spot_img
Homeຂ່າວຕ່າງປະເທດຕະຫລາດຮຸ້ນສະຫະລັດ ໂຈະການຊື້ຂາຍເກືອບ 4 ຊົ່ວໂມງ ຍ້ອນຄວາມພິວເຕີ້ຂັດຂ້ອງ ບໍ່ແມ່ນກໍ່ການຮ້າຍ!

ຕະຫລາດຮຸ້ນສະຫະລັດ ໂຈະການຊື້ຂາຍເກືອບ 4 ຊົ່ວໂມງ ຍ້ອນຄວາມພິວເຕີ້ຂັດຂ້ອງ ບໍ່ແມ່ນກໍ່ການຮ້າຍ!

Published on

630589-01

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ກໍລະກົດນີ້ວ່າ ຕະຫລາດຮຸ້ນສະຫະລັດອາເມຣິກາ ໄດ້ຢຸດການຊື້ຂາຍໄປເກືອບ 4 ຊົ່ວໂມງ ນັບຕັ້ງແຕ່ເວລາ 11:32 ໂມງ ຕາມເວລາໃນທ້ອງຖິ່ນ ໂດຍເຈົ້າໜ້າທີ່ຕະຫລາດຮຸ້ນລະບຸວ່າ ເກີດຄວາມຂັດຂ້ອງທາງດ້ານເຕັກນິກ ເຊິ່ງເກີດຂຶ້ນບໍ່ດົນຫລັງຈາກສາຍການບິນຢູໄນເຕັດ ແອຣ໌ລາຍ ໄດ້ລະງັບຖ້ຽວບິນທົ່ວໂລກເປັນເວລາ 1 ຊົ່ວໂມງ ເນື່ອງຈາກລະບົບຄອມພິວເຕີ້ມີບັນຫາເຊັ່ນດຽວກັນ ເຮັດໃຫ້ສະຖານະການທີ່ເກີດຂຶ້ນຕໍ່ເນື່ອງກັນຄືແນວນີ້ ໄດ້ກາຍເປັນກະແສຂ່າວລືວ່າ ກຳລັງເກີດການໂຈມຕີທາງຄອມພິວເຕີ້ ຫລື ຄອມພິວເຕີ້ຖືກແຮັກ ໃນສະຫະລັດອາເມຣິກາ.

ແນວໃດກໍຕາມ ໂຄສົກກະຊວງຄວາມໝັ້ນຄົງຂອງສະຫະລັດໄດ້ຖະແຫລງວ່າ ບໍ່ພົບສັນຍານທີ່ບົ່ງບອກເຖິງການກໍ່ການຮ້າຍທັງ 2 ເຫດການ ແລະ ບໍ່ຈຳເປັນທຳການສືບສວນເພີ່ມຕື່ມໃດໆ.

ທັງນີ້ ຕະຫລາດຫລັກຊັບນິວໂອກ ແມ່ນມີບັນຫາບໍ່ສາມາດຊື້ຂາຍໄດ້ຊົ່ວຄາວ ແຕ່ວ່າຕະຫລາດຫລັກຊັບອື່ນໆເຊັ່ນ ແນສເດັກ ແມ່ນຍັງຄົງມີການຊື້ຂາຍກັນໄດ້ປົກກະຕິ ຍົກເວັ້ນຮຸ້ນຂອງສະຫະລັດເອງ.

 

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...