Homeຂ່າວການພັດທະນາໃຊ້ທຶນ 4 ລ້ານກວ່າໂດລາ ໃນການພັດທະນາ ເຂດເສດຖະກິດສະເພາະບໍ່ເຕ່ນແດນງາມ!

ໃຊ້ທຶນ 4 ລ້ານກວ່າໂດລາ ໃນການພັດທະນາ ເຂດເສດຖະກິດສະເພາະບໍ່ເຕ່ນແດນງາມ!

Published on

6940 06.07.2015.3

ທ່ານ ນາງ ເຈີນສິງ ອຳນວຍການບໍລິສັດກຸມພັດທະນາເຂດເສດຖະກິດສະເພາະບໍ່ເຕ່ນແດນງາມ ໃຫ້ຮູ້ ໃນວັນທີ 30 ມີຖຸນາ 2015 ວ່າ: ການພັດທະນາເຂດເສດຖະກິດສະເພາະບໍ່ເຕ່ນແດນງາມ ແມ່ນໄດ້ເລີ່ມປະຕິບັດ ມາແຕ່ ເດືອນ  11 ປີ 2011 ຮອດວັນທີ  4 ເດືອນ 4  ປີ 2012ໄດ້ເຊັນສັນຍາຢ່າງເປັນທາງ ການກັບລັດຖະບານ ສປປ ລາວ, ອາຍຸສຳ ປະທານ 50 ປີ ສາມາດຕໍ່ ໄດ້ 20 ເທື່ອ ເທື່ອລະ 20 ປີ, ເນື້ອທີ່ສຳປະທານ 1.641 ເຮັກຕາປະຕິບັດຕາມ ການລົງທຶນ ແລະ ແຜນການລົງທຶນເຂດບໍ່ເຕ່ນ, ມີທຶນຈົດທະບຽນ 8 ຕື້ ກີບ ເປັນການລົງທຶນຂອງເອກະ ຊົນ 100%, ເພື່ອພັດທະນາເຂດ ບໍ່ເຕ່ນໃຫ້ ກາຍເປັນເຂດທີ່ທັນສະໄໝ ແລະ ເມືອງທັນສະໄໝ, ການພັດທະນາຢູ່ເຂດ ສຳປະທານ ກໍ່ຄືເຂດເສດຖະກິດສະເພາະ ບໍ່ເຕ່ນແດນງາມໄດ້ແບ່ງອອກເປັນ 6 ເຂດຄືເຂດສູນການຄ້າ, ສູນ ການເງີນ-ການທະ ນາຄານ,ສູນການແລກປ່ຽນຂໍ້ມູນ ຂ່າວສານ ແລະ ບໍລິການການທ່ອງທ່ຽວ,ເຂດບ້ານ ວັດ ທະນະທຳ ແລະ ສະໝາມກ໊ອບ,ເຂດສາງພັກ ແລະ ຄ່ຽນ ຖ່າຍສິນຄ້າ,ເຂດອ່າງເກັບນ້ຳແບບທຳມະຊາດ, ເຂດສະໜາມກ໊ອບ ແລະ ເຂດສວນປ່າໄມ້ແບບທຳມະຊາດ.

ທ່ານ ນາງເຈີນສິງ ກ່າວຕື່ມວ່າ: 9 ເດືອນຜ່ານມາໄດ້ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງຢູ່ເຂດໜື່ງ, ເຂດສາມ, ເຂດສີ່ ແລະ ເຂດຫົກ ເປັນຕົ້ນໄດ້ກໍ່ສ້າງຮ້ານຄ້າປອດພາສີ, ປັບປຸງຫໍສະແດງສີລະປະ, ຂະຫຍາຍເສັ້ນ ທາງອາ 3 ແລະ ຕິດຕັ້ງ ໄຟຟ້າເຍື່ອງທາງຢູ່ເຂດໜື່ງ ແລະ ເຂດສາມກໍ່ສ້າງຂົວອູ່  ແລະ ສະດິງຢູ່ເຂດໜື່ງ, ທະລຸ ເສັ້ນທາງໄປສວນປ່າ ໄມ້ແບບ ທຳມະຊາດ 28 ກິໂລແມັດ, ກໍ່ສ້າງສະຖານທີ່ພັກຜ່ອນຢູ່ອ່າງເກັບນ້ຳ ແລະ ອື່ນໆ

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...