີກເລັກໜ້ອຍວ່າ ກ່ອນທີ່ຈະທຳການກຳຈັດຄາບສົກກະປົກເຫຼົ່ານັ້ນອອກ ຄວນໃຫ້ນ້ຳສີດລ້າງໃຫ້ສະອາດສາກ່ອນ ເພື່ອໃຫ້ເມັດຊາຍແລະສິ່ງສົກກະປົກທີ່ເກາະຕິດອອກໄປໃຫ້ໝົດກ່ອນ ເຊັດໃຫ້ແຫ້ງແລ້ວຄ່ອຍເອົານ້ຳຢາມາມາເຊັດທຳຄວາມສະອາດຄາບອີກເທື່ອໜຶ່ງ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...