Homeຂ່າວພາຍ​ໃນລັດຖະບານລາວ ສຳເລັດການອອກພັນທະບັດ ລະດົມທຶນຢູ່ປະເທດໄທ 12 ຕື້ບາດ!

ລັດຖະບານລາວ ສຳເລັດການອອກພັນທະບັດ ລະດົມທຶນຢູ່ປະເທດໄທ 12 ຕື້ບາດ!

Published on

11698710_686638424801416_8376489226086684210_n

ສຳນັກຂ່າວກຸງເທບທຸລະກິດຂອງໄທ ລາຍງານຜ່ານເວັບໄຊ bangkokbiznews.com ມື້ວັນທີ 8 ກໍລະກົດຜ່ານມານີ້ວ່າ ລັດຖະບານລາວ ໄດ້ສຳເລັດການອອກພັນທະບັດສະກຸນເງິນບາດ (Baht Bond) ຢູ່ປະເທດໄທ ໃນວັນທີ 25 ມິຖຸນາຜ່ານມານີ້ ເພື່ອລະດົມທຶນເປັນວົງເງິນລວມ 12,000,000,000 ບາດ (12 ຕື້ບາດ) ໃນນັ້ນປະກອບມີພັນທະບັນອາຍຸ 3 ປີ ຈຳນວນ 1 ຕື້ບາດ ໃຫ້ຜົນຕອບແທນໃນອັດຕາດອກເບ້ຍ 3.56% ຕໍ່ປີ, ພັນທະບັດອາຍຸ 5 ປີ ຈຳນວນວົງເງິນ 5 ຕື້ບາດ ໃນອັດຕາດອກເບ້ຍ 4.32% ຕໍ່ປີ ແລະ ພັນທະບັນອາຍຸ 10 ປີ ໃນວົງເງິນ 6 ຕື້ບາດ ໃນອັດຕາດອກເບ້ຍ 5% ຕໍ່ປີ.

ແຫລ່ງຂ່າວໄດ້ລະບຸວ່າ ຜົນສຳເລັດຂອງການອອກພັນທະບັດສະກຸນເງິນບາດ ຂອງ ສປປ ລາວ ໃນປະເທດໄທຄັ້ງນີ້ ແມ່ນເປັນຄັ້ງທີ 4 ໃນຮອບ 3 ປີ (2013-2015) ອັນໄດ້ສົ່ງຜົນເຮັດໃຫ້ ສປປ ລາວ ມີຍອດຄ້າງພັນທະບັນສະກຸນເງິນບາດທັງໝົດ 21,590,000,000 ບາດ (21,59 ຕື້ບາດ) ເຊິ່ງກວມອັດຕາສ່ວນ 25% ຂອງຍອດຄ້າງພັນທະບັດສະກຸນເງິນບາດ ໃນຕະຫລາດທຶນຂອງໄທ ໂດຍລັດຖະບານ ສປປ ລາວ ໄດ້ນຳເອົາເງິນທຶນທີ່ລະດົມໄດ້ດັ່ງກ່າວ ເພື່ອໄປພັດທະນາພື້ນຖານໂຄງລ່າງຂອງປະເທດ ແລະ ປະເທດໄທ ກໍເປັນປະເທດທຳອິດ ທີ່ໃຫ້ການສະໜັບສະໜູນ ໃຫ້ ສປປ ລາວ ສາມາດລະດົມທຶນຢູ່ນອກປະເທດໄດ້ສຳເລັດ.

ການລະດົມທຶນດ້ວຍການອອກພັນທະບັດສະກຸນເງິນບາດຄັ້ງນີ້ ແມ່ນໄດ້ຮັບການຕອບສະໜອງສູງຈາກນັກລົງທຶນ ເຮັດໃຫ້ມີການຈອງຊື້ສູງເຖິງ 18 ຕື້ບາດ ຫລື ຫລາຍກ່ວາວົງເງິນທີ່ສະເໜີອອກຂາຍເຖິງ 1.5 ເທົ່າ ໂດຍທ່ານ ທີຣັດ ອັດຕະນະວານິດ ຮອງຜູ້ອຳນວຍການສຳນັກງານບໍລິຫານໜີ້ສາທາລະນະຂອງໄທ ໄດ້ກ່າວວ່າ ການອອກພັນທະບັດສະກຸນເງິນບາດຂອງ ສປປ ລາວ ໃນຄັ້ງນີ້ ຖືເປັນການພັດທະນາຢ່າງກ້າວກະໂດດ ເຊິ່ງໃນອານາຄົດຫາກ ສປປ ລາວ ມີການອອກພັນທະບັດຢ່າງສະໝ່ຳສະເໝີ, ມີຫລາຍລຸ້ນອາຍຸທີ່ກະຈາຍຕົວ ແລະ ມີຖານນັກລົງທຶນທີ່ຫລາກຫລາຍ ກໍຈະເຮັດໃຫ້ພັນທະບັດສະກຸນເງິນບາດ ຂອງ ສປປ ລາວ ກາຍເປັນຈຸດອ້າງອີງຫລັກ ຫລື Benchmark ຂອງປະເທດອື່ນໆໃນພາກພື້ນ ທີ່ຕ້ອງການອອກພັນທະບັດສະກຸນເງິນບາດ ເຊິ່ງໃນປັດຈຸບັນນີ້ ແມ່ນມີສາທາລະນະລັດແຫ່ງສະຫະພາບມຽນມາ ແລະ ຣາຊະອານາຈັກພູຖານ ກໍໄດ້ສະແດງຄວາມສົນໃຈ ແລະ ຢູ່ລະຫວ່າງການສຳຫລວດຄວາມເປັນໄປໄດ້ ເພື່ອອອກພັນທະບັດສະກຸນເງິນບາດຢູ່ປະເທດໄທແລ້ວ.

11692796_686638401468085_1847577705575896366_n
ທ່ານ ທີຣັດ ອັດຕະນະວານິດ ຮອງຜູ້ອຳນວຍການສຳນັກງານບໍລິຫານໜີ້ສາທາລະນະຂອງໄທ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...