Homeຂ່າວທ້ອງຖິ່ນເມືອງນາຊາຍທອງ ເລັ່ງແກ້ໄຂຈັດສັນຄວາມເປັນລະບຽບຮຽບຮ້ອຍ ຕາມແຄມທາງເລກທີ 13 ເໜືອ

ເມືອງນາຊາຍທອງ ເລັ່ງແກ້ໄຂຈັດສັນຄວາມເປັນລະບຽບຮຽບຮ້ອຍ ຕາມແຄມທາງເລກທີ 13 ເໜືອ

Published on

FullSizeRender

ອົງການປົກຄອງເມືອງນາຊາຍທອງ ເລັ່ງແກ້ໄຂຈັດສັນຄວາມເປັນລະບຽບຮຽບຮ້ອຍ ຕາມແຄມທາງຖະໜົນເລກທີ 13 ເໜືອ ໃຫ້ເຂົ້າສູ່ລະບຽບ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບສະເພາະກິດ ເພື່ອດຳເນີນການກວດກາ ແລະ ຊຸກຍູ້ການຮັກສາຄວາມສະອາດສວຍງາມ ພາຍໃນເຂດເມືອງນາຊາຍທອງ, ໃນນັ້ນ ແມ່ນໄດ້ເລັ່ງກວດກາຄືນບັນດາຮ້ານຄ້າແຄມທາງ, ຕະຫລາດ ແລະ ຈຸດຮົກເຮື້ອເປື້ອນເປິະຕ່າງໆ ເພື່ອແກ້ໄຂເປັນແຕ່ລະລາຍກໍລະນີ.  ຫລ້າສຸດໃນວັນທີ 7 ກໍລະກົດຜ່ານມານີ້ ຄະນະຮັບຜິດຊອບໄດ້ລົງກວດກາ ແລະ ແກ້ໄຂບໍລິເວນຮ້ານຄ້າ ຈຸດສາມແຍກດົງໂດກ ເຂດບ້ານໄຊມຸງຄຸນ ແລະ ຈຸດທາງໂຄ້ງບ້ານອີ່ໄລໃຕ້ ໂດຍໄດ້ກວດພົບການຕໍ່ເທີບອອກໜ້າຮ້ານ ແລະ ການວາງເຄື່ອງຂາຍເກີນຂອບເຂດທີ່ກຳນົດໃຫ້ຫລາຍກໍລະນີ.

ທ່ານ ພູເຂົາຄຳ ພິມມະສອນ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງນາຊາຍທອງ ທັງເປັນຫົວໜ້າຄະນະກຳມະການສະເພາະກິດດັ່ງກ່າວ ໄດ້ກ່າວວ່າ ທາງຄະນະກຳມະການໄດ້ແນະນຳໃຫ້ຜູ້ປະກອບການ ດຳເນີນການແກ້ໄຂ ດ້ວຍການເຮັດບົດບັນທຶກໄວ້ ພ້ອມທັງໃຫ້ກຳນົດເວລາແກ້ໄຂພາຍໃນ 3 ມື້ ຖ້າຫາກກາຍກຳນົດຍັງບໍ່ມີການແກ້ໄຂ ແມ່ນຈະໄດ້ກ່າວເຕືອນ ຈາກນັ້ນຈິ່ງຈະນຳໃຊ້ມາດຕະການປັບໃໝ ຕາມລະບຽບການຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...