spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ແຂວງຫລວງນ້ຳທາ ຈັບຜູ້ຄ້າຝິ່ນມາດຳເນີນຄະດີ!

ປກສ ແຂວງຫລວງນ້ຳທາ ຈັບຜູ້ຄ້າຝິ່ນມາດຳເນີນຄະດີ!

Published on

couple+thief

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ແຂວງຫລວງນ້ຳທາ, ໄດ້ຈັບ ຕົວທ້າວ ວັນໄຊ ອາຍຸ 53 ປີ ແລະ ນາງນັນວະມີ ອາຍຸ 40 ປີ ຢູ່ບ້ານ ຕາຫວ່ານ, ເມືອງ ແລະ ແຂວງ ຫລວງນ້ຳທາ, ໃນຂໍ້ຫາຄ້າຢາເສບ ຕິດ, ພ້ອມຂອງກາງຝິ່ນນ້ຳໜັກ 10 ກິໂລ, ເງິນ 4 ແສນກີບ, ໂທລະສັບ ມືຖືສອງໜ່ວຍ, ລົດຈັກໜຶ່ງຄັນ, ຈຶ່ງໄດ້ຍຶດໄວ້ເປັນຫລັກ ຖານໃນ ການດຳເນີນຄະດີຕາມລະບຽບກົດ ໝາຍ. ໂດຍພວກກ່ຽວຖືກຈັບຕົວ ໄດ້ໃນຂະນະພວມໄປສົ່ງຝິ່ນຈຳ ນວນດັ່ງກ່າວໃຫ້ລູກຄ້າຢູ່ສະຖານີ ຂົນສົ່ງໂດຍສານ ຂອງແຂວງດັ່ງ ກ່າວ ແລະ ຜ່ານການສືບສວນ- ສອບສວນພວກກ່ຽວຮັບສາລະ ພາບວ່າ: ຝິ່ນຈຳນວນທັງໝົດ ແມ່ນຄົນຮູ້ຈັກຢູ່ແຂວງຜົ່ງສາລີສົ່ງມາໃຫ້ເພື່ອສົ່ງ ຂາຍໃຫ້ລູກຄ້າ ແລະ ປັດຈຸບັນຄະດີດັ່ງກ່າວພວມຢູ່ໃນຂັ້ນຕອນການສືບສວນ-ສອບສວນໃຫ້ລະອຽດຂຶ້ນຕື່ມເພື່ອຂະ ຫຍາຍຜົນຫາຜູ້ຮ່ວມຂະບວນການທີ່ຖືກຊັກທອດນຳຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍໂດຍໄວ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...