spot_img
Homeຂ່າວຕ່າງປະເທດການຫຼຸດລົງຂອງຕະຫຼາດຫຼັກຊັບຈີນສົ່ງຜົນກະທົບຕໍ່ຄວາມເຊື່ອຖືໃນລັດຖະບານ

ການຫຼຸດລົງຂອງຕະຫຼາດຫຼັກຊັບຈີນສົ່ງຜົນກະທົບຕໍ່ຄວາມເຊື່ອຖືໃນລັດຖະບານ

Published on

ຕະຫຼາດຫຼັກຊັບ ຈີນ ຜັນຜວນໄປມາຢ່າງຄຶກຄັກໃນວັນພະຫັດຜ່ານມານີ້ ແຕ່ວ່າມຸ່ງໜ້າໄປສູ່ທິດທາງບວກ ຫຼັງຈາກປັກກິ່ງໄດ້ປະກາດຫຼາຍມາດຕະການໃໝ່ເພື່ອລະງັບການຫຼຸດຄ່າລົງໃນສາມອາທິດ. ຕະຫຼາດຫຼັກຊັບຊຽງໄຮ ຕົກລົງເກືອບ 3.5 ເປີເຊັນຫຼັງຈາກການຊື້ຂາຍໄດ້ເລີ່ມຂຶ້ນ, ແຕ່ໃນທີ່ສຸດກໍຟື້ນຕົວໃນທາງບວກໃນຕອນບ່າຍຂອງມື້ນີ້.

ຕະຫຼາດຫຼັກຊັບຮົງກົງ ກໍໄດ້ຕົກລົງ ໃນຕອນເລີ່ມຕົ້ນເຊັ່ນ, ກ່ອນຈະເພີ່ມຂຶ້ນເກືອບ 3 ເປີເຊັນ. ບັນດານັກລົງທຶນ ຈີນແຜ່ນດິນໃຫຍ່ ໄດ້ຂາຍຫຸ້ນໃນລະດັບທີ່ວ່ອງໄວໃນບໍ່ເທົ່າໃດມື້ທີ່ຜ່ານມານີ້, ປະກອບສ່ວນເຂົ້າໃນການຕົກລາຄາລົງເຊິ່ງໄດ້ກວາດລ້າງ 30 ເປີເຊັນຂອງມູນຄ່າຕະຫຼາດຫຼັກຊັບຕັ້ງແຕ່ກາງ ເດືອນມິຖຸນາທີ່ຜ່ານມາ.

ຄະນະກຳມະທິການ ຄວບຄຸມຫຼັກຊັບຂອງຈີນ ໃນວັນພະຫັດຜ່ານມານີ້ ໄດ້ເອົາບາດກ້າວທີ່ຈຳເປັນຂັ້ນ ສຸດທ້າຍ ໂດຍຫ້າມບໍ່ໃຫ້ບັນດາຜູ້ຖືຫຸ້ນເປັນຈຳນວນຫຼວງຫຼາຍການຂາຍຫຸ້ນໃນໄລຍະຫົກເດືອນຂ້າງໜ້າ.

ອົງການຂ່າວ Xinhua ກ່າວວ່າ ຕຳຫຼວດຈະເລີ່ມສຳຫຼວດໃນການ “ຂາຍຫຸ້ນໄລຍະສັ້ນທີ່ດຸເດືອດ,” ເຊິ່ງເປັນການກະກຽມທີ່ຊັບຊ້ອນທີ່ອະນຸຍາດໃຫ້ບັນດານັກລົງທຶນໄດ້ຜົນກຳໄລ ຈາກການຫຼຸດລົງໃນມູນຄ່າຂອງຕະຫຼາດຫຸ້ນ. ປະມານ 1400 ບໍລິສັດທີ່ໄດ້ມີລາຍຊື່ໃນ ຈີນແຜ່ນດິນໃຫຍ່ ຫຼືປະມານ 40 ເປີເຊັນຂອງຕະຫຼາດຫຼັກຊັບ, ໄດ້ຢຸດການຊື້ຂາຍ ໃນຄວາມພະຍາຍາມທີ່ຈະປົກປ້ອງພວກເຂົາຈາກການຂາຍຫຸ້ນອອກຢ່າງກວ້າງຂວາງ.

ການຕົກລາຄາຢ່າງໃຫຍ່ຂອງຕະຫຼາດຫຼັກຊັບຈີນ, ປະສົມປະສານກັບວິກິດການດ້ານການເງິນຂອງເກຣັກ, ແມ່ນກຳລັງສັ່ນຄອນບັນດານັກລົງທຶນໃນທົ່ວໂລກ ແລະ ປະມານຕອນທ່ຽງມື້ນີ້ການຊື້ຂາຍຫຸ້ນໄດ້ຕົກລາຄາລົງໃນຕະຫຼາດຫຼັກຊັບ ໂຕກຽວ, ໂຊລ ແລະ ຊິດນີ.

5E443CA2-CD51-418A-A03D-9C61B2259778_w640_r1_s

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...